5 ເດືອນຕົ້ນປີເສດຖະກິດຂອງແຂວງບໍ່ບັນລຸຄາດໝາຍ

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ລາຍງານຕໍ່ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ທີ່ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ເມື່ອວັນທີ 5 ມິຖຸນາຜ່ານມານີ້ວ່າ: ການພັດທະນາເສດຖະກິດ-ສັງຄົມ 5 ເດືອນຜ່ານມາບໍ່ບັນລຸຄາດໝາຍທີ່ວາງໄວ້ ຍ້ອນມີຜົນກະທົບຕໍ່ຫລາຍບັນຫາ ເປັນຕົ້ນການລະບາດຂອງພະຍາດໂຄວິດ 19, ໄພແຫ້ງແລ້ງ, ບົ້ງຝູງທໍາລາຍເຄື່ອງປູກ, ລົມພາຍຸ ແລະ ບັນຫາອື່ນໆ.
ຂະນະທີ່ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານຂອງແຂວງໄດ້ 131,733 ຕື້ກີບ ເທົ່າກັບ 29,37% ຂອງແຜນການ ທຽບໃສ່ໄລຍະດຽວກັນຫລຸດລົງ 19,48%. ລາຍຮັບສູນກາງປະຕິບັດໄດ້ 88,425 ຕຶື້ກີບ ເທົ່າກັບ 31,28% ທຽບໄລຍະດຽວກັນຫລຸດລົງ 1,23%; ລາຍຮັບທ້ອງຖິ່ນປະຕິບັດໄດ້ 43,308 ຕື້ກີບ ເທົ່າກັບ 26,12% ທຽບໃສ່ປີຜ່ານມາຫລຸດລົງ 12,38%, ດ້ານລາຍຈ່າຍປະຕິບັດໄດ້ 44,12%, ປີ 2020 ໄດ້ຮັບອະນຸມັດການລົງທຶນຂອງລັດ ທັງໝົດ 119 ໂຄງການ ມູນຄ່າ 85.857,19 ລ້ານກີບ ທຶນພາຍໃນມູນຄ່າ 21.519,73 ລ້ານກີບ; ທຶນຕ່າງປະເທດ ມູນຄ່າ 64.337,46 ລ້ານກີບ ປະຕິບັດໄດ້ 23 ໂຄງການມີມູນຄ່າ 5.333 ລ້ານກີບ ເທົ່າກັບ 24,78% ຂອງແຜນການ; ຊຳລະຜ່ານຄັງເງິນປະຕິບັດໄດ້ 4.304 ລ້ານກີບ. ໄດ້ອະນຸມັດການລົງທຶນໃນກິດຈະການທົ່ວໄປມີ 4 ໂຄງການ ມູນຄ່າການລົງທຶນ 6,72 ລ້ານໂດລາ, ລະດົມເງິນຝາກໄດ້ 1.759,45 ລ້ານກີບ, ປ່ອຍສິນເຊື່ອໄດ້ 404,68 ລ້ານກີບ, ຊຸກຍູ້ການຜະລິດຂອງປະຊາຊົນໃນລະດູແລ້ງ: ການຜະລິດເຂົ້ານາແຊງ ໃນເນື້ອທີ່ 1.122 ເຮັກ ຕາ ຄາດຄະເນຜົນຜະລິດໄດ້ 14.100 ໂຕນ ປັດຈຸບັນສຳເລັດເກັບກ່ຽວ 100%, ປູກພືດເປັນສິນຄ້າໃນເນື້ອທີ່ 1.278,73 ເຮັກຕາ ປັດຈຸບັນເຫັນວ່າຫລາຍພາກສ່ວນກໍໄດ້ເປັນເຈົ້າການໃນການປູກພືດຜັກ ເພື່ອສະໜອງຄົວເຮືອນຂອງໃຜລາວ.