ກິ່ນຂອງກາເຟຊ່ວຍໃຫ້ຜ່ອນຄາຍ, ເຮັດໃຫ້ຕື່ນໂຕ ແລະ ມີສະມາທິ

ຜົນການວິໄຈເປີດເຜີຍວ່າ : ກາເຟ ເຖິງຈະບໍ່ມັກດື່ມ ແຕ່ຖ້າຖືກກິ່ນ ກໍຊ່ວຍປຸກໃຫ້ຕື່ນ ແລະ ຜ່ອນຄາຍໄດ້. ເຖິງວ່າທ່ານຈະບໍ່ແມ່ນຄົນມັກດື່ມກາເຟ ຫລື ບໍ່ດື່ມເລີຍ ແຕ່ການໄດ້ຮັບກິ່ນກາເຟນັ້ນກໍສາມາດສົ່ງຜົນຕໍ່ຄວາມຮູ້ສຶກຂອງທ່ານໄດ້ຄືກັນ ແລະ ເລື່ອງນີ້ເຄີຍມີການສ້າງຜົນງານວິໄຈອອກມາກັນເທື່ອເທື່ອແລ້ວ ເພາະເຖິງຈະບໍ່ໄດ້ດື່ມກາເຟ ແຕ່ກິ່ນກໍຊ່ວຍບຳບັດໄດ້.
ຫາກເວົ້າເຖິງກາເຟ ຫລາຍຄົນກໍຄົງຈະພໍນຶກເຖິງກິ່ນຂອງມັນໄດ້ທັນທີ ເອີ້ນວ່າເປັນລາຍການເຄື່ອງດື່ມໃນການເລີ່ມຕົ້ນເຊົ້າມື້ໃໝ່, ເຄື່ອງດື່ມພັກເບຣກໃນຍາມບ່າຍ ເປັນຕົ້ນ ທັງນີ້ການດື່ມກາເຟໃນປະລິມານທີ່ພໍດີພໍງາມນັ້ນຈະດີຕໍ່ສຸຂະພາບ, ແຕ່ຖ້າຫລາຍເກີນໄປກໍທຳລາຍສຸຂະພາບໄດ້ຄືກັນ. ເຄີຍສັງເກດຫລືບໍ່ວ່າເມື່ອໃດທີ່ໄດ້ຮັບກິ່ນກາເຟ ຈະຮູ້ສຶກຜ່ອນຄາຍຕື່ນໂຕຫລາຍຍິ່ງຂຶ້ນ ເຖິງວ່າທ່ານຈະບໍ່ໄດ້ດື່ມມັນເລີຍກໍຕາມ. ການໄດ້ສຳຜັດກິ່ນກາເຟນັ້ນ ຊ່ວຍກະຕຸ້ນການເຕັ້ນຂອງຫົວໃຈ ເຊິ່ງຜົນການສຶກສາທີ່ຕີພິມເມື່ອບໍ່ດົນມານີ້ ທ່ານ ຢູຈີນຊັນ ຈາກມະຫາວິທະຍາໄລໂມນາດໃນອົດສະຕຣາລີ ໂດຍເປັນໜຶ່ງໃນຜູ້ຂຽນການສຶກສາເທື່ອນີ້ ເຜີຍວ່າ : ຈາກການວິໄຈ 4 ເທື່ອກັບຄົນອົດສະຕຣາລີ, ການາດາ ແລະ ສະຫະລັດອາເມລິກາ ພົບວ່າ ການໄດ້ສຳຜັດກາເຟ ເຖິງຈະບໍ່ໄດ້ດື່ມກໍສາມາດໄປກະຕຸ້ນການເຕັ້ນຂອງຫົວໃຈ ເຮັດໃຫ້ຄົນຜູ້ນັ້ນຮູ້ສຶກຕື່ນໂຕ, ເຮັດໃຫ້ມີສະມາທິຈົດຈໍ່ກັບກິດຈະກຳທີ່ເຮັດຢູ່ຕໍ່ໜ້າ ແລະ ຫລຸດການເລື່ອນມື້ເລື່ອນວັນໄດ້ນຳ.
