ແມ່ເຖົ້າອາຍຸ 103 ປີດື່ມເບຍສະຫຼອງຫາຍດີຈາກ ໂຄວິດ-19

ແມ່ເຖົ້າອາຍຸ 103 ປີດື່ມເບຍສະຫຼອງຫາຍດີຈາກ ໂຄວິດ-19 - 489 - ແມ່ເຖົ້າອາຍຸ 103 ປີດື່ມເບຍສະຫຼອງຫາຍດີຈາກ ໂຄວິດ-19
ແມ່ເຖົ້າອາຍຸ 103 ປີດື່ມເບຍສະຫຼອງຫາຍດີຈາກ ໂຄວິດ-19 - kitchen vibe - ແມ່ເຖົ້າອາຍຸ 103 ປີດື່ມເບຍສະຫຼອງຫາຍດີຈາກ ໂຄວິດ-19

ແມ່ເຖົ້າ Stejna ຊາວອາເມລິກາ, ຢູ່ລັດ Massachusetts ດື່ມເບຍສະຫຼອງປົວຫາຍດີຈາກພະຍາດໂຄວິດ-19 ພາຍຫຼັງປິ່ນປົວເປັນເວລາ 3 ອາທິດ, ຊຶ່ງເບຍເປັນສິ່ງທີ່ມັກຂອງເຂົາ.

ແມ່ເຖົ້າ Jennie Stejna ຖືກກວດພົບເຊື້ອໄວຣັສໂຄວິດ-19 ຢູ່ທີ່ສູນຄົນເຖົ້າໃນເມືອງ Wilbraham ຫ່າງຈາກນີ້ 3 ອາທິດ. ແມ່ເຖົ້າ ເປັນຄົນທຳອິດທີ່ຕິດເຊື້ອຢູ່ໃນສູນດັ່ງກ່າວ.

ແມ່ເຖົ້າອາຍຸ 103 ປີດື່ມເບຍສະຫຼອງຫາຍດີຈາກ ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ແມ່ເຖົ້າອາຍຸ 103 ປີດື່ມເບຍສະຫຼອງຫາຍດີຈາກ ໂຄວິດ-19

ທຳອິດ ແມ່ເຖົ້າ Stejna ເປັນໄຂ້ພຽງເລັກນ້ອຍ ຫຼັງຈາກນັ້ນອາການກໍນັບມື້ນັບໜັກຂຶ້ນ. Shelley Gunn ຫຼານສາວຂອງແມ່ເຖົ້າ ພ້ອມກັບຄອບຄົວໄດ້ໂທສາຍຫາແມ່ເຖົ້າ. Adam ຜົວຂອງຫຼານສາວໄດ້ຖາມແມ່ເຖົ້າວ່າ ຕຽມພ້ອມທີ່ຈະຂຶ້ນສະຫວັນແລ້ວບໍ? ແມ່ເຖົ້າຕອບວ່າ: ພ້ອມ ແລ້ວ, ເຖິງແມ່ນວ່າເຂົາຈະບໍ່ເຂົ້າໃຈວ່າໂຄວິດແມ່ນຫຍັງກໍຕາມ.

ຈົນມາເຖິງອາທິດນີ້ ສຸຂະພາບຂອງແມ່ເຖົ້າ ໄດ້ຮັບການຟື້ນຟູໃຫ້ກັບຄືນມາເປັນປົກກະຕິ ພາຍຫຼັງປິ່ນປົວຢູ່ໂຮງໝໍເປັນເວລາ 3 ອາທິດ. ແມ່ເຖົ້າຕື່ນເຕັ້ນ ເມື່ອເຫັນພະນັກງານແພດສູນດັ່ງກ່າວ ເອົາເບຍແຊ່ເຢັນມາໃຫ້ແມ່ເຖົ້າ 1 ແກ້ວ. ຄອບຄົວຂອງແມ່ເຖົ້າບອກວ່າ ເບຍເປັນສິ່ງທີ່ມັກຂອງແມ່ເຖົ້າ.

ສະຫະລັດອາເມລິກາໄດ້ກາຍເປັນເຂດລະບາດໃຫ່ຍທີ່ສຸດໃນໂລກ, ມີຜູ້ຕິດເຊື້ອ 1,7 ລ້ານຄົນ ແລະ ເສຍຊີວິດ 103.000 ຄົນ. ບັນດາສູນຄົນເຖົ້າແຫ່ງຕ່າງໆ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ຈຳເປັນຕ້ອງປະຕິບັດນະໂຍບາຍເບິ່ງແຍງດູແລຢ່າງເຄັ່ງຄັດ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vnExpress)

ແມ່ເຖົ້າອາຍຸ 103 ປີດື່ມເບຍສະຫຼອງຫາຍດີຈາກ ໂຄວິດ-19 - 3 - ແມ່ເຖົ້າອາຍຸ 103 ປີດື່ມເບຍສະຫຼອງຫາຍດີຈາກ ໂຄວິດ-19
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!