ເຊັນສັນຍາຊອກຄົ້ນ ແລະ ສຳຫລວດຫີນກຣານິດຢູ່ເມືອງວຽງທອງ
May 31, 2020 - 10:52 AM

ເຊັນສັນຍາວ່າດ້ວຍການຊອກຄົ້ນ ແລະ ສຳຫລວດຫີນກຣານິດ ຢູ່ບ້ານຄອນຕ່າວ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນວັນທີ 29 ພຶດສະພາ 2020 ຢູ່ແຂວງດັ່ງກ່າວ ລະຫວ່າງພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ ແລະ ບໍລິສັດ ຄຳປະສົງ ການຄ້າ ຈຳກັດຜູ້ດຽວ, ໂດຍການເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ.
ບໍລິສັດດັ່ງກ່າວມີຄວາມຕ້ອງການສຶກສາຊອກຄົ້ນ ແລະ ສຳຫລວດຄວາມເປັນໄປໄດ້ໃນການຂຸດຄົ້ນຫີນກຣານິດ ແລະ ສ້າງເປັນໂຮງງານຜະລິດເພື່ອສົ່ງອອກໃນອະນາຄົດ. ທັງນີ້ ກໍເພື່ອເປັນການສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວ ກໍຄືພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ ໃນໄລຍະເວລາ 12 ເດືອນ ເພື່ອໃຫ້ສຳເລັດໃນທຸກໜ້າວຽກທີ່ໄດ້ລົງນາມກັນໄວ້.