ຍາມ​ບ້ານ​ເມື​ອງວິ​ກິດ​ໂຈນ​ພິຊິດ​ກໍ​ປາກົດ​ຕົວ

ຍາມ​ບ້ານ​ເມື​ອງວິ​ກິດ​ໂຈນ​ພິຊິດ​ກໍ​ປາກົດ​ຕົວ - images - ຍາມ​ບ້ານ​ເມື​ອງວິ​ກິດ​ໂຈນ​ພິຊິດ​ກໍ​ປາກົດ​ຕົວ
ຍາມ​ບ້ານ​ເມື​ອງວິ​ກິດ​ໂຈນ​ພິຊິດ​ກໍ​ປາກົດ​ຕົວ - kitchen vibe - ຍາມ​ບ້ານ​ເມື​ອງວິ​ກິດ​ໂຈນ​ພິຊິດ​ກໍ​ປາກົດ​ຕົວ

ໂດຍ: ທິດ​ກໍ່າ

ສັງ​ເກດ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ: ​ໃນ​ຊ່ວງ​ເວລາ​ພວກ​ເຮົາ​ພວມ​ເຮັດ​ສົງຄາມ​ຕ້ານ​ໂຄ​ວິດ-19 ນັບ​ແຕ່​ຕົ້ນປີ 2020 ​ເປັນຕົ້ນມາ, ປາກົດ​ການ​ຫຍໍ້​ທໍ້​ທີ່​ຕາມ​ມາ​ກະທົບ​ໃນ​ສັງຄົມ​ບ້ານ​ເຮົາ​ອີກ​ຢ່າງ​ໜຶ່ງ ກໍ​ຄື​ມີ​ໂຈນ​ມາ​ເຄື່ອນ​ໄຫວ​ລັກ​ຊັບ​ສິນ​ຂອງ​ພົນລະ​ເມືອງ​ເຊັ່ນ: ຂີ້ລັກ​ງັດ​​ແງະ, ລັກ​ໝົກ​ຈົກ​ຫໍ່, ລັກ​ເລັກ​ຂະ​ໂມ​ຍນ້ອຍ, ປຸ້ນ​ຈີ້​ເອົາ​ຊັບ​ສິນ ​ໂດຍ​ສະ​ເພາະ​ແມ່ນ​ລັກ​ໝໍ້​ໄຟ​ໃນ​ລົດ, ສາຍ​ໄຟ, ລັກ​ເປັດ, ລັກ​ໄກ່, ລັດ​ລົດຈັກ, ລົດ​ໃຫຍ່, ຈີ້​ເອົາ​ລົດຈັກ, ຈີ້​ເອົາ​ສາຍ​ຄໍ​ຄຳ​ຕາ​ມ​ເສັ້ນທາງ​ປ່ຽວ, ຫາ​ວິທີ​ປອມ​ຕົວ​ເຂົ້າປຸ້ນ​ເອົາ​ຊັບ​ສິນ​ໃນ​ເຮືອນ​ຂອງ​ປະຊາຊົນ. ຍິ່ງ​ໄປ​ກວ່າ​ນັ້ນ ຕາມ​ແຫ​ລ່ງຂ່າວ​ທີ່​ອອກ​ມາ​​ໃໝ່​ໃນ​ສື່​ອອນ​ລາຍ​ວ່າ​ມີ​ຄົນ​ບໍ່​ດີ​ສວຍ​ໂອກາດ​ວາງຢາ​ສະຫລົບ​ໃສ່​ໜ້າ​ກາກ​ອະນາ​ໄມ​ແລ້ວ​ໄປ​ທຳທ່າ​ແຈກ​ຢາຍ​ໃຫ້​ຄົນ​ທຽວ​ທາງ​ຈົນ​ສະຫລົບ​ສະ​ໄຫລ ​ແລ້ວ​ພວກ​ເຂົາ​ກໍ​ເອົາ​ຊັບ​ສິນ​ທີ່​ມີຄ່າ​ໃນ​ຕົນຕົວ ​ແລະ ຢູ່​ໃນ​ລົດ​ຈົນ​ໝົດ​ກ້ຽງ. ປະກົດ​ການ​ໃໝ່ໆ​ນີ້ ຈັກ​ວ່າ​ມີ​ຢູ່​ບ້ານ​ເພິ່ນ ຫລື​ວ່າ ຢູ່​ບ້ານ​ເຮົາ ​ເພາະ​ການ​ເຄື່ອນ​ໄຫວ​ຂອງ​ໂຈນ​ສະ​ໄໝ​ນີ້​ມັນ​ມີ​ທຸກ​ຮູບ​ແບບ​ສຸດ​ແລ້ວ​ແຕ່​ເຂົາ​ຈະ​ຄິດ. ການ​ເຄື່ອນ​ໄຫວ​ຂອງ​ພວກ​ໂຈນ​ເຫລົ່າ​ນີ້​ແມ່ນ​ເລີ່​ມປະກົດ​ຕົວ​ແຮງ​ໃນ​ຊ່ວງ​ເລີ່​ມມີ​ການ​ຜ່ອນຜັນ ນັບ​ແຕ່​ວັນ​ທີ 18 ພຶດສະພາ 2020 ​ເປັນຕົ້ນມາ​ຮອດ​ປັດຈຸບັນ. ສ່ວນ​ໃນ​ໄລຍະ​ເລີ່​ມຕົ້ນ​ເຮັດ​ສົງຄາມ​ກັບ​ໂຄ​ວິດ-19 ນັບ​ແຕ່​ວັນ​ທີ 3 ມີນາ​ຮອດ​ວັນ​ທີ 17 ພຶດສະພາ 2020 ​ເປັນ​ຊ່ວງ​ທີ່​ລັດຖະບານ​ເຮົາ​ຍັງ​ເຄັ່ງ​ຄັດ ​ແລະ ຈຳກັດ​ການ​ໄປມາ ນັບ​ທັງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ໄດ້​ເຮັດ​ໃຫ້​ພວກ​ໂຈນ​ທັງຫລາຍ​ພາກັນ​ຢູ່​ໃນ​ວົງ​ແຄບ ​ໂດຍ​ມີ​ການ​ກັກ​ກັນ​ຕົນ​ເອງ ​ແລະ ຈຳກັດ​ພື້ນທີ່ ກໍ​ເຫັນ​ວ່າ​ບໍ່​ຄ່ອຍ​ເກີດ​ມີ​ບັນຫາ​ຂຶ້ນຫລາຍ​ພໍ​ເທົ່າ​ໃດ ຍ້ອນ​ວ່າ​ໃນ​ເວລາ​ນັ້ນ ທຸກ​ຄົນ​ຕ້ອງ​ປະຕິບັດ​ຕາມ​ມາດ​ຕະການ​ກັກ​ກັນ​ຕົນ​ເອງ​ຢູ່​ເຮືອນ​ຢ່າງ​ເຄັ່ງ​ຂັດ.

