ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່

ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່ - 44 1 - ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່
ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່ - kitchen vibe - ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່

ວັນທີ 3 ມິຖຸນາ 2020, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ຫົວໜ້າກົມຈັດຕັ້ງ-ພະນັງານ ໄດ້ຂຶ້ນຜ່ານດຳລັດນາຍົກລັດຖະມົນຕີ ວ່າດ້ວຍການໂຮມກົມປະກັນສັງຄົມ ແລະ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ມາເປັນອົງການປະກັນສັງຄົມແຫ່ງຊາດ (ອປຊ) ເຊິ່ງມີຖານະເທົ່າກົມສັງກັດໃນໂຄງປະກອບກົງຈັກຂອງກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 363/ນຍ, ລົງວັນທີ 16 ຕຸລາ 2019, ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຫົວຫນ້າອົງການປະກັນສັງຄົມແຫ່ງຊາດ ໂດຍແຕ່ງຕັ້ງ ທ່ານ ນາງ ແກ້ວ ຈັນທະວີໄຊ ເປັນຫົວຫນ້າອົງການປະກັນສັງຄົມແຫ່ງຊາດ ແລະ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຮອງອົງການປະກັນສັງຄົມແຫ່ງຊາດ ຈຳນວນ 4 ທ່ານ. ນອກຈາກນີ້ ໄດ້ຕົກລົງແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການຈຳນວນໜຶ່ງໄປປະຈຳການຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢ່າງເໝາະສົມ.

ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່
ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່
ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່ - 4 - ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່
ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່ - 5 - ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່
ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່ - 3 - ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່