ວິທີເຮັດກ້ອນເຊື້ອເຫັດຫູໜູ
–ຂັ້ນຕອນເຮັດກ້ອນເຊື້ອເຫັດ
ການປູກເຫັດຫູໜູ ໃສ່ຖົງປຣາລາສະຕິກກ່ອນອື່ນໝົດຕ້ອງເລີ່ມກຽມເຊື້ອເຫັດ ມີດັ່ງນີ້:
1. ຂີ້ເລື່ອຍໝັກ 100 ກິໂລ
2. ສາລີບົດ 3-5 ກິໂລ
3. ຮຳ 10-12 ກິໂລ
4. ເປືອກໝາກຖົ່ວບົດ 1 ກິໂລ
5. ເກືອ 0,1 ກິໂລ
6.ປູນຂ່າວ 0,5 ກິໂລ
7. ນ້ຳສະອາດໃຫ້ກວມ 70-75%.
ເມື່ອກຽມຄົບແລ້ວນຳທັງໝົດມາປະສົມເຂົ້າກັນເພື່ອໃຫ້ໄດ້ຄວາມຊຸ່ມຊື່ນທີ່ເໝາະສົມ, ຫລັງຈາກນັ້ນນໍາມາໃສ່ຖົງປລາສະຕິກ ທີ່ໃຊ້ສໍາລັບປູກເຫັດ ອັດໃຫ້ແໜ້ນໂດຍໃຫ້ມີນ້ຳໜັກປະມານ 1 ກິໂລ, ນຳກ້ອນເຊື້ອເຫັດໄປໜຶ້ງຂ້າເຊື້ອ 3-4 ຊົ່ວໂມງ ແລ້ວປະໄວ້ໃຫ້ເຢັນ ຕໍ່ຈາກນັ້ນເອົາເຊື້ອທີ່ລ້ຽງໄປປະໄວ້ປົນກັບເຟືອງ ໃນຫ້ອງມີອາກາດເຢັນປະມານ 10-20 ແມັດຕໍ່ກ້ອນ,ໃນສະຖານທີ່ສະອາດ ແລະ ບໍ່ມີລົມ.
–ການບົວລະບັດ ແລະປ້ອງກັນແມງໄມ້
ຢູ່ໂຮງບົ່ມກ້ອນເຊື້ອຄວນມີອຸນນະພູມ 25-30 ອົງສາ ແລະ 10 ມື້ທໍາອິດຫ້າມມີລົມອອກ ຫລັງຈາກນັ້ນໃຫ້ມີອາກາດທີ່ຖ່າຍເທສະດວກ ແລະໃຫ້ກ້ອນເຊື້ອຖືກແສງສະຫວ່າງ.
ສໍາລັບການວາງກ້ອນເຊື້ອໃຫ້ວາງແນວນອນຊ້ອນກັນ ແລະ ຕອ້ງ ໝັ່ນປີ້ນກ້ອນເຊື້ອເປັນປະຈຳ ແລະ ຕ້ອງໝັ່ນກວດກາ ຢ້ານແມງໄມ້ທຳລາຍ ຖ້າເຫັນເຊື້ອມີອາການດຜິດປົກກະຕິຕ້ອງນຳໄປຖິ້ມທັນທີ ຫລື ຈະສີດພົ່ນຫົວສີໃຄຫອມຮອບໂຮງບົ່ມເພື່ອປ້ອງກັນໄວ້ກ່ອນກໍໄດ້, ຫລັງຈາກນັ້ນໃຫ້ຍ້າຍກ້ອນເຊື້ອໄປຈິກຖົງ ອອກແລ້ວມັດປາກຖົງດ້ວຍຢາງໃຫ້ແໜ້ນແລ້ວໃຊ້ມີດຂີດທາງຂ້າງຖົງໃຫ້ເປັນຮອຍໄລຍະສັ້ນໆ ປະມານ 1 ນິ້ວ ປະໄວ້ໃນເຮືອນປູກ ແລະ ຕ້ອງຮັກສາຄວາມປ່ຽກຊຸ່ມໃຫ້ດີ ແລະ ໃທ້ມີອາກາດຖ່າຍເທສະດວກ.
–ການຫົດນໍ້າ
ເຊິ່ງຢູ່ໃນໄລຍະນີ້ຄວນຫົດນ້ຳແບບເບົາໆ ມື້ລະ 2-3 ເທື່ອ ໃຫ້ປຽກທັງພື້ນເຮືອນປູກຈາກນັ້ນປະມານ 10-15 ມື້ ກໍສາມາດເກັບເຫັດຫູໜູອອກຂາຍໄດ້.
ເນື່ອງຈາກເຫັດຫູໜູເປັນເຫັດທີ່ສາມາດຫາຊື້ໄດ້ງ່າຍ ແລະ ມີລາຄາບໍ່ແພງ ມັນຈຶ່ງເປັນທີ່ຕ້ອງການຂອງຕະຫລາດຫລາຍທີ່ສຸດ.
ດັ່ງນັ້ນການເພາະເຫັດຫູໜູຂາຍ ເຖິງວ່າຈະຕ້ອງລົງທຶນປູກໃນເຮືອນ ເປັນຈຳນວນຫລາຍແຕ່ກໍເປັນການລົງທຶນໃຫຍ່ ພຽງຄັ້ງດຽວ ຫລັງຈາກນັ້ນກໍສາມາດຜະລິດເຫັດຫູໜູອອກມາຂາຍໄດ້ເລື້ອຍໆ ແລະ ຈະໄດ້ຮັບຜົນກັບມາຫລາຍເຖິງ 3-4 ເທົ່າ ຈຶ່ງຖືວ່າເປັນການລົງທຶນທີ່ຄຸ້ມຄ່າ ແລະ ໜ້າປູກເປັນຢ່າງດີ.