ໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກລາວ-ຈີນ ຢູ່ຫລວງພະບາງມີຜົນຄືບຫນ້າດີ
June 10, 2020 - 4:30 PM
ກອງປະຊຸມແລກປ່ຽນການຈັດຕັ້ງປະຕິບັດໂຄງການທົດລອງການຮ່ວມມືແກ້ໄຂຄວາມທຸກຍາກລາວ-ຈີນ ລະຫວ່າງບ້ານຊໍ້ ແລະ ບ້ານຊຽງລ້ອມ ນະຄອນຫລວງພະບາງ, ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນານີີ້, ຢູ່ຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້, ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນກັນຍາ 2017 ເປັນຕົ້ນມາ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຈີນ 5 ລ້ານໂດລາສະຫະລັດ.
ເພື່ອແນໃສ່ພັດທະນາພື້ນຖານໂຄງລ່າງ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ສ່ວນຢູ່ບ້ານຊຽງລ້ອມແມ່ນ ໂຄງການກໍ່ສ້າງພື້ນຖານ ແລະ ສະໜອງອຸປະກອນການຮຽນ-ການສອນ ລວມມີ 8 ໂຄງການ. ສ່ວນໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບ້ານຊຽງລ້ອມ ປັດຈຸບັນຢູ່ໃນຂັ້ນຕອນການຈັດຊື້ ແລະ ທໍາການຜະລິດ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຄຸ້ມຄອງໂຄງການ ເພື່ອສ້າງຄວາມເຂັ້ມແຂງໃຫ້ປະຊາຊົນພາຍໃນບ້ານດັ່ງກ່າວ.