ສິ່ງທ້າທາຍຂອງ TikTok ຢູ່ໃນມືຂອງ CEO ອາເມລິກາ
ໂດຍ: ລົງທຶນເດັກ
ຮູ້ຫລືບໍ່ວ່າ TikTok ແອບພິເຄຊັນ ທີ່ກຳລັງເປັນທີ່ນິຍົມໃນຂະນະນີ້ ຢູ່ພາຍໃຕ້ ByteDance ສະຕາອັບຈາກຈີນ ທີ່ມີມູນຄ່າຫລາຍທີ່ສຸດໃນໂລກໂດຍປັດຈຸບັນ ByteDance ຖືກປະເມີນມູນຄ່າສູງເຖິງ 101 ຕື້ກວ່າໂດລາ ມີມູນຄ່າຫລາຍກວ່າ Twitter ເກືອບ 4 ເທົ່າ ເຊິ່ງນອກຈາກ TikTok ແລ້ວ ByteDance ຍັງເປັນເຈົ້າຂອງແອບອື່ນໆ ອີກຫລາຍຢ່າງເຊັ່ນ: Toutiao, Xigua Video, Helo ແລະ Vigo Video ຢ່າງໃດກໍຕາມ ເມື່ອບໍ່ດົນມານີ້ TIkTok ໄດ້ອອກມາປະກາດຊື່ CEO ຄົນໃໝ່່ ເຊິ່ງກໍຄື Kevin Mayer ແລະ ເຂົາຈະເຂົ້າມາຮັບຕຳແໜ່ງ “ກຳມະການຜູ້ອຳນວຍການຝ່າຍປະຕິບັດການ” ຂອງ ByteDance ອີກນຳ.
ໂດຍເຂົາຈະມີໜ້າທີ່ເບິ່ງແຍງການດຳເນີນງານຂອງ TikTok ທົ່ວໂລກທັງໝົດທີ່ນ່າສົນໃຈຄື ກ່ອນໜ້າທີ່ທ່ານ Kevin Mayer ຈະມາຮ່ວມງານກັບ ByteDance ຈະມາຮ່ວມງານກັບ ByteDance ເຂົາເປັນໜຶ່ງໃນຜູ້ບໍລິຫານຄົນສຳຄັນຂອງ Disney ໂດຍສະເພາະໃນການເຈລະຈາເພື່ອເຂົ້າຊື້ກິດຈະການຕ່າງໆ ຂອງ Disney ຢ່າງເຊັ່ນ Pixar, Marvel, Lucasfilm ແລະ BAMTech ຄຸນ Kevin Mayer ກໍຖືວ່າມີບົດບາດສຳຄັນ ໃນການເຮັດສິ່ງເຫລົ່ານີ້ປະສົບຄວາມສຳເລັດ ແລະ ເຂົາຍັງເປັນຜູ້ນຳໃນການພັດທະນາ Disney+ ບໍລິການສະຕຣີມມິງຂອງ Disney ເຊິ່ງປັດຈຸບັນ ມີຜູ້ໃຊ້ງານຫລາຍກວ່າ 50 ລ້ານຄົນທົ່ວໂລກ ທີ່ເປີດໂຕໄປບໍ່ຮອດ 7 ເດືອນ ທີ່ສຳຄັນຄື Kevin Mayer ຍັງເຄີຍເປັນທີ່ໜຶ່ງ, ທີ່ມີໂອກາດຈະໄດ້ຂຶ້ນໄປຢູ່ຕຳແໜ່ງສູງສຸດຂອງການບໍລິຫານ Disney .
