ຮ່ວມໃຈກັນປູກປ່າເພື່ອພັດທະນາແບບຍືນຍົງ
ໂດຍ: ທິດກໍ່າ
ຢູ່ໃນມະຕິຄັ້ງທີ X ຂອງພັກ ມີບາງຕອນໄດ້ກ່າວວ່າ: “ສ້າງເສດຖະກິດແຫ່ງຊາດໄປຕາມທິດພັດທະນາແບບຍືນຍົງ, ພັດທະນາຂະແໜງອຸດສາຫະກຳທີ່ເປັນທ່າແຮງໄດ້ປຽບຕາມທິດຈຸດສຸມ, ມີປະສິດທິຜົນ, ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ”. ເພາະສະນັ້ນ ເຮົາເຫັນວ່າປ່າໄມ້ຍັງເປັນສ່ວນໜຶ່ງທີ່ສຳຄັນທີ່ສຸດໃນການໃຫ້ຄວາມຍືນຍົງ ໂດຍສະເພາະແຫລ່ງນ້ຳ, ແຫລ່ງພະລັງງານ, ທຳມະຊາດ ແລະ ສິ່ງແວດລ້ອມ ນັບທັງສະພາບດິນຟ້າອາກາດ, ຄວາມສົມດູນທີ່ສົດໃສ, ໄຮ້ມົນລະພິດ ແລະ ສະອາດສີຂຽວ. ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ VIII ກໍໄດ້ລະບຸຢ່າງຈະແຈ້ງວ່າ: ມາຮອດປີ 2020 ຄືປີນີ້ເອງ ຕ້ອງພາກັນປູກປ່າ, ປົກປັກຮັກສາປ່າໃຫ້ມີພື້ນທີ່ສີຂຽວກວມ 70% ຂອງພື້ນທີ່ໃນທົ່ວປະເທດ. ແຕ່ວ່າເມື່ອບໍ່ດົນມານີ້, ທາງຫົວໜ້າກົມປ່າໄມ້ ກໍໄດ້ອອກມາຊີ້ແຈງຢ່າງຊັດເຈນວ່າ: ພວກເຮົາໄດ້ພຽງ 60% ເທົ່ານັ້ນ. ເມື່ອເປັນດັ່ງວ່ານີ້ ພາລະກິດການປູກປ່າ, ຮັກສາປ່າໃຫ້ເປັນໄປຕາມຄາດໝາຍຂອງພັກ ແລະ ລັດຖະບານໄດ້ວາງອອກນັ້ນ ຈະຕ້ອງໄດ້ສູ້ຊົນດຳເນີນໄປຕິກໆ. ຍັງບໍ່ພຽງແຕ່ວ່າຕ້ອງເຮັດໃຫ້ໄດ້ຕາມຄາດໝາຍ, ແຕ່ພວກເຮົາຍັງຕ້ອງສືບຕໍ່ປະຕິບັດໃຫ້ໄດ້ລື່ນຄາດໝາຍ ຫລື ຈະຕ້ອງປູກໄມ້ໄປເລື້ອຍໆ ເພາະວ່າເທົ່າທີ່ສັງເກດເຫັນໃນຫລາຍປີຜ່ານມາ ການທຳລາຍປ່າໄມ້ຫລາຍກວ່າການປູກ. ຈາກສາເຫດທີ່ກ່າວມານີ້ ມັນກໍມີຫລາຍປັດໄຈ ແລະ ເງື່ອນໄຂເຊັ່ນ: ຍ້ອນມີການພັດທະນາສ້າງສາບ້ານເມືອງ, ໂຄງການໃຫຍ່ໆທີ່ເຫັນຢ່າງປະຈັກຕາໃນປັດຈຸບັນ ກໍຄືໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ໂຄງການສ້າງເສດຖະກິດພິເສດ ແລະ ເສດຖະກິດສະເພາະ, ໂຄງການຂຸດຄົ້ນບໍ່ແຮ່, ໂຄງການສ້າງຖະໜົນຫົນທາງ, ສ້າງຕຶກອາຄານ, ສະຖານທີ່, ສຳນັກງານອົງການເພື່ອເປັນພື້ນຖານໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດ. ບັນດາໂຄງການເຫລົ່ານີ້ ກໍນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຂດແຂວງ, ໄປຮອດຂັ້ນເມືອງ ເພາະໃຜກໍມີການຍາດແຍ່ງເອົາການພັດທະນາໃຫ້ທ້ອງຖິ່ນຂອງຕົນ ເຊິ່ງບາງຢ່າງຈົນມີຜົນກະທົບຮອດສະພາບດິນຟ້າອາກາດ, ປ່າໄມ້, ສິ່ງແວດລ້ອມ ແລະ ຊີວະນາໆພັນ.
