ຮູບຮ່າງງາມ ແລະ ສຸຂະພາບດີດ້ວຍນົມອາວມັອນ
June 3, 2020 - 5:10 PM
ເຖິງວ່າພວກເຮົາຈະຢູ່ໃນຍຸກທີ່ອາຫານທຸກຢ່າງພ້ອມໃຈກັນແຊບໄປໝົດ, ແຕ່ກໍຍັງໂຊກດີທີ່ມີອາຫານອີກຫລາຍຢ່າງທີ່ທັງແຊບ ແລະ ບໍ່ເຮັດໃຫ້ພວກເຮົາຕຸ້ຍ ໜຶ່ງໃນນັ້ນກໍແມ່ນ ນົມອາວມັອນ ນົມທີ່ບໍ່ໄດ້ເຮັດມາຈາກນົມ, ແຕ່ມີສີຂາວນວນຈາກຊີ້ນອາວມັອນ 100%, ລົດຊາດແຊບ ແລະ ຄຸນປະໂຫຍດເຕັມ. ສຳລັບໃຜທີ່ຍັງບໍ່ຮູ້ຈັກນົມອາວມັອນ ມື້ນີ້ພວກເຮົາຈະມາເຮັດຄວາມຮູ້ຈັກໄປພ້ອມໆກັນ.
- ອາວມັອນ ມີໄຂມັນຊະນິດດີຊ່ວຍຫລຸດລະດັບໄຂມັນຊະນິດບໍ່ດີ ເໝາະສົມກັບຜູ້ປ່ວຍພະຍາດຫົວໃຈ ແລະ ຜູ້ທີ່ມີຄໍເລສເຕີໂຣນຫລາຍ, ຊ່ວຍຫລຸດນຳ້ໜັກ ແລະ ເສີມການອອກກຳລັງກາຍ ແລະ ຍັງຊ່ວຍເຮັດໃຫ້ຮູບຮ່າງຟິດແໜ້ນ ໂດຍຜົນຈາກການວິໄຈລະບຸວ່າ ສາມາດຊ່ວຍຫລຸດຮອບແອວຫລາຍກ່ວາຜູ້ບໍ່ກິນເຖິງ 3 – 4 ຊັງຕີແມັດ.
- ສາມາດທົດແທນການດື່ມນົມງົວສຳລັບເດັກໄດ້ເປັນຢ່າງດີ, ຊ່ວຍບຳລຸງປະສາດ ແລະ ຊ່ວຍເພີ່ມສະຕິປັນຍາ ແລະ ສະມາທິ, ບຳລຸງສະໝອງ ແລະ ຫລຸດຄວາມສ່ຽງອັລໄຊເມີ.
- ກາລໍຣີໜ້ອຍ 1 ຈອກ ໃນບໍລິມານບໍ່ເກີນ 250 ມິນລີລິດ ມີກາລໍຣີຕັ້ງແຕ່ 60 – 100 ເຊິ່ງຖືວ່າໜ້ອຍຫລາຍ ທັງຍັງອີ່ມທ້ອງນຳອີກ ສະນັ້ນ ໃຜທີ່ກຳລັງຫລຸດຄວາມຕຸ້ຍ, ຄວບຄຸມໜັກໜັກຢູ່ ບໍ່ຄວນພາດທີ່ຈະດືມນົມອາວມັອນ.
- ມີວິຕາມິນ B, ວິຕາມິນ D ແລະ ວິຕາມິນ E ເຊິ່ງຊ່ວຍໃນການເຜົາຜານໄຂມັນໃນຮ່າງກາຍ ແລະ ເຮັດໃຫ້ສຸຂະພາບຜິວຂອງທ່ານສົດໃສ.
- ບໍ່ມີຮໍໂມນເອສໂຕຣເຈັນຄືກັບນົມຖົ່ວເຫລືອງ ດັ່ງນັ້ນຈຶ່ງເໝາະສົມສຳລັບທັງທ່ານຊາຍ ແລະ ທ່ານຍິງ ໂດຍສະເພາະຄົນປ່ວຍພະຍາດມະເຮັງເຕົ້ານົມ.