ສະຫະຣາຊະອານາຈັກຍອມຮັບຍັງໄດ້ຮັບຜົນກະທົບໜັກ ຈາກໄວຣັສໂຄໂຣນາ ຍອດຕາຍໃກ້ 4 ໝື່ນຄົນແລ້ວ


ທ່ານ ແມດ ແຮນຄ໊ອກ ລັດຖະມົນຕີວ່າການກະຊວງສາທາລະນະສຸກສະຫະຣາຊະອານາຈັກ ຍອມຮັບວ່າເຖິງວ່າສະຖານະການການລະບາດຂອງໂຄວິດ-19 ຈະເລີ່ມດີຂຶ້ນ, ແຕ່ປະເທດຍັງໄດ້ຮັບຜົນກະທົບຢ່າງໜັກຈາກວິກິດຄັ້ງນີ້ ໂດຍມີຜູ້ເສຍຊີວິດເກືອບ 4 ໝື່ນຄົນແລ້ວ.
ທ່ານ ແຮນຄ໊ອກ ລະບຸໃນການຖະແຫລງຂ່າວປະຈຳວັນທີ 2 ມິຖຸນາວ່າ: ມີຄວາມຊັດເຈນວ່າຈະຕ້ອງໃຊ້ເວລາອີກໄລຍະໜຶ່ງກວ່າສະຖານະການການລະບາດຂອງໂຄວິດ-19 ຈະຫລຸດຜ່ອນລົງ.
ໂດຍຂໍ້ມູນຈາກລັດຖະບານລະບຸວ່າ: ຮອດເວລາ 9:00 ໂມງ ຂອງວັນທີ 2 ມິຖຸນາ ຜູ້ຕິດເຊື້ອສະສົມໃນປະເທດມີທັງໝົດ 277.985 ຄົນ, ສ່ວນຜູ້ເສຍຊີວິດທີ່ກ່ຽວຂ້ອງກັບເຊື້ອໄວຣັສໂຄໂຣນາສາຍພັນໃໝ່ມີຢ່າງໜ້ອຍ 39.369 ຄົນ.
ໂດຍຜູ້ໄດ້ຮັບການຕິດເຊື້ອແຕ່ລະວັນເພີ່ມຂຶ້ນ 1.600 ຄົນ ແລະ ເສຍຊີວິດເພີ່ມ 324 ຄົນ.
ໃນວັນທີ 8 ມິຖຸນານີ້, ທາງການສະຫະຣາຊະອານາຈັກຈະເລີ່ມບັງຄັບໃຊ້ມາດຕະການກັກພະຍາດເປັນເວລາ 14 ວັນຕໍ່ຜູ້ທີ່ເດີນທາງມາຈາກຕ່າງປະເທດ ທັງທາງເຮືອບິນ, ເຮືອຂ້າມຝາກ ແລະ ລົດໄຟ.
ມາດຕະການນີ້ຈະມີຜົນໃຫ້ຜູ້ເດີນທາງມາຈາກຕ່າງປະເທດເຫລົ່ານີ້ຕ້ອງໃຫ້ຂໍ້ມູນທີ່ຢູ່ທີ່ພວກເຂົາຈະໃຊ້ເປັນສະຖານທີ່ກັກຕົວຕະຫລອດໄລຍະເວລາ 2 ອາທິດຕໍ່ທາງການ ເພື່ອໃຫ້ເຈົ້າໜ້າທີ່ສາມາດເດີນທາງໄປກວດສອບ ໂດຍບໍ່ແຈ້ງໃຫ້ຮູ້ລ່ວງໜ້າໄດ້, ຜູ້ຝ່າຝືນຈະມີໂທດປັບໄໝ 100 ປອນ ແລະ ຈະມີການເປີດເຜີຍລາຍລະອຽດເພີ່ມຕື່ມຂອງມາດຕະການນີ້ໃນວັນທີ 3 ມິຖຸນາ.
ຢູ່ຝຣັ່ງ, ຮ້ານບັນເທີງ ແລະ ຮ້ານອາຫານກັບມາເປີດໃຫ້ບໍລິການເປັນຄັ້ງທຳອິດນັບແຕ່ທາງການໃຊ້ມາດຕະການລັອກດາວ ໂດຍຂໍ້ມູນຈາກມະຫາວິທະຍາໄລຈອນຮອບກິນ ລະບຸວ່າ: ຝຣັ່ງມີຜູ້ຕິດເຊື້ອສະສົມ 189.348 ຄົນ ແລະ ເສຍຊີວິດແລ້ວ 28.836 ຄົນ.
ສະຖານະການຢູ່ອິນເດຍ ພົບຜູ້ຕິດເຊື້ອໃໝ່ໃນຮອບ 24 ຊົ່ວໂມງສູງເຖິງ 8.392 ຄົນ, ເຖິງວ່າທາງການຈະເລີ່ມຫລຸດຜ່ອນມາດຕະການລັອກດາວແລ້ວ ໂດຍປະເທດທີ່ມີປະຊາກອນຫລາຍເປັນອັນດັບ 2 ຂອງໂລກນີ້ມີຜູ້ຕິດເຊື້ອສະສົມໃນປະເທດ 190.000 ຄົນ ແລະ ມີຜູ້ເສຍຊີວິດຈາກໄວຣັສໂຄໂຣນາສາຍພັນໃໝ່ແລ້ວ 5.394 ຄົນ.
ຢູ່ເມັກຊິກ ມີລາຍງານຜູ້ເສຍຊີວິດຈາກໂຄວິດ-19 ເກີນຫລັກໝື່ນແລ້ວ 10.167 ຄົນ ແລະ ມີຜູ້ຕິດເຊື້ອສະສົມໃນປະເທດເກືອບ 1 ແສນຄົນ.
ສຳລັບຜູ້ຕິດເຊື້ອສະສົມທົ່ວໂລກມີ 6,3 ລ້ານຄົນ ແລະ ເສຍຊີວິດ 376.885 ຄົນ ໂດຍອາເມລິກາ ເປັນປະເທດທີ່ມີຜູ້ຕິດເຊື້ອສູງສຸດໃນໂລກ 1.817.785 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 105.475 ຄົນ.