“Social Distancing” ແນວທາງຫລຸດສ່ຽງ ຫລີກລ່ຽງ COVID-19
ການລະບາດຂອງ COVID-19 ແມ່ນຢູ່ໄລຍະຮ້າຍແຮງໃນຫລາຍປະເທດທົ່ວໂລກ, ຖ້າເບິ່ງຈຳນວນຜູ້ຕິດເຊື້ອໃໝ່ໃນແຕ່ລະມື້ ບໍ່ຄວນປະໝາດ ຫລື ໄວ້ວາງໃຈໄດ້ ເນື່ອງຈາກຕົວເລກດັ່ງກ່າວອາດຈະກັບຄືນມາເພີ່ມຂຶ້ນອີກ ຖ້າບໍ່ມີການປ້ອງກັນ ຫລື ຕິດຕາມການແຜ່ລະບາດຂອງການຕິດເຊື້ອ ແລະ ນີ້ແມ່ນເຫດຜົນທີ່ທຸກຄົນຕ້ອງຮ່ວມມືກັນ “ກະຕຸ້ນສັງຄົມ” ເພາະແມ່ນໜຶ່ງໃນມາດຕະການທີ່ລັດຖະບານໃນຫລາຍປະເທດໃຊ້ ເພື່ອຢຸດການແຜ່ລະບາດຂອງ COVID-19.
ເຫດຜົນທີ່ພວກເຮົາຕ້ອງຮ່ວມມືກັນໃນການຮັກສາໄລຍະຫ່າງທາງສັງຄົມ (Social Distancing) ເພາະທາງດ້ານຮ່າງກາຍຂອງເຮົາກັບຄົນອື່ນແມ່ນໜຶ່ງໃນມາດຕະການຫລຸດຜ່ອນການແຜ່ລະບາດຂອງໄວຣັສ ໂດຍການສີດພົ່ນ ຫລື ການສໍາຜັດສິ່ງຂອງຕ່າງໆ.
ມື້ນີ້ເຮົາມາແນະນຳ 10 ວິທີເພື່ອປ້ອງກັນເຊື້ອພະຍາດ COVID-19:
- ຢືນຫ່າງກັນປະມານ 1,5-2 ແມັດ ເພື່ອຫລຸດຜ່ອນການແຜ່ລະບາດຂອງເຊື້ອໄວຣັສ.
- ຫລີກລ່ຽງການເຂົ້າໄປໃນສະຖານທີ່ແອອັດເຊັ່ນ: ຫ້ອງປະຊຸມ ຫລື ບ່ອນທີ່ມີການຊຸມນຸມຄົນຈໍານວນຫລາຍ.
- ງົດການເຕົ້າໂຮມຢູ່ໃນໂຮງຮຽນ, ສະຖານທີ່ເຮັດວຽກ ຫລື ສະຖານທີ່ບັນເທີງຕ່າງໆ.
- ບໍ່ກິນອາຫານກັບຄົນອື່ນ ແຕ່ກິນອາຫານທີ່ກຳນົດໄວ້ສຳລັບຜູ້ດຽວ.
- ປ່ຽນລະບົບທຸລະກິດ ໂດຍໃຊ້ຊ່ອງທາງອິນເຕີເນັດ ແລະ ຕິດຕໍ່ທາງໂທລະສັບເປັນຫລັກ.
- ປ່ຽນມາຮຽນ ຫລື ປະຊຸມຜ່ານ
- ຍ່າງຂຶ້ນ ແລະ ລົງຕຶກເພື່ອຫລຸດຜ່ອນຄວາມແອອັດໃນລິບ.
- ຫລີກລ່ຽງຊົ່ວໂມງຮີບດ່ວນໃນການຂົນສົ່ງສາທາລະນະ ຫລື ຮ້ານຄ້າຕ່າງໆ.
- ລະວັງໃນການສຳຜັດກັບສິ່ງຂອງອື່ນໆເຊັ່ນ: ຂັ້ນໄດ, ລູກບິດປະຕູ ຫລື ປຸ່ມລິບ.
- ຢ່າທັກທາຍເຊິ່ງກັນ ແລະ ກັນຢ່າງໃກ້ຊິດ ເຊັ່ນວ່າ: ຈັບມື, ຈູບ, ກອດ ແລະ ອື່ນໆ.
ນອກຈາກວິທີການທີ່ດີທີ່ສຸດຂ້າງເທີງນັ້ນແລ້ວ ແລະ ຄວນຢູ່ເຮືອນໃຫ້ຫລາຍເທົ່າທີ່ຈະຫລາຍໄດ້ ບໍ່ຄວນອອກໄປໃສໂດຍບໍ່ຈຳເປັນ ເພື່ອໃຫ້ມີໂອກາດໜ້ອຍທີ່ສຸດໃນການຕິດເຊື້ອ ແລະ ກັບມາເປັນປົກກະຕິໂດຍໄວ.