ຍ້ອນມີການສ້າງສາພັດທະນາ ແລະ ຍາດຊີງກັນທາງດ້ານຜົນປະໂຫຍດ ບໍ່ວ່າສ່ວນບຸກຄົນ, ລວມໝູ່ຢູ່ໃນແຕ່ລະທ້ອງຖິ່ນພາກັນຊື້ ແລະ ຈັບຈອງເອົາດິນມາເປັນຂອງຕົນເອງແລ້ວກໍສວຍໂອກາດຂາຍໃຫ້ນາຍທຶນ ຈົນເຮັດໃຫ້ປ່າໄມ້ກຸດຫ້ຽນໄປແຕ່ລະປີຢ່າງມະຫາສານ. ທິດກໍ່າຂໍໂທດ ເທົ່າທີ່ໄດ້ເຫັນ ແລະ ໄດ້ຍິນຂ່າວຊ່າລືຈາກປະຊາຊົນບາງບ້ານ, ບາງທ້ອງຖິ່ນຂາຍຮອດດິນລວມຂອງບ້ານ ນັບທັງດິນຈັບຈອງຂອງຕົນເອງກໍຂາຍໝົດຈົນບໍ່ມີດິນເຮັດປ່າຊ້າມ້ຽນຄົນຕາຍ ສຸດທ້າຍມາກໍພາກັນຫາມໄປຈູດຢູ່ວັດ, ເອົາໄປເອົາມາ ວັດກາຍເປັນປ່າຊ້າ ຫລື ເປັນບ່ອນຝັງສົບ ແລະ ຈູດຄົນຕາຍ. ນີ້ຄືຄວາມຈິງຍ້ອນຄວາມຢາກ, ຄວາມກະຫາຍໃນຍຸກປ່ຽນແປງໃໝ່ຢູ່ໃນຫລາຍທ້ອງຖິ່ນຊົນນະບົດ, ຍິ່ງໄປກວ່ານັ້ນ ບາງບ້ານນາຍບ້ານລັກຂາຍດິນລວມຈົນມີເລື່ອງມີລາວກັບປະຊາຊົນເວົ້າຄວາມກັນຍັງບໍ່ທັນແລ້ວ.
ໃນບັນດາໂຄງການ, ກິດຈະການຕ່າງໆທີ່ກ່າວມານີ້ ສ່ວນໃຫຍ່ກໍແມ່ນໄດ້ບຸກເບີກປ່າ, ບຸກເບີກທີ່ດິນບ່ອນເໝາະສົມ ບາງບ່ອນກໍເປັນປ່າຕຶບດົກໜາ, ມີໄມ້ຂະຍຸງ, ໄມ້ຍາງ, ໄມ້ໃຫຍ່ຊະນິດຕ່າງໆ ເພິ່ນຍິ່ງເບັດໄປໃສ່, ບາງບ່ອນໄມ້ກໍໝົດ, ດິນກໍກ້ຽງເອີດເຕີດ ແຕ່ໂຄງການຍັງມະຍຸມະຍະບໍ່ແລ້ວຕາມການຕົກລົງ ແລະ ຍັງມີຫລາຍບ່ອນຫລາຍໂຄງການຍັງບໍ່ແລ້ວຖິ້ມພຸ້ນຖິ້ມພີ້ຈົນໄດ້ຮ້ອງຟ້ອງກັນຂຶ້ນສານ. ນີ້ຄືສ່ວນໜຶ່ງໃນຫລາຍສາເຫດທີ່ເຮັດໃຫ້ພວກເຮົາປູກປ່າບໍ່ເປັນໄປຕາມຄາດໝາຍ.
