19 ຄຳນິຍາມທີ່ຊ່ວຍໃຫ້ທ່ານໃຊ້ຈ່າຍເງິນຢ່າງຊານສະຫລາດ
June 12, 2020 - 3:35 PM
ເງິນ ສາມາດເຮັດໃຫ້ຄົນເຮົາມີຊີວິດທີ່ຫລູຫລາ, ມີສິ່ງຂອງດີໆໃຊ້ ຫລື ແມ່ນແຕ່ຄວາມສຸກ, ແຕ່ໃນບາງກໍລະນີ ທ່ານອາດມີເງິນບໍ່ພໍທີ່ຈະຊື້ສິ່ງຂອງ ຫລື ໄປຍັງສະຖານທີ່ຕ່າງໆ ຫລື ອາດຈະຊື້ໄດ້ພຽງແຕ່ຄວາມສຸກແບບຊົ່ວຄາວເທົ່ານັ້ນ. ເມື່ອບໍ່ມີຕົ້ນໄມ້ຕົ້ນໃດທີ່ອອກດອກອອກໝາກເປັນເງິນໄດ້ ແລະ ບໍ່ມີບ່ອນໃດທີ່ເງິນຈະຫລົ່ນລົງມາຈາກທ້ອງຟ້າ ເຮົາທຸກຄົນຈຶ່ງຈຳເປັນຕ້ອງຢູ່ໃນໂລກທີ່ເຕັມໄປດ້ວຍຄ່າໃຊ້ຈ່າຍ, ແຕ່ຂ່າວດີກໍຄື ຖ້າຫາກວ່າທ່ານສາມາດຄວບຄຸມເງິນໄດ້ ທ່ານກໍຈະຄວບຄຸມຊີວິດຂອງຕົນເອງໄດ້ເຊັ່ນກັນ.
ແລະ ຕໍ່ໄປນີ້ແມ່ນ 19 ປະໂຫຍກ ຫລື ຄຳຄົມທີ່ຈະເປັນແຮງບັນດານໃຈໃຫ້ທ່ານເຫັນຄຸນຄ່າຂອງເງິນທຸກກີບ.
- “ຢ່າໃຊ້ເງິນ ກ່ອນທີ່ທ່ານຈະຫາມັນມາໄດ້” – ໂທມັສ ເຈບເຟີສັນ (Thomas Jefferson).
- “ການມີເງິນ ແລະ ສິ່ງຂອງທີ່ເງິນຊື້ໄດ້ນັ້ນອາດເປັນເລື່ອງດີ, ແຕ່ຈະເປັນເລື່ອງທີ່ດີຫລາຍກ່ວາ ຫາກລອງກວດເຊັກເບິ່ງຈັກເທື່ອໃຫ້ໝັ້ນໃຈວ່າທ່ານຍັງບໍ່ໄດ້ສູນເສຍສິ່ງທີ່ເງິນຊື້ບໍ່ໄດ້ໄປ” – ຈ໊ອດ ລໍຣິເມີ (George Lorimer).
- “ການມີລາຍໄດ້ມະຫາສານກັບການເປັນຄົນຮັ່ງມີນັ້ນເປັນສິ່ງທີ່ແຕກຕ່າງກັນຄົນລະດ້ານ” – ມາລີນ ດີທຣິກ (Marlene Dietrich).
- “ເງິນ ແມ່ນສິ່ງທີ່ຄວນດຶງດູດໃຫ້ເຂົ້າມາ ບໍ່ແມ່ນເມົາແຕ່ໄລ່ຕາມມັນ” – ຈິມ ໂຣນ (Jim Rohn).
- “ຫາກເຮົາເປັນຝ່າຍທີ່ສາມາດຄວບຄຸມເງິນ ເຮົາຈະມີທັງອິດສະຫລະ ແລະ ຄວາມຮັ່ງມີໃນຊີວິດ, ແຕ່ຫາກປ່ອຍໃຫ້ເງິນເຂົ້າຄວບຄຸມເມື່ອໃດ ເຮົາກໍຈະມີແຕ່ຄວາມທຸກຍາກລຳບາກ” – ເອັດມັນ ເບີກ (Edmund Burke).
- “ສິ່ງທີ່ຍາກທີ່ຈະຮຽນຮູ້ແມ່ນ ການຮູ້ຈັກທ້ອນເງິນແດ່ເມື່ອໄດ້ຮັບມາ” – ໂຈ ມົວ (Joe Moore).
- “ບໍ່ຕ້ອງບອກຂ້ອຍວ່າເຈົ້າໃຫ້ຄວາມສຳຄັນກັບຫຍັງແດ່ ພຽງແຕ່ບອກວ່າເຈົ້າໃຊ້ເງິນໄປກັບຫຍັງ ຂ້ອຍໄດ້ເຫັນແລ້ວວ່າເຈົ້າເປັນຄົນແນວໃດ” – ເຈມ ດັບເບິນຢູ. ຟຣະກ (James W. Frick).
