ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ

ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ - Time fo an Adventure 8 - ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ
ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ - kitchen vibe - ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ

ທີ່​ຈິງ​ບໍ່​ຢາກ​ຂຽນ​ເລື່ອງ​ນີ້ ເພາະ­ວ່າ​ເປັນ​ເລື່ອງ​ຊຳ​ເຮື້ອ ແລະ ເວົ້າ​ກັນ​ຍາກ​ໃນ​ສັງ­ຄົມ… ແຕ່​ເພື່ອນ​ຜູ້​ອ່ານ​ກໍ​ຕັ້ງ​ບັນ­ຫາ​ເຂົ້າ​ມາ ແລະ ຮຽກ­ຮ້ອງ​ໃຫ້​ຂຽນ​ເຕືອນ​ແດ່ ເພາະ​ເຫັນ​ວ່າ​ໂຈ່ງ​ແຈ້ງ​ໂພດ ໃກ້​ມື້​ຫວຍ​ຊິ​ອອກ ໂດຍ​ສະ­ເພາະ​ແມ່ນ​ຫວຍ​ຕ່າງ­ປະ­ເທດ (ໄທ) ໂພ​ສ​ຂາຍ​ກັນ​ເຕັມ​ໜ້າ​ເຟ​ສ​ບຸກ ວ່າ​ຊັ້ນ ! ເບິ່ງ​ແລ້ວ​ເຫັນ​ແລ້ວ​ມັນ​ຄື​ວ່າ: ບໍ່​ງາມ​ຕາ​ປານ­ໃດ ?

ຕາມ​ຮູ້ ພວກ​ມັກ​ສ່ຽງ​ໂຊກ​ເຂົາ​ວ່າ ມື້­ໜຶ່ງ​ມີ​ຫວຍ​ຕ່າງ­ປະ­ເທດ​ທີ່​ຄົນ​ລາວ​ມັກ​ຫຼິ້ນ ມັກ​ແທງ ມີ​ຫຼາຍ​ແທ້​ໃດ໋ ເລີ່ມ​ແຕ່ 16 ໂມງ (ຫວຍ​ຈີນ) 17 ໂມງ 17 ໂມງ​ເຄິ່ງ 19 ໂມງ 30 (ຫວຍ​ຫວຽດ) ແລະ 20 ໂມງ (ຫວຍ​ຈີນ) ຍັງ​ມີ​ອີກ​ຫວຍ​ມາ​ເລ…ຫວຍ­ໄທ ແນ່­ນອນ​ເຈົ້າ­ມື​ບໍ່​ແມ່ນ​ລັດ… ລັດ​ບໍ່​ໄດ້​ຫຍັງ​ນຳ​ເຂົາ​ດອກ… ມີ​ແຕ່​ອະ­ນຸ­ຍາດ​ໃຫ້​ເຂົາ​ເຮັດ​ເປັນ​ກຸ່ມ… ເປັນ​ສະ­ມາ­ຄົມ ຈຶ່ງ​ຈະ​ໄດ້​ເງິນ.

ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ - Visit Laos Visit SALANA BOUTIQUE HOTEL - ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ

ຜ່ານ​ມາ​ກໍ​ມີ​ການ​ເຕືອນ ແລະ ລົງ­ໂທດ​ຢູ່ ເພາະ​ມັນ​ເຮັດ​ໃຫ້​ຫວຍ​ພັດ­ທະ­ນາ​ຂາຍ​ບໍ່​ຄ່ອຍ​ດີ ຄັນ​ເວົ້າ​ຕາມ​ພາ­ສາ​ການ​ຕະ­ຫຼາດ​ກໍ​ແມ່ນ​ເສຍ​ລູກ​ຄ້າ.

ເວົ້າ​ເລື່ອງ​ການ​ຂາຍ​ຫວຍ​ເຖື່ອນ​ນີ້ ກໍ​ມີ​ລະ­ບຽບ​ວາງ​ອອກ​ຢູ່ ເປັນ­ຕົ້ນ​ແມ່ນ​ແຈ້ງ​ການ​ເລກ​ທີ 1244/ຫສນຍ-ກລຂ ລົງ​ວັນ​ທີ 17 ສິງ­ຫາ 2017 ແລະ ຕໍ່​ມາ​ກໍ​ມີ​ແຈ້ງ​ການ​ເລກ​ທີ 1971/ຫສນຍ-ກລຂ ລົງ​ວັນ​ທີ 13 ທັນ­ວາ 2017 ແລະ ຫຼ້າ​ສຸດ​ແມ່ນ​ແຈ້ງ​ການ​ຂອງ​ກົມ​ຕຳ­ຫຼວດ​ເສດ­ຖະ­ກິດ ເລກ​ທີ 701/302 ລົງ​ວັນ​ທີ 27/03/2020 ການ​ຫຼິ້ນ​ຫວຍ​ນີ້​ແມ່ນ​ການ​ຫຼິ້ນ​ການ​ພະ­ນັນ​ເນີ ! ສະ­ນັ້ນ ຈຶ່ງ​ຢາກ​ໃຫ້​ມີ​ຂອບ​ເຂດ ມີ​ເພ­ດານ ໃຫ້​ຖື​ວ່າ​ເປັນ​ການ​ສ່ຽງ​ໂຊກ.

ໃນ​ທາງ​ກົດ­ໝາຍ ຫາ​ກວ່າ​ຫຼິ້ນ​ຫວຍ​ເຖື່ອນ ການ​ພະ­ນັນ​ເຖື່ອນ ທີ່​ບໍ່​ແມ່ນ​ທາງ​ການ​ເພິ່ນ​ອະ­ນຸ­ມັດ​ນັ້ນ ຖື​ວ່າ​ຜິດ​ກົດ­ໝາຍ ໂດຍ​ສະ­ເພາະ​ກົດ­ໝາຍ​ອາ­ຍາ​ແລ້ວ ທັງ​ຜູ້​ຫຼິ້ນ ແລະ ຜູ້​ເປັນ​ເຈົ້າ­ມື ລ້ວນ​ແຕ່​ຜິດ​ຄື​ກັນ ໃນ​ທາງ​ສາ­ສະ­ໜາ ເປັນ­ຕົ້ນ​ແມ່ນ​ພຸດ​ທະ​ສາ­ສະ­ໜາ ຖື​ວ່າ​ເປັນ​ອະ­ບາຍ​ຍະ​ມຸກ ເປັນ​ກິ­ເລດ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ ເປັນ​ເສັ້ນ­ທາງ​ນຳ­ໄປ​ສູ່​ການ​ເສື່ອມ​ເສຍ ກ້າວ​ໄປ​ເຖິງ​ເຮັດ​ໃຫ້​ເກີດ​ເປັນ​ທຸກ ຢ້ານ​ແທ້ໆ​ນັ້ນ​ແມ່ນ​ຢ້ານ​ຜີ​ການ​ພະ­ນັນ​ເຂົ້າ​ສິງ ແລ້ວ​ຕົກ​ເປັນ​ທາດ​ຂອງ​ມັນ​ລະ​ແມ່ນ​ຊອກ​ທາງ​ອອກ​ຍາກ.

ໂດຍ: ແນວລາວ

ຫນັງສືພິມວຽງຈັນໃຫມ່

ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ - 5 - ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ
ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ - 3 - ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ
ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ - 4 - ເລື່ອງຫວຍເລື່ອງເລກ ເຫັນແລ້ວ ບໍ່ງາມຕາ