ໝໍອູ່ຮັນຜິວປ່ຽນສີຫລັງຕິດໂຄວິດ ເສຍຊີວິດແລ້ວ ສູ້ກັບພະຍາດເກືອບ 5 ເດືອນ


ເກີດຂ່າວເສົ້າໃນວົງການແພດຈີນອີກຄັ້ງ ເມື່ອໝໍຢູ່ເມືອງອູ່ຮັນຜູ້ຕິດເຊື້ອໂຄວິດ-19 ແລະ ຜິວປ່ຽນສີລະຫວ່າງປິ່ນປົວຈົນກາຍເປັນຂ່າວເມື່ອຫລາຍເດືອນກ່ອນ ເສຍຊີວິດແລ້ວ ຫລັງຕໍ່ສູ້ກັບພະຍາດມາເກືອບ 5 ເດືອນ.
ສໍານັກຂ່າວ ເດລີເມລ ລາຍງານໃນວັນທີ 2 ມິຖຸນາ 2020 ວ່າ: ດຣ. ຫູ ເວຍເຟິງ ແພດຜູ້ຊ່ຽວຊານດ້ານລະບົບປັດສະວະຊາວຈີນ ອາຍຸ 42 ປີ ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ລະຫວ່າງປິ່ນປົວຜູ້ຕິດເຊື້ອຢູ່ເມືອງອູ່ຮັນ ໃນມົນທົນຫູເປີຍ ເດືອນມັງກອນ ເຊິ່ງເປັນໄລຍະທີ່ເມືອງແຫ່ງນີ້ຍັງເປັນສູນກາງການລະບາດຂອງໄວຣັສໂຄວິດ-19.
ຕາມລາຍງານຂອງ The Paper ສື່ອອນລາຍຂອງຈີນ, ດຣ. ຫູ ເຂົ້າຮັບການປິ່ນປົວໃນຫ້ອງ ICU ກວ່າ 1 ເດືອນ ແລະ ເສຍຊີວິດ ເພາະພະຍາດແຊກຊ້ອນທີ່ເກີດຈາກໄວຣັສໂຄໂຣນາ.
ທັງນີ້ ດຣ. ຫູ ກັບເພື່ອນຮ່ວມງານຄື ດຣ. ອີ້ ຟານ ເຊິ່ງຕິດເຊື້ອໃນເວລາໃກ້ຄຽງກັນ ຕົກເປັນຂ່າວໂດ່ງດັງໃນຈີນ ຫລັງສະຖານີໂທລະພາບ “ເປຍຈິງ ທີວີ ສະເຕຊັນ” ເຜີຍແຜ່ວີດີໂອສະແດງໃຫ້ເຫັນໝໍທັງ 2 ຄົນນອນຢູ່ເທິງຕຽງຄົນໄຂ້ໃນສະພາບຜິວສີຄ້ຳເຂັ້ມ ໃນວັນທີ 6 ເມສາ ເຊິ່ງໃນໄລຍະທຳອິດ ໝໍຫລາຍຄົນເຊື່ອວ່າເປັນຍ້ອນເມັດສີຜິວປົກກະຕິຈາກຄວາມບໍ່ສົມດູນໃນຮ່າງກາຍ ຫລັງໄວຣັສໂຄວິດ-19 ສ້າງຄວາມເສຍຫາຍຕໍ່ຕັບ.
ແຕ່ໃນເວລາຕໍ່ມາ, ທ່ານ ຕວ້ນ ຈວິ້ນ ຮອງຜູ້ອຳນວຍການພະແນກບຳບັດວິກິດຂອງໂຮງໝໍມິດຕະພາບ ຈີນ-ຍີ່ປຸ່ນ ອອກມາຢືນຢັນວ່າ: ທີມແພດຂອງໂຮງໝໍຕົງຈີ ຢູ່ເມືອງອູ່ຮັນໃຫ້ຢາ “Polymyxin B” ເຊິ່ງຖືເປັນຕົວເລືອກສຸດທ້າຍທີ່ຈະໃຊ້ເມື່ອຢາປະຕິຊີວະນະອື່ນໆໃຊ້ບໍ່ໄດ້ຜົນແລ້ວແກ່ ດຣ. ຫູ ກັບ ດຣ. ອີ້ ເຊິ່ງຢາຊະນິດນີ້ຈະເຮັດໃຫ້ເກີດສະພາບ “hyper-pigmentation” ເຮັດໃຫ້ເມັດສີເຂັ້ມກວ່າປົກກະຕິ ແລະ ຈະຄ່ອຍໆຫາຍໄປຫລັງຢຸດໃຊ້ຢາ.
ອີກຢ່າງໜຶ່ງ ດຣ. ອີ້ ຫາຍປ່ວຍຈາກພະຍາດຕິດເຊື້ອໄວຣັສໂຄວິດ-19 ແລ້ວ ຫລັງຈາກລາວຕ້ອງນອນໂຮງໝໍ ແລະ ໃຊ້ເຄື່ອງຊ່ວຍຫາຍໃຈຕໍ່ເນື່ອງເຖິງ 39 ວັນ ໂດຍຮູບທີ່ສື່ຈີນເຜີຍແຜ່ໃນເດືອນກ່ອນສະແດງໃຫ້ເຫັນວ່າ: ສີຜິວຂອງ ດຣ. ອີ້ ກຳລັງກັບເປັນປົກກະຕິແບບຊ້າໆ.