ຈັບກຸມຜູ້ຄ້າຂາຍຢາເສບຕິດ ພ້ອມຂອງກາງ 1 ໝື່ນກວ່າເມັດ
June 2, 2020 - 10:01 AM
ແຫລ່ງຂ່າວແຂວງສະຫວັນນະເຂດ ລາຍງານວ່າ: ໃນວັນທີ 23 ພຶດສະພາ 2020 ປກສ ນະຄອນໄກສອນ ພົມວິຫານ ສາມາດຈັບກຸມຜູ້ຄ້າຂາຍຢາເສບຕິດໄດ້ 3 ຄົນຄື: ທ້າວ ວິດກີ້ວື່ ອາຍຸ 21 ປີ ກຳມະກອນ ບ້ານນາກຸງ, ທ້າວ ຟືວາງ ອາຍຸ 20 ປີ ກຳມະກອນ ບ້ານຕານມີໄຊ ທັງສອງ ເປັນຄົນເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ທ້າວ ແກ້ວອິນປັນ ຫຼື ອ່ອນ ອາຍຸ 24 ປີ ກຳມະກອນ ບ້ານຫົວເມືອງໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ພ້ອມຢຶດຂອງກາງຢາບ້າ ຈຳນວນ 9 ມັດ, 10 ຖົງ ເທົ່າກັບ 19.930 ເມັດ, ລົດເກງ 1 ຄັນ ຍີ່ຫໍ້ KIA ສີິດຳ ໝາຍເລກທະບຽນ ກຣ 7369 ກຳແພງນະຄອນ, ລົດຈັກຮອນດ້າ MSX125 ສີແດງ ບໍ່ຕິດປ້າຍທະບຽນ 1 ຄັນ. ຄະດີດັ່ງກ່າວ ເຈົ້າໜ້າທີ່ຈະໄດ້ທຳການສືບສວນ-ສອບສວນເພື່ອຫາຜູ້ຮ່ວມຂະບວນການ ແລະ ດຳເນີນຕາມຂັ້ນຕອນກົດໝາຍຕໍ່ໄປ.