ຊົມເຊີຍ ສປປ ລາວ ສາມາດຄວບຄຸມໂຄວິດ-19 ໄດ້ແລ້ວ

ໂດຍ: ລູກເມືອງພວນ
ຊົມເຊີຍ, ພວກເຮົາຈົ່ງພ້ອມກັນຊົມເຊີຍ ສປປ ລາວ ສາມາດຄວບຄຸມເຊື້ອພະຍາດໂຄວິດ-19 ໄດ້ແລ້ວ.
ພາຍຫຼັງ ສປປ ລາວ ມີຜູ້ຕິດເຊື້ອຄົນທຳອິດໃນວັນທີ 24 ມີນາ 2020, ມາເຖິງວັນທີ 29 ມີນາ ລັດຖະບານລາວໄດ້ອອກມາດຕະການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ທັນທີຂຶ້ນ, ໂດຍມາດຕະການດັ່ງກ່າວໄດ້ຫ້າມ ແລະ ໃຫ້ປິດກິດຈະການ, ກິດຈະກຳຕ່າງໆໃນທົ່ວປະເທດເປັນເວລາຊົ່ວຄາວ, ນັບທັງປິດໂຮງຮຽນ, ປິດສາຍການບິນ, ການຄົມມະນາຄົມ, ການເຂົ້າອອກ ສປປ ລາວອີກດ້ວຍ. ຫຼັງຈາກນັ້ນ ຈຶ່ງໄດ້ປົດລ໊ອກເປັນແຕ່ລະໄລຍະໆ ອີງຕາມສະຖານະການແຜ່ລະບາດຂອງເຊື້ອໄວຣັດ. ຍ້ອນແນວທາງອັນຖືກຕ້ອງຂອງລັດຖະບານ ຈຶ່ງເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມຢູ່ທີ່ 19 ກໍລະນີຕະຫຼອດມາ ແລະ ຜູ້ທີ່ຕິດເຊື້ອກໍໄດ້ຮັບການປິ່ນປົວດີ ແລະ ອອກຈາກໂຮງໝໍທັງໝົດ 19 ຄົນແລ້ວ ແລະ ບໍ່ມີຜູ້ເສຍຊີວິດ.
ຍ້ອນຫຍັງ ສປປ ລາວ ພວກເຮົາຈຶ່ງສາມາດຄວບຄຸມພະຍາດໂຄວິດ -19 ໄດ້? ກ່ອນອື່ນໝົດບໍ່ມີໃຜປະຕິເສດວ່າແມ່ນຍ້ອນມີແນວທາງທີ່ຖືກຕ້ອງ ແລະ ທັນການຂອງພັກ-ລັດຖະບານ, ຄະນະສະເພາະກິດເພື່ອຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ ແລະ ຖັນແຖວພະນັກງານແພດໝໍ ຊຶ່ງເປັນກອງລະວັງໜ້າໃນບັ້ນຮົບຕ້ານສັດຕູໂຄວິດ ຢ່າງຂະຫຍັນຂັນແຂງ ຄໍ່າບໍ່ໄດ້ຢືນ ຄືນບໍ່ໄດ້ຢູ່ ແລະ ມີຄວາມສ່ຽງສູງຕໍ່ການຕິດເຊື້ອກວ່າໃຜໃນສັງຄົມ ແລະ ອັນທີ່ສຳຄັນໄປກວ່ານັ້ນ ກໍແມ່ນການຮ່ວມໄມ້ຮ່ວມມື, ເປັນເຈົ້າການຈັດຕັ້ງປະຕິບັດມາດຕະການທີ່ຈຳເປັນຂອງລັດຖະບານວາງອອກຂອງພາກປະຊາຊົນ ແລະ ສັງຄົມທົ່ວໄປ.
ມື້ນີ້, ວັນທີ 9 ມີຖຸນາ ຜູ້ຕິດເຊື້ອໄດ້ອອກຈາກໂຮງໝໍເປັນຄົນສຸດທ້າຍ, ໝາຍຄວາມວ່າ ບໍ່ມີຜູ້ຕິດເຊື້ອນອນໂຮງໝໍອີກຕໍ່ໄປ. ນີ້ຄືໄຊຊະນະທີ່ຍິ່ງໃຫ່ຍຂອງ ສປປ ລາວ ແລະ ອາດເວົ້າໄດ້ວ່າ ປະເທດລາວຂອງພວກເຮົາສາມາດຄວບຄຸມພະຍາດໂຄວິດ-19 ໄດ້ໂດຍພື້ນຖານແລ້ວ. ແຕ່ເຖິງຢ່າງໃດກໍດີ ບໍໝາຍຄວາມວ່າພະຍາດໂຄວິດຈະໝົດໄປຈາກໂລກນີ້. ພວກເຮົາທຸກຄົນໃນຊາດຍັງຈະຕ້ອງມີສະຕິລະວັງຕົວໃຫ້ສູງຕໍ່ໄປ ແລະ ຈັດຕັ້ງປະຕິບັດມາດຕະການຂອງລັດຖະບານຢ່າງເຂັ້ມງວດຕໍ່ໄປ ເພື່ອປ້ອງກັນບໍ່ໃຫ້ພະຍາດລະບາດຂຶ້ນເປັນຮອບທີສອງ. ປັດຈຸບັນລັດຖະບານກຳລັງເຂັ້ມງວດໃນການກວດກາ ແລະ ຕິດຕາມຜູ້ເດີນທາງເຂົ້າອອກ ສປປ ລາວຢ່າງເຄັ່ງຄັດ ແລະ ກັກຕົວທຸກຄົນທີ່ເຂົ້າມາ ສປປ ລາວ ເປັນເວລາ 14 ວັນ. ດ້ານໜຶ່ງອີກ, ລັດທະບານໄດ້ແນະນຳໃຫ້ທົ່ວສັງຄົມ ແລະ ສື່ມວນຊົນ ຈົ່ງໄດ້ອອກແຮງໂຄສະນາ ແລະ ໃຫ້ຂໍ້ມູນຕໍ່ນັກຮຽນເພື່ອຄວາມປອດໄພກັບສູ່ໂຮງຮຽນ.
ປະເທດລາວເຮົາ ຈະປອດໂຄວິດ-19 ຢ່າງສິ້ນເຊີງໄດ້ຫຼື ບໍ່ ແມ່ນຂຶ້ນຢູ່ກັບປະຊາຊົນລາວທຸກຄົນ ວ່າຈະໃຫ້ການຮ່ວມໄມ້ຮ່ວມມື ແລະ ເປັນເຈົ້າການຈັດຕັ້ງປະຕິບັດຄຳສັ່ງຂອງລັດຖະບານໄດ້ສໍ່າໃດ. ຖ້າປະຊາຊົນລາວຫາກເປັນຈິດໜຶ່ງໃຈດຽວ ຄິດວ່າຈະເອົາຊະນະໂຄວິດ-19 ໄດ້ຢ່າງແນ່ນອນ.