ແນວໃດກໍຕາມ, ເມື່ອຫລິ່ງເຫັນອະນາຄົດແລ້ວ ການປູກຕົ້ນໄມ້ໃຫ້ເປັນປ່າ, ປົກຫຸ້ມໄປດ້ວຍສີຂຽວ ຍັງເປັນພາລະກິດອັນໃຫຍ່ຫລວງສຳລັບພວກເຮົາທຸກຄົນ. ອັນສຳຄັນທີ່ສຸດແມ່ນປະຕິບັດໃຫ້ໄດ້ຕາມແຜນພັດທະນາເສດຖະກິດ-ສັງຄົມ ກໍຄືແຜນພັດທະນາປ່າໄມ້ທີ່ພັກ ແລະ ລັດຖະບານວາງອອກແຕ່ລະໄລຍະໃຫ້ມີຜົນສຳເລັດ. ຖືວ່າການປູກປ່າ ຫລືວ່າ ປູກຕົ້ນໄມ້ເປັນການສ້າງແນວຄິດຮັກຊາດ ແລະ ພັດທະນາ, ເປັນພັນທະຂອງໝົດທຸກຄົນທີ່ຕ້ອງໄດ້ປະກອບສ່ວນດ້ວຍວິທີການ, ຫລາຍຮູບການ ເປັນຕົ້ນໃນຄອບຄົວໜຶ່ງທີ່ມີດິນປຸກສ້າງ ຫລື ດິນສວນກໍຕ້ອງໄດ້ລະດົມກັນປູກຕົ້ນໄມ້ໃຫ້ໝາກ, ໄມ້ປະດັບ ຫລື ໄມ້ອຸດສາຫະກຳໃນດິນຂອງຕົນຢ່າງເໝາະສົມ. ສໍາລັບຢູ່ສະຖານທີ່ສາທາລະນະນັ້ນ ກໍຕ້ອງເປັນເຈົ້າການປູກໄມ້ປະດັບໃຫ້ຫລາຍ ເພື່ອຄວາມສວຍງາມ ແລະ ສີຂຽວຢ່າງຕະການຕາ ແລະ ມີຊີວິດຊີວາ.
ເຖິງຢ່າງໃດກໍດີ, ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດປີນີ້ ເຮົາບໍ່ຄວນປູກສະເພາະແຕ່ມື້ວັນທີ 1 ມິຖຸນາແຕ່ມື້ດຽວ ເຮົາຍັງສາມາດປູກຕໍ່ໆໄປຈົນຮອດກາງເດືອນ ຫລື ທ້າຍເດືອນມິຖຸນາກໍສາມາດປູກໄດ້ ຂໍພຽງແຕ່ວ່າຂະຫຍັນ ຫລື ບໍ່. ມາຮອດປັດຈຸບັນນີ້ມາເບິ່ງພາບລວມຂອງຄວາມງາມໃນຕົວເມືອງ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເຮົາກໍໄດ້ເຫັນພາບປະຈັກຕານັບມື້ສວຍງາມອາບເອ້ດ້ວຍຕົ້ນໄມ້ປະດັບສີຂຽວ ເມື່ອເຖິງຍາມລະດູການມາມີດອກໄມ້ນາໆຊະນິດສີບານເຮືອງເຮື່ອເພີ່ມສີສັນນະຄອນຫລວງຕາມແຜນຂອງ 6 ສ ທີ່ໄດ້ວາງອອກ. ຂໍຊົມເຊີຍເປັນຢ່າງຍິ່ງ.