- “ຫາກເຈົ້າຢາກຮັ່ງມີ ຈົ່ງຄິດເຖິງການທ້ອນເງິນຄືກັບຕອນທີ່ໄດ້ຮັບມາ” – ເບນຈາມິນ ແຟຣງຄລິນ (Benjamin Franklin).
- “ຫລາຍຄົນຄິດວ່າຕົນເອງຫາເງິນບໍ່ເກັ່ງ, ແຕ່ຄວາມຈິງແລ້ວພວກເຂົາພຽງແຕ່ບໍ່ຮູ້ຈັກວິທີໃຊ້ເງິນຫລາຍກ່ວາ” – ແຟຣງ ເອ. ຄລາກ (Frank A. Clark).
- “ຫລາຍຄົນມັກບໍ່ເອົາໃຈໃສ່ເງິນຄຳຈົນກ່ວາມັນຈະຫລຸດໜ້ອຍລົງ ຄືກັນກັບເວລາ” – ໂຈຮັນ ວ໊ອບກັງ ວອນ ເກີເທີ (Johann Wolfgang von Goethe).
- “ເງິນເປັນພຽງແຕ່ເຄື່ອງມືເຄື່ອງໜຶ່ງທີ່ສາມາດນຳພາທ່ານໄປໃນບ່ອນທີ່ທ່ານປາຖະໜາ, ແຕ່ມັນຊຳ້ພັດບໍ່ສາມາດບັງຄັບທິດທາງແທນທ່ານໄດ້” – ເອນ ແຣນ (Ayn Rand).
- “ເງິນແມ່ນຫົວໜ້າທີ່ລົ້ມເຫລວ, ແຕ່ເປັນຄົນຮັບໃຊ້ທີ່ດີເລີດ” – ພີ.ທີ. ບານຳ (P.T. Barnum).
- “ທ່ານຕ້ອງຫາທາງຄວບຄຸມເງິນ ຫລື ຖ້າຫາກບໍ່ຄວບຄຸມ ມັນຈະມີອຳນາດເໜືອທ່ານໄປຕະຫລອດການ” – ເດຟ ແຣມເຊ (Dave Ramsey).
- “ຫາເງິນໄດ້ເທົ່າໃດບໍ່ສຳຄັນ ຂຶ້ນຢູ່ກັບວ່າທ່ານເກັບຮັກສາມັນໄດ້ເທົ່າໃດ, ມັນຊ່ວຍທ່ານໄດ້ຫລາຍປານໃດ ແລະ ທ່ານເກັບໄວ້ໃຫ້ລູກຫລານຕໍ່ໄປອີກຈັກເຊັ່ນຄົນ”- ໂຣເບິດ ຄິໂຢຊາກິ (Robert Kiyosaki).
- “ການມີນິໄສປະຢັດມັດທະຍັດຈະສອນໃຫ້ທ່ານປະພຶດໂຕດີ, ຮູ້ຈັກຫ້າມຈິດໃຈ, ຈັດລຳດັບຄວາມສຳຄັນ ແລະ ຄິດລ່ວງໜ້າ ລວມເຖິງເຮັດໃຫ້ທັດສະນະຄະຕິທີ່ມີເປີດກ້ວາງຍິ່ງຂຶ້ນ” – ທີ. ທີ. ມັງເກີ (T.T. Munger).
- “ຜູ້ມີສະຕິປັນຍາຈະເກັບເລື່ອງເງິນຄຳໄວ້ໃນຄວາມຄິດ ບໍ່ແມ່ນຫົວໃຈ” – ໂຈນາທານ ສະວິຟ (Jonathan Swift).
- “ທ່ານຈະໃຊ້ເງິນເພື່ອຫຍັງ, ເມື່ອໃດ, ຢູ່ໃສ ແລະ ກັບໃຜ ຄຳຖາມເຫລົ່ານີ້ແມ່ນສິ່ງທີ່ກຳນົດວ່າທ່ານຈະໃຊ້ເງິນຢ່າງມີຄຸນຄ່າໄດ້ຫລາຍປານໃດ” – ທິໂມທີ ເຟີຣິສ (Timothy Ferriss).
- “ວິທີທີ່ໄວທີ່ສຸດໃນການເຮັດໃຫ້ເງິນເພີ່ມຍອດຂຶ້ນອີກທົບເທົ່າ ແມ່ນພັບເຄິ່ງແລ້ວຍັດກັບລົງໄປໃນກະເປົ໋າຄືນ” – ວິລ ໂຣເຈີ (Will Rogers).
- “ເງິນແມ່ນເຄື່ອງຮັບປະກັນວ່າເຮົາອາດຈະໄດ້ໃນສິ່ງທີ່ຕ້ອງການ ເຖິງວ່າເຮົາຈະບໍ່ຕ້ອງການຫຍັງໃນຕອນນີ້, ແຕ່ມັນກໍຮັບປະກັນຄວາມເປັນໄປໄດ້ໃນການຕອບສະໜອງຄວາມປາຖະໜາທີ່ອາດມີໃນອະນາຄົດໄດ້” – ອະຣິສໂຕເຕິລ (Aristotle).