ບາເຊໂລນາ ຄວ້າ ຊານໂຕສ ມາຮ່ວທີມແບບຖາວອນແລ້ວ ເຊັນສັນຍາເປັນເວລາ 3 ປີ
June 15, 2017 - 4:22 PM




ກອງຫຼັງອາຍຸ 21 ປີ ຖືກ ບາເຊໂລນາ ຍືມໂຕມາໃຊ້ວຽກ ຕະຫຼອດລະດູການ 2016-17 ພ້ອມເງື່ອນໄຂທີ່ພວກເຂົາສາ ມາດຊື້ຂາດໄດ້ ແຕ່ນັກເຕະໃຊ້ເວ ລາຫຼິ້ນກັບທີມ ບາເຊໂລນາ B ເປັນສ່ວນໃຫຍ່ ແລະ ໄດ້ລົງສະ ໜາມໃຫ້ຊຸດໃຫຍ່ພຽງ 3 ນັດ ລວມທຸກລາຍການ.
ກ່ອນໜ້ານີ້ ຊານໂຕສ ຕົກ ເປັນຂ່າວອາດຍ້າຍໄປຫຼິ້ນໃຫ້ທີມອື່ນໃນລະດູການໜ້າ ແຕ່ຫຼ້າສຸດ ບາເຊໂລນາ ໄດ້ປະກາດໃຊ້ເງື່ອນ ໄຂຄວ້າໂຕນັກເຕະແບບຖາວອນຈົນເຖິງປີ 2020 ຮຽບຮ້ອຍ ແລ້ວ.
ຂະນະທີ່ສື່ ສະເປນ ອ້າງວ່າ ເອເນສໂຕ ບັລເບເດ ຜູ້ຈັດການ ທີມຄົນໃໝ່ ບາເຊໂລນາ ປະທັບ ໃຈໃນໂຕ ຊານໂຕສ ພໍສົມຄວນ ຈົນພິຈາລະນາຄວ້າເຂົ້າມາຮ່ວມທີມລະດູການໃນທີ່ສຸດ ເຖິງວ່າ ຂ່າວລືວ່າ ເຣອັລ ເບຕິສ ຈະຈົນ ໃຈດຶງແບບຍືມໂຕກໍຕາມ.