ລະດູແລ້ງປີນີ້ ແຂວງຜົ້ງສາລີ ຖືກໄຟໄໝ້ປ່າເສຍຫາຍ 16 ພັນກວ່າເຮັກຕາ
ຕາມການລາຍງານຂອງຂະແໜງປ່າໄມ້, ກອງຄຸ້ມຄອງປ່າສະຫງວນ ຂອງພະແນກກະສິກຳ-ປ່າໄມ້ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ໃນລະຫວ່າງຕົ້ນເດືອນມີນາ-ເດືອນເມສາ ປີ 2020 ນີ້ ໄດ້ເກີດມີໄຟໄໝ້ລາມປ່າຢູ່ຕາມຈຸດຕ່າງໆ ແຜ່ລາມອອກເປັນວົງກວ້າງຢູ່ເຂດ 3 ປະເພດປ່າ, ສວນຂອງປະຊາຊົນ ແລະ ທົ່ງຫຍ້າ ໃນ 7 ເມືອງທົ່ວແຂວງເສຍຫາຍ 16. 621.40 ເຮັກຕາ.
ເຊິ່ງທາງອົງການປົກຄອງທຸກຂັ້ນກໍໄດ້ເປັນເຈົ້າການລະດົມກຳລັງປະຊາຊົນ, ກຳລັງ ປກສ, ປກຊ ແລະ ພະນັກງານອ້ອມຂ້າງ ເຂົ້້າດັບມອດໄຟດ້ວຍທຸກວິທີທາງ ແຕ່ກໍ່ບໍ່ສາມາດດັບມອດໄດ້ໝົດ ຍ້ອນສະພາບດິນຟ້າອາກາດທີ່ແຫ້ງແລ້ງແກ່ຍາວ, ເຮັດໃຫ້ຮ້ອນອົບເອົ້າ, ໃບໄໝ້ແຫ້ງຫລົ່ນດົກໜາທີ່ໃຫ້ເກີດການຕິດໄຟໄດ້ງ່າຍ ບວກກັບພູມສັນຖານຂອງແຂວງເປັນເປັນພູດອຍສູງຊັນ, ເຫວເລິກ ເປັນອຸປະສັກທີຈະເຂົ້້າໄປເຖິງພື້ນທີ່ ເພື່ອດັບມອດໄຟໄດ້ຍາກຫລາຍ ຈຶ່ງພາໃຫ້ເກີດມີໄຟໄໝ້ລາມປ່າເປັນວົງກວ້າງ ເຮັດໃຫ້ປ່າໄມ້, ຊັບພະຍາກອນປ່າໄມ້, ສັດປ່າ ແລະ ຊີວະນາໆພັນ ຖຶກເຜົາໄໝ້ ແລະ ສູນເສຍຢ່າງມະຫາສານ.
ໃນນີ້, ສາເຫດທີ່ເຮັດໃຫ້ມີປະກົດການໄຟໄໝ້ລາມປ່າຕົ້້ນຕໍ່ແມ່ນມາຈາກການຈູດໄຮ່-ສວນ ຂອງປະຊາຊົນ ທີ່ກ່ອນຈະຈູດບໍ່ໄດ້ມີການເຝົ້າລະວັງປ້ອງກັນເປັນຢ່າງດີ, ຖາງແລວປ້ອງກັນໄຟລາມບໍ່ກວ້າງພໍ, ຖືເບົາ ແລະ ປະມາດຈູດໃນຕອນແດດແຮງ, ລົມແຮງ ແລະ ອີກສາເຫດໜຶ່ງແມ່ນເຈຕະນາຈູດປ່າເພື່ອລ່າສັດປ່າ ແລະ ຈໍຳນວນໜຶ່ງແມ່ນຖີ້ມກິດກອກຢາຢ່າງຊະຊາຍ ຈຶ່ງເຮັດໃຫ້ມີໄຟໄໝ້ປ່າທັງສາມປະເພດປ່າເຊັ່ນ: ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ ຖືກໄຟເຜົາໄໝ້ເສຍຫາຍທັງໝົດ 16.301,70 ເຮັກຕາ ໃນນີ້ໄຟໄໝ້ເນື້ອທີປ່າສະຫງວນແຫ່ງຊາດ, ຂອງແຂວງ, ເມືອງ ແລະ ບ້ານ 5.176.85 ເຮັກຕາ; ເນື້ອທີ່ປາປ້ອງກັນແຫ່ງຊາດເສຍຫາຍ 9. 069,44 ເຮັກຕາ; ປ່າຜະລິດ ແລະ ປ່າຊົມໃຊ້ຂອງບ້ານ 1.849,50 ເຮັກຕາ ແລະ ມີປ່າອື່ນ 136 ເຮັກຕາ.
ນອກນີ້, ໄຟຍັງໄດ້ໄໝ້ລຸກລາມເຂົ້້າສວນປະຊາຊົນເສຍຫາຍ 318.51 ເຮັກຕາ ໃນນັ້ນໄໝ້ສວນຢາງພາລາ 18.16 ເຮັກຕາ; ສວນໝາກແໜ່ງ 249.5 ເຮັກຕາ; ສວນໝາກຂ່າ 6 ເຮັກຕາ; ຕົ້້ນຍານ 23.9 ເຮັກຕາ; ຕົ້ນຊາປ່າ 21 ເຮັກຕາ; ທົ່ງຫຍ້າ 80.1 ເຮັກຕາ.