ຍາມ​ບ້ານ​ເມື​ອງວິ​ກິດ​ໂຈນ​ພິຊິດ​ກໍ​ປາກົດ​ຕົວ - Visit Laos Visit SALANA BOUTIQUE HOTEL - ຍາມ​ບ້ານ​ເມື​ອງວິ​ກິດ​ໂຈນ​ພິຊິດ​ກໍ​ປາກົດ​ຕົວ

​ແນວ​ໃດ​ກໍ​ດີ, ອີງ​ໃສ່​ສະພາບ​ປະກົດ​ການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນນັ້ນ ພາຍ​ໃຕ້​ການ​ຕິດຕາມ​ກວດກາ ​ແລະ ການ​ປະຕິບັດ​ໜ້າ​ທີ່​ຢ່າງ​ຈິງ​ຈັງ​ຂອງ​ເຈົ້າໜ້າ​ທີ່​ເຮົາ​ກໍ​ສາມາດ​ຈັບ​ຕົວ​ຜູ້​ກະທຳ​ຜິດ​ໄດ້​ເປັນ​ຈຳນວນ​ບໍ່​ໜ້ອຍ. ດັ່ງ​ວັນ​ທີ 5 ພຶດສະພາ 2020 ຜ່ານ​ມາ, ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັບ​ຕົວ​ກຸ່ມ​ແກ້ງ​ລັກ​ລົດຈັກ​ຈຳນວນ 3 ຄົນ​ຄື: ທ້າວ ພົນ, ທ້າວ ​ເພັດ​ມະນີ ​ແລະ ທ້າວ ຄຳ​ພຽນ ​ໃນ​ຈຳນວນ 3 ຄົນ​ນີ້ ລ້ວນ​ແລ້ວ​ແຕ່​ເປັນ​ຄົນ​ວ່າງ​ງານ ​ແລະ ບໍ່​ໄດ້​ຢູ່​ໃນ​ບ້ານ​ດຽວ​ກັນ ​ແຕ່​ພັດ​ເປັນ​ກຸ່ມ​ແກ້ງ​ຫາ​ລັກ​ຊັບ​ພົນລະ​ເມືອງ​ມາ​ຫລາຍ​ຄັ້ງ​ແລ້ວ. ນີ້​ຄື​ຕົວຢ່າງ​ໜຶ່ງ​ໃນ​ຫລາຍໆ​ເຫດການ​ທີ່​ເຈົ້າໜ້າ​ທີ່​ເຮົາ​ສາມາດ​ຕິດຕາມ​ນຳ​ຈັບ​ພວກ​ກຸ່ມ​ແກ້ງ​ທີ່​ຫາ​ເລາະ​ກໍ່​ຄວາມ​ບໍ່​ສະຫງົບ​ໃນ​ສັງຄົມ​ບ້ານ​ເມືອງ​ແຕ່ລະ​ໄລຍະ.

ຕໍ່​ສະພາບ​ການ​ດັ່ງກ່າວ, ອີງ​ໃສ່​ໄລຍະ​ນີ້ ທາງ​ການ​ຍິ່ງ​ມີ​ການ​ຜ່ອນຜັນ​ການ​ເປີດ​ກວ້າງ​ການ​ໄປມາຫາສູ່​ຄ້າຂາຍ, ການ​ຜະລິດ, ທຸລະ​ກິດ, ການ​ບໍລິການ​ໃນ​ທຸກ​ຂົງ​ເຂດ​ໄດ້​ມີ​ການ​ເປີດ​ກວ້າງ​ຄືນ​ໃໝ່ ຍິ່ງ​ເປັນ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ໄດ້​ງ່າຍ​ຂຶ້ນ. ນອກຈາກ​ນັ້ນ ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ໃນ​ຂັ້ນຕ່າງໆ​ກໍ​ຈະ​ໄດ້​ເປີດ​ຮຽນ​ຄືນ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 2 ມິຖຸນາ​ເປັນຕົ້ນ​ໄປ. ​ເມື່ອ​ເປັນ​ສະພາບ​ດັ່ງ​ວ່າ​ນີ້ ຍິ່ງ​ຈະ​ເປັນ​ໂອກາດ​ໃຫ້​ກຸ່ມ​ຄົນ​ບໍ່​ດີ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ກວ້າງຂວາງ ຈຶ່ງ​ຂໍ​ໃຫ້​ພວກ​ເຮົາ​ທັງຫລາຍ​ທົ່ວ​ສັງຄົມ​ຈົ່ງ​ພ້ອມ​ກັນ​ມີ​ສະຕິ​ລະວັງ​ຕົວ, ຮັກສາ​ຄວາມ​ສະຫງົບປອດ​ໄພ, ຮັກສາ​ວັດຖຸ​ຊັບ​ສິນ​ຂອງ​ຕົນ​ໃຫ້​ມີ​ຄວາມ​ປອດ​ໄພ. ​ໄປ​ຄຽງ​ຄູ່​ກັນນັ້ນ ກໍ​ຕ້ອງ​ພ້ອມ​ກັນ​ເປັນ​ຫູ​ເປັນຕາ​ສອດສ່ອງ​ໃກ້ຊິດ​ຕິດຕາມ​ຄົນ​ບໍ່​ດີ​ຊ່ວຍ​ເຈົ້າໜ້າ​ທີ່. ຖ້າ​ເຫັນ​ວ່າ​ມີ​ອາການ​ເຄື່ອນ​ໄຫວ​ຜິດ​ປົກກະຕິ​ກໍ​ຕ້ອງ​ລາຍ​ງານ​ດ່ວນ​ໃຫ້​ເຈົ້າໜ້າ​ທີ່ ຫລື ອຳນາດ​ການ​ປົກຄອງ​ບ່ອນ​ຕົນ​ອາ​ໄສ​ຢູ່​ໃຫ້​ທັນ​ເວລາ. ​ເທົ່າ​ທີ່​ເຫັນ​ໃນ​ແຫ​ລ່ງຂ່າວ​ຈາກ​ສື່​ອອນ​ລາຍ​ໃນ​ອາທິດ​ທີ່​ຜ່ານ​ໆ​ມາ ວ່າ​ມີ​ຄົນ​ໄປ​ຖາມ​ຂໍ​ເຊົ່າ​ເຮືອນ ພໍ​ເຈົ້າຂອງ​​ເຮືອນ​ພາ​ເລາະ​ເບິ່ງ​ຫ້ອງ​ນັ້ນຫ້ອງ​ນີ້ ພວກ​ໂຈນ​ກໍ​ປະຕິບັດ​ການ​ຈີ້​ມັດ​ຕິດ​ກັບ​ເສົາ​ເຮືອນ ​ແລ້ວ​ກໍ​ເອົາ​ຊັບ​ສິນ​ເຈົ້າຂອງ​ເຮືອນ​ໜີ​ໄປ. ປັດຈຸບັນ ​ໃນ​ສະພາບ​ບ້ານ​ເມືອງ​ເຮົາ​ພວມ​ຕົກ​ຢູ່​ໃນ​ຊ່ວງ​ວິ​ກິດ​ ບໍ່​ວ່າ​ກໍລະນີ​ໃດ, ຍາມ​ໃດ​ກໍ​ຕາມ ພວກ​ກຸ່ມ​ຄົນ​ບໍ່​ດີ​ມັກ​ຈະ​ສວຍ​ໂອກາດ​ລັກ​ຊັບ, ​ໃຊ້​ເລ້​ຫລ່ຽມ​ກົນອຸບາຍ​ຫາ​ກິນ​ແບບ​ຜິດ​ກົດໝາຍ ​ເຊິ່ງສົມຄວນ​ແລ້ວ​ທີ່​ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ຈຳກັດ​ໃຫ້​ໝົດ​ໄປ​ຈາກ​ສັງຄົມ​ລາວ.

