“Travel Bubble” ຄວາມຫວັງໃໝ່ຂອງຄົນຢາກທ່ຽວ

“Travel Bubble” ໝາຍເຖິງຫຍັງ? ເປັນຫຍັງຈິ່ງມີຄົນເວົ້າເຖິງຫລາຍຄວາມຈິງແລ້ວ “Travel Bubble” ຄືການທ່ອງທ່ຽວແບບຈັບຄູ່ ເຖິ່ງໝາຍເຖິງການຮ່ວມມືລະຫວ່າງປະເທດທີ່ຄວາມຄວາມປອດໄພທາງດ້ານຕ່າງໆ ໂດຍສະເພາະສະຖານະການຄວາມປອດໄພຈາກໂຄວິດ-19. ດ້ວຍການຕົກລົງເຫັນດີລະຫວ່າງລັດຖະບານທັງສອງປະເທດທີ່ໄດ້ໃຫ້ສິດທິພິເສດດ້ານການທ່ອງທ່ຽວໂດຍສະເພາະການເດີນທາງເຂົ້າອອກແບບບໍ່ຕ້ອງກັກບໍລິເວນ 14 ວັນ ທັງເຂົ້າ ແລະ ອອກ.
ເວົ້າແນວນີ້ກໍບໍ່ໄດ້ໝາຍເຖິງຈະງ່າຍຂະໜາດວ່າ: ພຽງແຕ່ຈັບກະເປົາ ແລະ ຖືກພັດສະປອດກໍສາມາດໄປໄດ້ເລີຍ, ເຊິ່ງມັນມີຂັ້ນຕອນໃນການກວດເຊັກມາດຕະຖານທາງດ້ານສຸຂະພາບເສັ້ນທາງການເດີນທາງ ແລະ ປະເທດທີໄດ້ມີຄວາມຮ່ວມມືເພື່ອໃຫ້ແນ່ໃຈວ່າຕົນເອງບໍ່ເປັນພາຫະນະນຳເຊື້ອເຂົ້າສູ່ປະເທດປາຍທາງ.
ການທ່ອງທ່ຽວແບບ “Travel Bubble” ໃນປັດຈຸບັນມີຫລາຍປະເທດພວມລົງມືປະຕິບັດເຊ່ັນ: “ຈີນ – ສ. ເກົາຫລີ” ເລີ່ມມີການພິຈາລະນາໂດຍສະເພາະນັກທຸລະກິດ. “ສ. ເກົາຫລີ–ຫວຽດນາມ, ຮົງກາລີ, ໂປແລນ ແລະ ຄູເວດ” ພວມຢູ່ໃນຂັ້ນພິຈາລະນາ, “ອົດສະຕາລີ-ນິວຊີແລນ” ກໍເລີ່ມພິຈາລະນາສຳລັບປະເທດໄທແລ້ວຢູ່ໃນຂັ້ນຄົ້ນຄວ້າ ແຕ່ຍັງບໍ່ມີຄວາມໝັ້ນໃຈ ແລະ ກຳລັງຈະຈັບຄູ່ກັບປະເທດໃດນັ້ນຍັງບໍ່ແນ່ນອນ ເຊິ່ງປັດຈຸບັນປະເທດໄທໄດ້ຜ່ອນຜັນມາດຕະການລ໊ອກດາວທີ 3.