ບໍລິສັດ ອີ້ຫລຽນການຄ້າ ມອບ ອຸປະກອນການແພດຕ້ານໂຄວິດ-19

ບໍລິສັດ ອີ້ຫລຽນ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ນຳເອົາອຸປະກອນການແພດ ມາມອບໃຫ້ກະຊວງສາທາລະນະສຸກ ເຊິ່ງປະກອບມີ ເຄື່ອງວັດແທກອຸນຫະພູມ 138 ເຄື່ອງ, ຊຸດຄຸມແພດ 300 ຊຸດ, ເຈວລ້າງມື 50 ກ່ອງ, ຜ້າອັດປາກ-ດັງ 6.000 ອັນ, ຜ້າອັດປາກ N95 ຈຳນວນ 400 ອັນ ແລະ ເຄື່ອງຈັກສີດນໍ້າຢາແບບໃຊ້ນໍ້າມັນ 4 ເຄື່ອງ ລວມມູນຄ່າ 130.300.000 ກີບ.
ພິທີມອບອຸປະກອນການແພດດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 3 ມິຖຸນາ 2020 ມອບໂດຍທ່ານ ລີເວີຍຈົງ ປະທານບໍລິສັດ ອີ້ຫລຽນ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ແລະ ຮັບໂດຍທ່ານ ພູ ທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ພູທອນ ເມືອງປາກ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດທີ່ໄດ້ນຳເອົາອຸປະກອນການແພດມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນວຽກງານປ້ອງກັນການແຜ່ລະບາດ ແລະ ຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ, ພ້ອມທັງຢືນຢັນວ່າ ຈະນໍາເອົາອຸປະກອນການແພດດັ່ງກ່າວ ໄປນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ໃຫ້ເກີດຜົນໂຫຍດສູງສຸດ.