ດື່ມກາເຟເທົ່າໃດຈຶ່ງຈະບໍ່ຫລາຍເກີນໄປໃນແຕ່ລະມື້ ? ທີມວິໄຈມະຫາວິທະຍາໄລເຊົ້າອົດສະຕຣາລີ ໄດ້ເຜີຍວ່າ : ດື່ມກາເຟເທົ່າໃດຈຶ່ງຫລາຍເກີນໄປໃນແຕ່ລະມື້ ໂດຍສະຫລຸບຈາກສະຖິຕິຂອງຄົນຈຳນວນ 347.077 ຄົນ, ອາຍຸລະຫ່ວາງ 37 – 73 ປີ ຄວນດື່ມບໍ່ເກີນ 5 ຈອກຕໍ່ມື້ ເພາະຫລັງຈາກນັ້ນກາເຟອີນອາດຈະບໍ່ປອດໄພຕໍ່ຫົວໃຈຂອງທ່ານ. ສະຫລຸບກໍຄື ດື່ມກາເຟໃຫ້ໜ້ອຍກ່ວາ 6 ຈອກຕໍ່ມື້ ຈະບໍ່ສ່ຽງອັນຕະລາຍຕໍ່ສຸຂະພາບຂອງທ່ານ.
ກິ່ນກາເຟຊ່ວຍເພີ່ມຄື້ນອັລຟ່າໃນສະໝອງ : ເຊິ່ງໃນຍີ່ປຸ່ນພົບວ່າ ການດື່ມກາເຟຊ່ວຍເພີ່ມຄື້ນອັລຟ່າໃນສະໝອງ ເຊິ່ງເປັນແບບດຽວກັບຕອນທີ່ເຮົາຜ່ອນຄາຍ. ປະເພດກາເຟທີ່ເຮັດໃຫ້ເກີດຄວາມຜ່ອນຄາຍຫລາຍແມ່ນ Guatemalan ແລະ Jamaican Blue Mountain coffee. ການສຶກສາຍັງພົບອີກວ່າລະດັບການຂົ້ວກໍມີຜົນຄືກັນ ຍິ່ງຂົ້ວດົນ ແລະ ເຂັ້ມກໍຍິ່ງເຮັດໃຫ້ຜົນດີນັ້ນຄົງທົນໄດ້ດົນ ເມື່ອປຽບທຽບກັບການຂົ້ວແບບປົກກະຕິ.
ກິ່ນຂອງກາເຟເຮັດປະຕິກິລິຍາກັບໂປຣຕິນໃນສະໝອງ : ມະຫາວິທະຍາໄລໂຊລ ແຫ່ງເກົາຫລີໃຕ້ ເຜີຍວ່າ : ກິ່ນຂອງກາເຟ ຈະໄປເຮັດປະຕິກິລິຍາກັບໂປຣຕິນໃນສະໝອງໂຕທີ່ກ່ຽວຂ້ອງກັບຄວາມເຄັ່ງຄຽດ ໂດຍສະເພາະຄວາມເຄັ່ງຄຽດທີ່ເກີດຈາກການນອນບໍ່ຫລັບ ພຽງແຕ່ຖືກກິ່ນກາເຟກໍຈະຜ່ອນຄາຍລົງໄດ້.
ຄົນທີ່ດື່ມກາເຟຫລາຍກ່ວາ 4 ຈອກຕໍ່ມື້ ຈະມີຄວາມເຄັ່ງຄຽດໜ້ອຍກ່ວາຄົນທີ່ບໍ່ດື່ມກາເຟເລີຍເຖິງ 10% : ສະຖາບັນສຸຂະພາບແຫ່ງໜຶ່ງໃນສະຫະລັດອາເມລິກາ ວິໄຈພົບວ່າ ຄົນທີ່ດື່ມກາເຟຫລາຍກ່ວາ 4 ຈອກຕໍ່ມື້ ຈະມີຄວາມເຄັ່ງຄຽດໜ້ອຍກ່ວາຄົນທີ່ບໍ່ດື່ມກາເຟເລີຍເຖິງ 10% ລວມຄົນທີ່ດື່ມເຄື່ອງດື່ມອື່ນໆທີ່ມີສ່ວນປະສົມຂອງກາເຟອີນນຳ.
ຄົນທີ່ດື່ມກາເຟ 2 – 4 ຈອກຕໍ່ມື້ ຊ່ວຍຫລຸດຄວາມສ່ຽງການຂ້າໂຕຕາຍໄດ້ເຖິງ 50% : ຜົນວິໄຈຈາກໂຮງຮຽນດ້ານສຸຂະອະນາໄມຂອງຮາເວີດ ເປີດເຜີຍວ່າ ຄົນທີ່ດື່ມກາເຟມື້ລະ 2 – 4 ຈອກ ຊ່ວຍຫລຸດຄວາມສ່ຽງການຂ້າໂຕຕາຍໄດ້ເຖິງ 50% ເນື່ອງຈາກສານເຊໂຣໂທນິນ, ໂດພາມີນ ແລະ ນໍຣາດຣີນາລີນໃນກາເຟ ເປັນດັ່ງໂຕຊ່ວຍຫລຸດຄວາມເກັບກົດຫົດຫູ່ຈຳພວກຄວາມເຄັ່ງຄຽດໄດ້.