‘ກຳປູເຈຍ’ ເລັ່ງແຈກເງິນ 2,3 ລ້ານຄົນ ຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບໂຄວິດ


ກະຊວງວາງແຜນກຳປູເຈຍ ສະເໜີໃຫ້ “ນາຍົກລັດຖະມົນຕີ ຮຸນເຊນ” ແຈກເງິນຄົນຈົນ 500.000 ກວ່າຄົວເຮືອນ ຫລື ເກືອບ 2,3 ລ້ານຄົນ ຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກໂຄວິດ-19.
ສຳນັກຂ່າວຊິນຮົວ ລາຍງານວ່າ: ເຈົ້າໜ້າທີ່ອາວຸໂສປະຈຳກະຊວງການວາງແຜນຂອງກຳປູເຈຍ ລາຍງານວ່າ: ກຳປູເຈຍວາງແຜນແຈກເງິນອຸດໜູນໃຫ້ຄອບຄົວທຸກຍາກ ແລະ ຂາດເຂີນ ຈຳນວນ 562.686 ຄົວເຮືອນ ເຊິ່ງມີສະມາຊິກເກືອບ 2,3 ລ້ານຄົນໃນຊ່ວງການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ເຈົ້າໜ້າທີ່ອາວຸໂສປະຈຳກະຊວງການວາງແຜນຂອງກຳປູເຈຍ ລະບຸວ່າ: ຄອບຄົວທຸກຍາກ ແລະ ບອບບາງເຫລົ່ານີ້ຈະໄດ້ຮັບເງິນອຸດໜູນຈາກລັດຖະບານ, ແຕ່ທ່ານຍັງບໍ່ຮູ້ລາຍລະອຽດກ່ຽວກັບຈຳນວນເງິນ ແລະ ເວລາທີ່ພວກເຂົາຈະໄດ້ຮັບເງິນ.
ທັງນີ້ ໄດ້ກຽມສົ່ງຂໍ້ມູນນີ້ໄປໃຫ້ນາຍົກລັດຖະມົນຕີ ຮຸນເຊນ ຂອງກຳປູເຈຍ ຜ່ານທາງກະຊວງເສດຖະກິດ ແລະ ການເງິນ ເພື່ອໃຫ້ນາຍົກລັດຖະມົນຕີເປັນຜູ້ຕັດສິນໃຈເລື່ອງນີ້.
ກະຊວງສາທາລະນະສຸກກຳປູເຈຍ ລາຍງານການກວດພົບຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການຢືນຢັນຜົນ 125 ຄົນ ເຊິ່ງສ່ວນຫລາຍເປັນຜູ້ຕິດເຊື້ອທີ່ມາຈາກຕ່າງປະເທດ ແລະ ຍັງບໍ່ມີລາຍງານການກວດພົບຜູ້ເສຍຊີວິດ ໂດຍປັດຈຸບັນຍັງເຫລືອຜູ້ຕິດເຊື້ອທີ່ປິ່ນປົວຢູ່ໂຮງໝໍພຽງ 2 ຄົນ.