ເມື່ອອ່ານມາຮອດໂຕນີ້ ຫລາຍຄົນອາດກຳລັງຄິດວ່າອະນາຄົດແອບ TikTok ພາຍໃຕ້ການບໍລິຫານຂອງ Kevin Mayer ຈະຕ້ອງສົດໃສຢ່າງແນ່ນອນ ເພາະໄດ້ຜູ້ບໍລິຫານຄົນເກັ່ງຈາກ Disney ມາບໍລິຫານແຕ່ວ່າໃນຄວາມເປັນຈິງ TikTok ກໍຍັງຄົງມີຄວາມທ້າທາຍຫລາຍຢ່າງຖ້າຢູ່, ໂດຍສະເພາະເລື່ອງ “ການເຊັ່ນເຊີເນື້ອຫາ” ຢູ່ເທິງເຟສ TikTok ເຊິ່ງເປັນປະເດັນຫລັກທີ່ໜ້າຕົກໃຈ, ທີ່ຜ່ານມາ TikTok ຖືກເບິ່ງວ່າ ວາງໂຕແບບບໍ່ເປັນກາງໃນການເມືອງ, ເພາະເຄີຍເຊັນເຊີ ແລະ ຫ້າມບັນຊີຂອງຜູ້ຍິງຊາວອາເມລິກາ ທີ່ອອກມາເວົ້າເລື່ອງການກັກກັນຊາວອຸຍກູ ໃນປະເທດຈີນມາແລ້ວ ເລື່ອງນີ້ກາຍເປັນເລື່ອງໃຫຍ່ ເນື່ອງຈາກການກຳຈັດສິດທິ ເຖິງວ່າຄົນທີ່ບໍ່ໄດ້ຢູ່ປະເທດຈີນຈົນພາຍຫລັງ TikTok ຕ້ອງອອກມາຂໍໂທດ ແລະ ຊີ້ແຈງກ່ຽວກັບກໍລະນີນີ້ ວ່າບໍ່ໄດ້ແບບເພາະການວິພາກວິຈານຈີນແຕ່ເປັນວິດີໂອກ່ອນໜ້າຂອງຜູ້ໃຊ້ນັ້ນໄດ້ມີການເວົ້າໃສຮ້າຍປ້າຍສີກໍ່ການຮ້າຍ ເຊິ່ງຖືເປັນ ການລະເມີດກົດໝາຍຂອງ TikTok ດັ່ງນັ້ນ ຫລາຍຄົນຈຶ່ງຄາດວ່າໃນອະນາຄົດ Kevin Mayer ກໍອາດຈະມີປັນຫາກັບລັດຖະບານຈີນ ໃນເລື່ອງການເຊັນເຊີ ແລະ ການຄວບຄຸມຂໍ້ມູນຜູ້ໃຊ້ຜ່ານ TikTok ເພາະວ່າ Kevin Mayer ເປັນຊາວອາເມລິກາ ໃຫຍ່ມາຈາກປະເທດເສລີ ແລະ ອາດຈະບໍ່ເຫັນນຳກັບການເຊັນເຊີເນື້ອຫາຕາມລັດຖະບານຈີນ. ໃນຂະນະດຽວກັນ Kevin Mayer ຍັງຕ້ອງແກ້ບັນຫາທີ່ຄົງຄາກັບລັດຖະບານສະຫະລັດ.
ເນື່ອງຈາກມີຫລາຍໜ່ວຍງານຂອງລັດຖະບານສະຫະລັດທີ່ຄິດວ່າ TikTok ອາດເຂົ້າມາລັກຂໍ້ມູນສ່ວນໂຕຂອງຜູ້ໃຊ້ ຈົນໄດ້ສັງຫ້າມບໍ່ໃຫ້ພະນັກງານດາວໂຫລດ ຫລື ໃຊ້ແອບ TikTok ນອກຈາກນັ້ນ ແຮງຕໍ່ຕ້ານ TikTok ເບິ່ງຄືວ່າຈະຫລາຍຂຶ້ນເລື້ອຍໆ. ສະມາຊິກ Josh Hawley ໄດ້ສະເໜີໃຫ້ມີການຮ່າງກົດໝາຍຫ້າມບໍ່ໃຫ້ພະນັກງານຂອງລັດຖະບານໃຊ້ແອບນີ້ອີກ.
ທັງໝົດນີ້ຈິ່ງກາຍເປັນບັນຫາທີ່ຂັດກັນຈາກ 2 ດ້ານໂດຍມີໂຕກາງເປັນ Kevin Mayer ເຊິ່ງຕ້ອງສ້າງສົມດູນໃຫ້ກັບ 2 ຝ່າຍຢ່າງໃດກໍຕາມພາຍໃຕ້ການບໍລິຫານຂອງ Kevin Mayer ກໍນ່າຈະມີສ່ວນຊ່ວຍໃຫ້ພາບຫລັກຂອງ TikTok ເບິ່ງໂປ່ງໃສ ແລະ ໜ້າເຊື້ອຖືຂຶ້ນໃນຄະນະດຽວກັນ ເຂົາກໍຍັງມີປະສົບການໃນການແກ້ບັນຫາເລື່ອງຄວາມປອດໄພດ້ານຂໍ້ມູນ ແລະ ການເຊັນເຊີເນື້ອຫາເທິງເຟສ Disney+ ເຊິ່ງກໍບໍ່ແນ່ວ່າຄວາມທ້າທາຍເຫລົ່ານີ້ ຈະກາຍ ເປັນໂອກາດໃຫ້ Kevin Mayer ໄດ້ສະແດງຄວາມສາມາດໄດ້ຢ່າງເຕັມທີ່ ແລະ ໃນອະນາຄົດໂທສັບມືຖືຂອງເຮົາທຸກຄົນອາດຈະຕ້ອງມີແອບ TikTok ຕິດເຄື່ອງຄືກັບ Facebook ກໍເປັນໄດ້./.