ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ

ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ - 25 1 - ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ
ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ - kitchen vibe - ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ

ທ້າວ ຟາມຊວັນທ້າຍ, ນັກຮຽນ ມ7 ລັກເອົາບັນຊີເຟສບຸກຫຼາຍກວ່າ 100 ບັນຊີ ເພື່ອສົ່ງຂໍ້ຄວາມຫຼອກລວງເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ

ວັນທີ 1 ມີຖຸນານີ້, ເຈົ້າໜ້າທີ່ຕຳຫຼວດແຂວງ ບັກນິງ ໃຫ້ຮູ້ວ່າ ໄດ້ດຳເນີນຄະດີກັບຜູ້ຕ້ອງຫາຄື ທ້າວ ທ້າຍ, ທ້າວເລວຽດກຸ້ຍ ອາຍຸ 26 ປີ, ທ້າວກາວດັງຍູ ອາຍຸ 25 ປີ, ທ້າວ ຈິງມິງເວືອງ ອາຍຸ 30 ປີ, ຫງວຽນວັນດຽນ ອາຍຸ 23 ປີ, ເລຮຶວກຸ້ຍ ອາຍຸ 27 ປີ ແລະ ທ້າວ ຈິງຮ່າເຊີນບິ່ງ ອາຍຸ 34 ປີ ໃນຂໍ້ຫານຳໃຊ້ເຄືອຂ່າຍຄອມພິມເຕີ, ເຄືອຂ່າຍໂທລະຄົມມະນາຄົມ ແລະ ພາຫະນະອີເລັກໂຕຣນິກ ເພື່ອຫຼອກລວງເອົາຊັບສິນ ຂອງພົນລະເມືອງ, ຕາມມາດຕາ 290 ກົດໝາຍອາຍາປີ 2015.

ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ - Visit Laos Visit SALANA BOUTIQUE HOTEL - ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ
ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ - Visit Laos Visit SALANA BOUTIQUE HOTEL - ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ

ເຈົ້າໜ້າທີ່ຕຳຫຼວດໃຫ້ຮູ້ວ່າ ທ້າວ ທ້າຍ ມີຄວາມຊຳນານທາງດ້ານເທັກໂນໂລຢີຂໍ້ມູນຂ່າວສານ, ເຂົາໄດ້ສ້າງຫຼາຍເວບໄຊເກມເປັນທາງການຂຶ້ນມາໃນໂທລະພາບ. ຖ້າຜູ້ໃດຫາກເຂົ້າເຖິງເວບໄຊຂອງທ້າວ ທ້າຍ ແລ້ວລົງທະບຽນ ເພື່ອເລືອເກມ ເຂົາກໍຈະລັກເອົາລະຫັດ ພຽງເທົ່ານັ້ນກໍໄດ້ກາຍເປັນເຈົ້າຂອງເຟສບຸກນັ້ນທັນທີ. ຫຼັງຈາກນັ້ນ ພວກເຂົາກໍຈະໃສ່ຊື່ປອມ ລົງໃນເຟສບຸກນັ້ນແລ້ວສົ່ງຂໍ້ຄວາມໃຫ້ໝູ່ເພື່ອນຂອງເຂົາ ເພື່ອຂໍຢືມເງິນ.

ຈຳພວກຂອງທ້າວ ທ້າຍ ຍັງໄດ້ສ້າງເວບໄຊປອມ ຂອງທະນາຄານຫຼາຍແຫ່ງ ເພື່ອຫຼອກໃຫ້ເຫຍື່ອເຂົ້າຫາ ແລະ ລາຍງານຂໍ້ມູນ. ເມື່ອໄດ້ລະຫັດ OTP ຂອງເຈົ້າຂອງບັນຊີແລ້ວ, ພວກເຂົາກໍເລີ່ມໂອນເງິນເຂົ້າບັນຊີ.

ເຈົ້າໜ້າທີ່ຕຳຫຼວດແຂວງ ບັກນິງ ໃຫ້ຮູ້ວ່າ ຈຳພວກຂອງທ້າວ ທ້າຍ ເຄື່ອນໄຫວມີການຈັດຕັ້ງ ແລະ ແນບນຽນ, ຊຶ່ງທ້າວ ທ້າຍ ເປັນຫົວໂຈກ, ສ່ວນຜູ້ອື່ນໆ ເຮັດໜ້າທີ່ຮັບເງິນເຂົ້າບັນຊີ. ພວກເຂົາສົ່ງຂໍ້ຄວາມຫາເຫຍື່ອວ່າ ຕົນເອງເປັນຄົນຫວຽດນາມດຳລົງຊີວິດຢູ່ຕ່າງປະເທດ ແລະ ເຮັດວຽກຢູ່ຕ່າງປະເທດ.

ພວກກ່ຽວໄດ້ຫຼອກລວງເອົາເງິນໄດ້ຫຼາຍກວ່າ 10 ຕື້ດົງ ຊຶ່ງຫຼາຍກວ່າ 100 ບັນຊີ. ນັບຕັ້ງແຕ່ມື້ທີ່ພວກເຂົາມີການເຄື່ອນໄຫວແຕ່ຕົ້ນປີນີ້ເປັນຕົ້ນມາຈົນເຖິງປັດຈຸບັນ. ທ້າວ ທ້າຍຈະໄດ້ສ່ວນແບ່ງ 70%, ສ່ວນຜູ້ອື່ນໆແມ່ນໄດ້ 5% ຫາ 10% ເທົ່ານັ້ນ.

ເຈົ້າໜ້າທີ່ຕຳຫຼວດແຂວງ ບັກນິງ ສົມທົບກັບກົມຕຳຫຼວດອາຍາ ກະຊວງຕຳຫຼວດກຳລັງໄຂຄະດີນີ້ຢູ່.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ https://vnexpress.net ວັນທີ 1/6/2020)

 

ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ - 4 - ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ
ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ - 5 - ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ
ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ - 3 - ລັກເອົາບັນຊີເຟສບຸກ ເພື່ອຫຼອກເອົາເງິນໄດ້ຫຼາຍກວ່າ 400 ລ້ານກີບ
  • 1097 Posts
  • 0 Comments
iLike/LPN/20