ກຸຍບາ ປະກາດຄວບຄຸມພະຍາດໂຄວິດ-19 ໄດ້ແລ້ວ

ປະທານປະເທດຂອງ ກຸຍບາ Diaz-Canel ປະກາດວ່າປະເທດຕົນສາມາດຄວບຄຸມເຊື້ອພະຍາດໂຄວິດ-19 ໄດ້ແລ້ວ, ເປັນວັນທີແປດຕິດຕໍ່ກັນທີ່ບໍ່ມີຜູ້ເສຍຊີວິດ.
ຢ່າງໃດກໍຕາມ ທ່ານປະທານຍັງກ່າວເຕືອນວ່າ ພວກເຮົາບໍ່ສາມາດທີ່ຈະຫຼະເຫຼີງໄດ້ ເພາະມີຜູ້ຕິດເຊື້ອເພີ່ມຂຶ້ນແຕ່ວັນທີ 28 ພຶດສະພາເປັນຕົ້ນມາ.
ປັດຈຸບັນ ກຸຍບາ ມີຜູ້ຕິດເຊື້ອ 2.200 ຄົນ, ເສຍຊີວິດ 83 ຄົນ ແລະ ມີຜູ້ປົວດີ 1.862 ຄົນ, ຍັງມີ 244 ຄົນທີ່ກຳລັງປິ່ນປົວຢູ່ໂຮງໝໍ.
ການປະກາດສາມາດຄວບຄຸມພະຍາດໂຄວິດ-19 ໄດ້ນັ້ນ ມັນເປັນເງື່ອນໄຂທີ່ດີໃຫ້ແກ່ການປົດລ໊ອກປະເທດຂອງ ກຸຍບາ.
ກຸຍບາ ຍັງສືບຕໍ່ປິດການຮຽນການສອນ ແລະ ປິດຊາຍແດນລະຫວ່າງປະເທດຢູ່, ການຄົມມະນາຄົມກໍຍັງມີການຫ້າມຢູ່, ການໃສ່ໜ້າກາກອະນາໄມໄປບ່ອນສາທາລະນະຊົນເປັນຂໍ້ກຳນົດຕ້ອງປະຕິບັດຢ່າງເຄັ່ງຄັດ. ຂະແໜງການເສດຖະກິດຕົ້ນຕໍເຊັ່ນການທ່ອງທ່ຽວ, ການຄ້າຖືກອຳມະພາດການປິດລ້ອມຂອງສະຫະລັດອາເມລິກາຕະຫຼອດ 6 ທົດສະວັດທີ່ຜ່ານມາ ຈຶ່ງເຮັດໃຫ້ກຸຍບາບໍ່ສາມາມາດທີ່ຈະສືບຕໍ່ປິດປະຕູໄດ້ອີກຕໍ່ໄປ.
ຂ່າວ: ລູກເມືອງພວນ (ແຫຼ່ງຂ່າວ vnexpress.net/)