ເມືອງທ່າແຕງ ມອບເຂົ້າສານໜຽວ 122.150 ໂຕນໃຫ້ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ຄອບຄົວທຸກຍາກ
June 11, 2020 - 1:28 PM
ເຊົ້້າວັນທີ 10 ມີຖຸນານີ້. ຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງທ່າແຕງ, ແຂວງເຊກອງ ໄດ້ມອບເຂົ້າສານໜຽວ ໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍໄພນໍ້າຖວມໃນປີ 2019 ຜ່ານມາແລະ ຄອບຄົວຜູ້ທຸກຍາກໃນທົ່ວເມືອງຂອງຕົນມີຈຳນວນ 122.150 ໂຕນ.
ໃນນັ້ນ 93.750 ໂຕນມອບ ໃຫ້ກັບຄອບຄົວ ຜູ້ປະສົບເຄາະຮ້າຍຈາກໄພພິບັດນໍ້າຖ້ວມໃນປີ 2019 ແລະ 28.400 ໂຕນມອບໃຫ້ຄອບຄົວຜູ້ທຸກຍາກຈຳນວນ 625 ຄອບຄົວໃນນີ້ 36 ບ້ານ ຂອງ 6 ເຂດຈຸດສຸມເມື່ອງດັ່ງກ່າວ, ສ່ວນເຂົ້າສານໜຽວທີ່ຍັງເຫຼືອທັງໝົດ 16,85 ໂຕນ ແມ່ນໄດ້ແຮໄວ້ເພື່ອແກ້ໄຂໄພພິບັດສຸກເສີນຕໍ່ໄປ.