​ເຖິງ​ຢ່າງ​ໃດ​ກໍ​ດີ, ອີງ​ໃສ່​ສະພາບ​ໃນ​ຊ່ວງ​ລະດູ​ຮ້ອນ​ຕໍ່​ໃສ່​ລະດູຝົນ ພວກ​ເຮົາ​ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ຕ້ານ​ໂຄ​ວິດ-19 ​ແຕ່​ຢ່າງ​ດຽວ ສິ່ງ​ທີ່​ຕາມ​ມາ​ຄວບ​ຄູ່​ກັບ​ສັງຄົມ​ບ້ານ​ເຮົາ​ກໍ​ມີ​ຫລາຍ​ອັນ​ຫລາຍ​ຢ່າງ ​ເຊິ່ງໜຶ່ງ​ໃນ​ບັນຫາ​ທີ່​ກ່າວ​ມາ​ນີ້ ກໍ​ຄື​ວຽກ​ງານ​ຕ້ານ ​ແລະ ສະກັດ​ກັ້ນພວກ​ໂຈນ​ທີ່​ຈະ​ມາ​ທຳລາຍ​ຄວາມ​ສະຫງົບ​ສຸກ​ຂອງ​ບ້ານ​ເມືອງ ​ແລະ ​ໃຫ້​ທຸກ​ຄົນ​ຄິດ​ສະ​ເໝີ​ວ່າ: ຍາ​ມບ້ານ​ເມືອງ​ວິ​ກິດ ພວກ​ໂຈນ​ທັງຫລາຍ​ມັນ​ກໍ​ເລີ່​ມພິສິດ​ອອກ​ລາຍຕາ​ມກົດ​ເກນ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ມັນ.

ຍາມ​ບ້ານ​ເມື​ອງວິ​ກິດ​ໂຈນ​ພິຊິດ​ກໍ​ປາກົດ​ຕົວ - 3 - ຍາມ​ບ້ານ​ເມື​ອງວິ​ກິດ​ໂຈນ​ພິຊິດ​ກໍ​ປາກົດ​ຕົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!