ເມືອງຕົ້ນເຜິ້ງຮື້ຖອນປ້າຍໂຄສະນາທີ່ບໍ່ຖືກຕ້ອງ
ແຫລ່ງຂ່າວແຂວງບໍ່ແກ້ວ ລາຍງານວ່າ: ໃນວັນທີ 3 ມິຖຸນາ 2020 ບັນດາຫ້ອງການທີ່ກ່ຽວຂ້ອງຂອງເມືອງ ນໍາໂດຍທ່ານ ແສງເພັດ ຈິດຕະພົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ສົມທົບກັບ ປກສ-ປກຊ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມແຂວງບໍ່ແກ້ວ ໄດ້ລົງຮື້ຖອນປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບວັດທະນະທໍາ ແລະ ລະບຽບໂຍທາເຊັ່ນ: ປ້າຍທີ່ບໍ່ມີພາສາລາວ, ປ້າຍທີ່ມີພາສາຕ່າງປະເທດຢູ່ເທິງພາສາລາວ, ປ້າຍທີ່ຂະໜາດຂອງລາວພາສາລາວນ້ອຍກວ່າພາສາຕ່າງປະເທດ, ປ້າຍທີ່ສີພື້ນ ແລະ ສີຕົວໜັງສືບໍ່ຖືກຕ້ອງຕາມລະບຽບການທີ່ກະຊວງ ຖວທ ກຳນົດ, ປ້າຍທີ່ຕິດຕັ້ງກວມເອົາເຂດສະຫງວນທາງຫລວງ, ຢູ່ຕິດຂອບທາງ ຫລື ຫ່າງຈາກຂອບທາງບໍ່ເຖິງ 6 ແມັດ ເຊິ່ງເຮັດໃຫ້ບັງປ້າຍເຄື່ອງໝາຍຈະລາຈອນ ຫລື ກີດຂວາງໄລຍະການເບິ່ງເຫັນໃນເວລາຂັບຂີ່ ແລະ ຮູບພາບໂປ້ເປືອຍລາມົກອານາຈານ ບໍ່ສອດຄ່ອງກັບວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ ລວມທັງໝົດ 89 ປ້າຍ ຢູ່ເຂດເຊື່ອມຕໍ່ ລະຫວ່າງເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫລ່ຽມຄໍາ. ທັງນີ້ກໍເພື່ອເຮັດໃຫ້ເມືອງຕົ້ນເຜິ້ງມີຄວາມເປັນລະບຽບຮຽບຮ້ອຍ, ການຕິດຕັ້ງປ້າຍໂຄສະນາຖືກຕ້ອງຕາມລະບຽບການ ແລະ ມີລັກສະນະຊາດ ຕາມທິດຊີ້ນໍາຂອງທ່ານເຈົ້າແຂວງ ກໍຄືຂອງຄະນະບໍລິຫານງານພັກເມືອງຕົ້ນເຜິ້ງ.