“ຈີນ” ສ້າງໂຮງງານຮອງຮັບການຜະລິດ “ວັກແຊງຕ້ານໂຄວິດ”
June 3, 2020 - 10:01 AM
“ຈີນ” ເຊື່ອໝັ້ນວັກແຊງຕ້ານໂຄວິດ ຈະມີປະສິດທິພາບສູງເຖິງ 99%. ນອກຈາກນີ້ ຈີນຍັງໄດ້ກໍ່ສ້າງໂຮງງານການຄ້າ ໃນນະຄອນຫລວງປັກກິ່ງ ເພື່ອຮອງຮັບການຜະລິດ ແລະ ກະຈາຍວັກແຊງ ຈຳນວນ 100 ລ້ານໂດສ.
ທີມນັກວິທະຍາສາດຂອງບໍລິສັດ Sinovac ເປີດເຜີຍວ່າ: ວັກແຊງທີ່ທົດລອງຢູ່ໃນປັດຈຸບັນມີປະສິດທິພາບສູງເຖິງ 99% ການທົດລອງກັບມະນຸດ ໄລຍະທີ 2 ມີຜູ້ອາສາຫລາຍກວ່າ 1 ພັນຄົນ, ຈາກນີ້ຈະມີການທົດລອງໃນໄລຍະ 3 ເຊິ່ງເປັນຂັ້ນຕອນສຸດທ້າຍຂອງຂະບວນການ.
ນອກຈາກນີ້, ຈີນ ຍັງໄດ້ກໍ່ສ້າງໂຮງງານການຄ້າໃນນະຄອນຫລວງປັກກິ່ງ ເພື່ອຮອງຮັບການຜະລິດ ແລະ ກະຈາຍວັກແຊງ 100 ລ້ານໂດສ ໄປສູ່ປະຊາຊົນຢ່າງທົ່ວເຖິງ. ເບື້ອງຕົ້ນຈະນຳໄປປິ່ນປົວປະຊາຊົນໃນປະເທດກ່ອນ ແລ້ວຈຶ່ງສົ່ງອອກຕ່າງປະເທດ.