ເຊັນສັນຍາສ້າງຕັ້ງໂຮງງານປຸງແຕ່ງຊາຢູ່ແຂວງຜົ້ງສາລີ

ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2020 ນີ້ ໄດ້ມີພິທີເຊັນສັນຍາໂຄງການສົ່ງເສີມປູກ, ເກັບຊື້ຊາ ແລະ ສ້າງຕັ້ງໂຮງງານປຸງແຕ່ງຊາ ຢູ່ບ້ານຈ່າພູ ເມືອງ ແລະ ແຂວງຜົ້ງສາລີ ລະຫວ່າງ ບໍລິສັດ ສົມນຶກ ລາວຖັງ ສົ່ງເສີມປູກ, ເກັບຊື້ຊາ ແລະ ສ້າງຕັ້ງໂຮງງານປຸງແຕ່ງຊາດ ຈຳກັດຜູ້ດຽວ ກັບ ອົງການປົກຄອງເມືອງຜົ້ງສາລີ, ໂດຍການເຂົ້າຮ່ວມຂອງທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.
ໂຄງການດັ່ງກ່າວເປັນໂຄງການລົງທືນຂອງບໍລິສັດ 100% ດ້ວຍທຶນຈົດທະບຽນທັງຫມົດ 3 ຕື້ກວ່າກີບ ໂດຍການຮ່ວມມືກັບປະຊາຊົນໃນຮູບແບບ 2+3 ບໍລິສັດຮັບຜິດຊອບ 3 ດ້ານຄື: ທືນຮອນ, ເຕັກນິກ ແລະ ຕະຫລາດ; ປະຊາຊົນຮັບຜິດຊອບ 2 ດ້ານຄື: ແຮງງານ ແລະ ທີ່ດິນ ເຊິ່ງມີຂອບເຂດການເກັບຊື້ຍອດຊາຕາມການຕົກລົງຂອງອົງການປົກຄອງເມືອງຜົ້ງສາລີ ແລະ ແຜນຍຸດທະສາດພັດທະນາຊາຂອງແຂວງຜົ້ງສາລີ ໂດຍປະຊາຊົນຢູ່ໃນເຂດບ້ານຈ່າພູ ແລະ ບ້ານເປົ້າຫມາຍໂຄງການຈະໄດ້ຮັບຜົນປະໂຫຍດ 100% ໃນການຂາຍຍອດຊາດິບໃຫ້ໂຮງງານ ແລະ ໄດ້ຮັບຄ່າຈ້າງແຮງງານຈາກບໍລິສັດ ຈະເຮັດໃຫ້ຊີວິດການເປຫນຢູ່ປະຊາຊົນດີຂື້ນເປັນກ້າວໆ.