‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ

‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ - 49 - ‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ
‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ - kitchen vibe - ‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ

     “ຈີນ” ​ເປີດ​ນ່ານຟ້າ​ໃຫ້ “ສາຍ​ການບິນ​ຕ່າງປະ​ເທດ” ​ເຂົ້າປະ​ເທດ​ແບບ​ຈຳກັດ​ຖ້ຽວ​ບິນ ​ເລີ່​ມ 8 ມິຖຸນາ ຫລັງ “​ອາ​ເມ​ລິ​ກາ” ສັ່ງ​ຫ້າມ​ຖ້ຽວ​ບິນ​​ເຂົ້າປະ​ເທດ.

ສຳນັກ​ການບິນພົນລະ​ເຮືອນ​ແຫ່ງ​ປະ​ເທດ​ຈີນ (CAAC) ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 4 ມິຖຸນາ​ວ່າ: ຈີນ​ອະນຸຍາດ​ໃຫ້​ສາຍ​ການບິນ​ຕ່າງປະ​ເທດ​ສາມາດ​ບິນ​ເຂົ້າສູ່​ນ່ານຟ້າ​ຂອງ​ຈີນ​ໄດ້​ຫລາຍ​ຂຶ້ນ ​ໂດຍ​ຖະ​ແຫລ​ງການ​ດັ່ງກ່າວ​ມີ​ຂຶ້ນບໍ່​ດົນ ຫລັງ​ຈາກ​ອາ​ເມ​ລິ​ກາ​ສັ່ງ​ຫ້າມ​ສາຍ​ການບິນ​ຂອງ​ຈີນ​ເດີນທາງ​ເຂົ້າອາ​ເມ​ລິ​ກາ​ນັບ​ແຕ່​ກາງ​ເດືອນ​ມິຖຸນາ​ເປັນຕົ້ນ​ໄປ.

‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ - Visit Laos Visit SALANA BOUTIQUE HOTEL - ‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ
‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ - Visit Laos Visit SALANA BOUTIQUE HOTEL - ‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ

ຖະ​ແຫລ​ງການ​ຂອງ CAAC ລະບຸ​ວ່າ: ສາຍ​ການບິນ​ຕ່າງປະ​ເທດ ​ເຊິ່ງປັດຈຸບັນ​ໄດ້​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ເດີນທາງ​ເຂົ້າ-ອອກ​ຈາກ​ຈີນ​ນັ້ນ ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ເປີດ​ບໍລິການ​ຖ້ຽວ​ບິນ​ໄປ​ເມືອງ​ຂອງ​ຈີນ​ໄດ້​ອາທິດ​ລະຄັ້ງ ​ໂດຍ​ຈະ​ເລີ່​ມ​ແຕ່​ວັນ​ທີ 8 ມິຖຸນາ​ເປັນຕົ້ນ​ໄປ.

ມີ​ລາຍ​ງານ​ວ່າ: ປະທານາທິບໍດີ ​ໂດ​ນັລ ທຣຳ ​ໄດ້​ສັ່ງ​ຫ້າມ​ສາຍ​ການບິນ​ຂອງ​ຈີນ​ເດີນທາງ​ເຂົ້າອາ​ເມ​ລິ​ກາ​ນັບ​ແຕ່​ວັນ​ທີ 16 ມິຖຸນາ​​ເປັນຕົ້ນ​ໄປ ​ເພື່ອ​ກົດ​ດັນ​ໃຫ້​ຈີນ​ເປີດ​ທາງ​ໃຫ້​ສາຍ​ການບິນ​ຂອງ​ອາ​ເມ​ລິ​ກາ​ເດີນທາງ​ໄປ​ຈີນ.

ທັງ​ນີ້ ສາຍ​ການບິນ​ເດລຕາ ​ແອ​ລາຍ ​ແລະ ຢູ​ໄນ​ເຕັດ ​ແອ​ລາຍ ຂອງ​ອາ​ເມ​ລິ​ກາ ຕ່າງ​ກໍ​ຮຽກຮ້ອງ​ໃຫ້​ຈີນ​ເປີດ​ເສັ້ນທາງ​ບິນ​ໃນ​ເດືອນ​ມິຖຸນາ​ນີ້. ຂະນະ​ທີ່ ສາຍ​ການບິນ​ຂອງ​ຈີນ​ຍັງ​ສາມາດ​ເດີນທາງ​ໄປ​ອາ​ເມ​ລິ​ກາ​ໄດ້​ໃນ​ໄລຍະ​ເກີດ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ປະກາດ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ ຖື​ເປັນ​ການ​ຕອບ​ໂຕ້​ຈີນ​ຕໍ່​ກໍລະນີ​ທີ່​ຈີນ​ປະຕິ​ເສດ​ຈະ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ສະບັບ​ປັດຈຸບັນ​ກ່ຽວ​ກັບ​ຖ້ຽວ​ບິນ​ຂອງ​ທັງ​ສອງ​ປະ​ເທດ.

‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ - 5 - ‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ
‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ - 4 - ‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ
‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ - 3 - ‘ຈີນ’ ເປີດນ່ານຟ້າໃຫ້ສາຍການບິນຕ່າງປະເທດ ເຂົ້າປະເທດແບບຈຳກັດ ເລີ່ມ 8 ມິຖຸນາ