ທ່າແຮງໃນການຟື້ນຟູເສດຖະກິດ ໃນສປປ ລາວ ຫລັງໂຄວິດ-19 ຜ່ອນເບົາລົງ
ໃນວັນທີ 8 ມິຖຸນາ 2020, ທີ່ນະຄອນຫລວງວຽງຈັນ ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນສຳນັກຂ່າວສານປະເທດລາວ ກ່ຽວກັບທ່າແຮງໃນການຟື້ນຟູເສດຖະກິດ ຫລັງພະຍາດໂຄວິດ-19 ຜ່ອນເບົາລົງ ເປັນຕົ້ນແມ່ນສົ່ງເສີມການທ່ອງທ່ຽວພາຍໃນປະເທດພວກເຮົາ ເຊິ່ງປະຊາຊົນລາວ ມີທ່າແຮງໃນການຈັດບຸນປະເພນີ ຫລື ງານບຸນຕ່າງໆ ເຮັດໃຫ້ປະຊາຊົນທ່ຽວໄປມາຫາສູ່ກັນ ເກີດມີການໃຊ້ຈ່າຍ, ມີການທ່ອງທ່ຽວພາຍໃນສ້າງລາຍຮັບພາຍໃນ ເພື່ອສ້າງລາຍຮັບ ສ້າງວຽກເຮັດງານທໍາ ດ້ວຍກໍາລັງຂອງພາຍໃນປະ ເທດເຮົາເອງ.
ທ່ານ ລີເບີ ລີບົວປາວ ຍັງໃຫ້ຮູ້ວ່າ: ສໍາລັບການຟື້ນຟູເສດຖະກິດໄລຍະສັ້ນ ແມ່ນຕ້ອງໃຊ້ທ່າແຮງໃຊ້ກໍລັງບົ່ມຊ້ອນ ທີ່ມີຢູ່ພາຍໃນປະເທດ, ເຊິ່ງຍັງສາມາດເຮັດໄດ້ຢູ່ ໂດຍສະເພາະການທ່ອງທ່ຽວພາຍໃນ ແລະ ການຜະລິດກະສິກໍາ-ຜະລິດສະບຽງອາຫານ ສະນັ້ນການສົ່ງເສີມຜະລິດສິນຄ້າຕອບສະໜອງພາຍໃນກໍເປັນໂອກາດດີ, ເຊິ່ງຜ່ານມາຜູ້ປະກອບການ ຜູ້ຜະລິດພາຍໃນຍັງເປັນຫ່ວງວ່າສິນຄ້າຈາກຕ່າງປະເທດເຂົ້າມາແລ້ວ ບໍ່ສາມາດແຂ່ງຂັນໄດ້ ຖ້າວ່າປະກິດຈະການນັ້ນໄປເຮັດແນວອື່ນ, ແຕ່ດຽວນີ້ກໍເປັນໂອກາດດີ ຖ້າບໍ່ມີສິນຄ້າເຂົ້າມາຫລາຍ ກໍເປັນໂອກາດໃຫ້ເຮົາຜະລິດພາຍໃນ ແລະ ຕອບສະໜອງຄວາມຕ້ອງການພາຍໃນ. ນອກນັ້ນ, ກໍເປັນໂອກາດໃນການຊຸກຍູ້ສົ່ງເສີມການຜະລິດພາຍໃນ ການບໍລິການພາຍໃນ ທີ່ວ່າຫລຸດຜ່ອນການແຂ່ງຂັນກັບພາຍນອກ. ຜ່ານມາຖ້າສິນຄ້າຈາກຕ່າງປະເທດເຂົ້າມາ ກໍມີບັນຫາກັບການແຂ່ງຂັນພາຍໃນ ນັກທຸລະກິດທີ່ໜຸ່ມນ້ອຍ ບໍ່ສາມາດແຂ່ງຂັນໄດ້ກັບນັກລົງທຶນພາຍນອກໄດ້.
ປັດຈຸບັນ, ການຫລຸດຜ່ອນການເຂົ້າມາຂອງນັກລົງທຶນພາຍນອກ ກໍເປັນໂອກາດໃຫ້ນັກລົງທຶນພາຍໃນ ສາມາດດໍາເນີນທຸລະກິດ ສາມາດແຂ່ງຂັນກັນໄດ້ຢູ່ພາຍໃນປະເທດ ແຕ່ລັດຖະບານ ຕ້ອງມີນະໂຍບາຍສົ່ງເສີມພາກທຸລະກິດ ແລະ ພາກທຸລະກິດເອງກໍ່ຕ້ອງເປັນເຈົ້າການ ແລະ ຖືໂອກາດພັດ ທະນາຕົນເອງ ໃນຂະນະທີ່ບໍ່ມີຄູ່ແຂ່ງຕ່າງປະເທດ ໃນໄລຍະນີ້. ພ້ອມນີ້, ຍັງເປັນໂອກາດສຳລັບພາຍໃນພວກເຮົາໃຫ້ເລີ່ມຈາກຜະລິດກຸ້ມຕົນເອງ ແລະ ຜະລິດເພື່ອຕອບສະໜອງຄວາມຕ້ອງການຂອງຕະ ຫລາດພາຍໃນປະເທດ.
ຂ່າວ ສົມຫວັງ ພາບ ອ່າຍຄຳ