ແກ້ອາການຫລົງລືມດ້ວຍວິຕາມິນບຳລຸງສະໝອງ

ແກ້ອາການຫລົງລືມດ້ວຍວິຕາມິນບຳລຸງສະໝອງ - 58 1 - ແກ້ອາການຫລົງລືມດ້ວຍວິຕາມິນບຳລຸງສະໝອງ
ແກ້ອາການຫລົງລືມດ້ວຍວິຕາມິນບຳລຸງສະໝອງ - kitchen vibe - ແກ້ອາການຫລົງລືມດ້ວຍວິຕາມິນບຳລຸງສະໝອງ

ຍ້ອນຫຍັງຄົນເຮົາຈຶ່ງມີອາການຫລົງໆລືມໆ ? ເລື່ອງຄວາມຈື່ຈຳເປັນບັນຫາໃຫຍ່ ເພາະມັນກ່ຽວຂ້ອງກັບສະໝອງ. ອາການຫລົງໆລືມໆແຕ່ລະຊ່ວງອາຍຸແບ່ງອອກເປັນຫລາຍກຸ່ມ, ກຸ່ມທີ່ມີອາຍຸຫລາຍກ່ວາ 50 ປີຂຶ້ນໄປຈະມີສາເຫດຫລັກໆອີກສ່ວນໜຶ່ງ, ອາຍຸຕໍ່າກ່ວາ 50 ປີລົງມາ ໃນໄວເຮັດວຽກ ແລະ ໄວໜຸ່ມ ກໍມີອີກສາເຫດໜຶ່ງ. ຄົນໄວເຮັດວຽກ ຫລື ໄວກາງຄົນສ່ວນຫລາຍແລ້ວມັກເກີດຈາກການທີ່ເຮົາໃຊ້ຊີວິດໜັກ ແລະ ເມື່ອຍເກີນໄປ ເຊັ່ນ : ການນອນ ແລະ ພັກຜ່ອນບໍ່ພຽງພໍ ເປັນບັນຫາໃຫຍ່ຂອງຄົນໄວນີ້ ເພາະຈະເຮັດໃຫ້ສະໝອງພັກຜ່ອນໄດ້ໜ້ອຍ, ຄວາມຈື່ຈຳກໍຈະເລີ່ມຖົດຖອຍລົງເລື້ອຍໆ ແລະ ກຸ່ມຄົນທີ່ດື່ມເຫລົ້າ ຫລື ສິ່ງມຶນເມົາ, ສູບຢາ, ກິນກາເຟອີນຫລາຍ ຈະເຮັດໃຫ້ວິຕາມິນເບໃນຮ່າງກາຍໜ້ອຍລົງ, ປາຍປະສາດກໍເສື່ອມໄວຂຶ້ນ,​ ຄົນທີ່ສູບຢາຍິ່ງໄປກະຕຸ້ນໃຫ້ເກີດພະຍາດອັລໄຊເມີໄວກ່ວາປົກກະຕິ. ມີອີກກຸ່ມໜຶ່ງທີ່ບໍ່ແມ່ນຄົນຫລົງໆລືມໆ ເວົ້າແລ້ວກໍຟັງ ແຕ່ບໍ່ໄດ້ເອົາໃຈໃສ່ ເຊິ່ງຕ້ອງມາເບິ່ງວ່າແມ່ນອາການສະມາທິສັ້ນຫລືບໍ່.

ສ່ວນກຸ່ມຜູ້ເຖົ້າ ຫລື ມີອາຍຸຕັ້ງແຕ່ 50 ປີຂຶ້ນໄປມັກຈະເກີດໂດຍທຳມະຊາດ ໂດຍມີສາເຫດມາຈາກຮໍໂມນເພດທີ່ຫາຍໄປ ຫລື ໄວທອງ (ໄວໝົດປະຈຳເດືອນ) ເຊິ່ງໄວນີ້ເປັນອາການທີ່ຫລາກຫລາຍເກີດຂຶ້ນໄດ້ໃນໂຕເຮົາ ໂດຍສະເພາະອາການຄວາມຈື່ຈຳສັ້ນທີ່ຫາຍໄປ. ຄວາມຈື່ຈຳສັ້ນໝາຍເຖິງເລື່ອງເລັກໆນ້ອຍໆໃນປັດຈຸບັນ ເຊັ່ນ : ລືມປິດປະຕູເຮືອນ, ເປີດກ໊ອກນຳ້ປະໄວ້ ເປັນຕົ້ນ, ແຕ່ຊຳ້ພັດສາມາດຈື່ຈຳເລື່ອງໃນອະດີດໄດ້ ນີ້ແມ່ນອາການທີ່ຮໍໂມນໃນຮ່າງກາຍຫລາຍໂຕເລີ່ມຫລຸດລົງ ຈະເຮັດໃຫ້ຄວາມຈື່ຈຳເສື່ອມລົງເລື້ອຍໆ.

ອາການຫລົງໆລືມໆແບ່ງອອກເປັນ 2 ແບບ ຄື : ພະຍາດອັລໄຊເມີ ແລະ ຄວາມຈື່ຈຳເສື່ອມ, ຫລັກການສັງເກດຄວາມຈື່ຈຳເສື່ອມແມ່ນລືມຈັກໄລຍະໜຶ່ງກໍກັບມາຈື່ໄດ້, ແຕ່ອັລໄຊເມີແມ່ນລືມແລ້ວລືມເລີຍ. ສະນັ້ນ, ວິຕາມິນຈຶ່ງເປັນໂຕຊ່ວຍສົ່ງເສີມສະໝອງ ຫລື ບຳລຸງສະໝອງອີກທາງເລືອກໜຶ່ງ ເພາະໃນອາຫານສ່ວນຫລາຍມີສານອາຫານທີ່ໄປບຳລຸງສະໝອງໂດຍກົງນັ້ນອ່າວໜ້ອຍ,​ ການສ້າງຄວາມດຸ່ນດ່ຽງຊີວິດ ຫລື ເຮັດຫຍັງກໍຕາມພຽງແຕ່ພໍດີພໍງາມ, ບໍ່ເຮັດວຽກໜັກເກີນໄປ, ພັກຜ່ອນໃຫ້ພຽງພໍ, ກິນອາຫານ ຫລື ວິຕາມິນບຳລຸງສະໝອງ (ມີຂາຍທົ່ວໄປຕາມຮ້ານຂາຍຢາ ແລະ ມີຫລາຍຍີ່ຫໍ້ໃຫ້ທ່ານເລືອກ)ແລະ ບໍ່ເຄັ່ງຄຽດ ກໍຈະຊ່ວຍໃຫ້ເຮົາມີຄວາມຈື່ຈຳດີໆຕະຫລອດໄປໄດ້.

ແກ້ອາການຫລົງລືມດ້ວຍວິຕາມິນບຳລຸງສະໝອງ - 3 - ແກ້ອາການຫລົງລືມດ້ວຍວິຕາມິນບຳລຸງສະໝອງ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!