ຊ່ວງລະດູຝົນໃຫ້ສູ້ຊົນການປູກກັບການລ້ຽງ
ໂດຍ: ທິດກໍ່າ
ຈາກລະດູແລ້ງຕໍ່ໃສ່ລະດູຝົນປີນີ້ ປາກົດເຫັນຝົນຕົກແຕ່ຫົວປີ, ທ້າຍແລ້ງຕົ້ນຝົນເຂົ້າມາເບິ່ງອັນໃດກໍຄືວ່າຊຸ່ມເຢັນສົດຊື່ນໄປໝົດ, ຫັນໃຈກໍໂລ່ງ, ອາກາດກໍສົດ. ພໍແຕ່ຝົນຕົກໂຮຍຮຳລົງມາຫລາຍຫ່າ ເບິ່ງຕົ້ນໄມ້ໃບຫຍ້າ, ພືດພັນທັນຍາຫານທີ່ຫິວຫອດນ້ຳ, ແຫ້ງກະແດ້ງມາແຕ່ຊ່ວງຍາມແລ້ງມັນກໍເລີ່ມຂຽວງາມ, ແຕກໜໍ່ຈໍ່ແນວໃຫ້ເຫັນຢ່າງປະຈັກຕາ.
ໂດຍປົກກະຕິແລ້ວ, ຕາມວິຖີຊີວິດຂອງຊາວຊົນນະບົດລາວເຮົາ ນັບແຕ່ເປີງປູ່ຍ່າຕານາຍ, ພໍ່ແມ່ເຄີຍລ້ຽງເຮົາມາພາເຮົາໃຫຍ່ພໍເຖິງຍາມຝົນຕົກໃໝ່ກໍພາກັນໄປຫາແຍ່ໄຂ່ມົດແດງມາແກງໃສ່ປາຄໍ່ໃຫຍ່, ເວລາຝົນຕົກແຮງໆນ້ຳເຕັມທົ່ງຫົ້ງຕາມບວກໜອງຄອງບຶງກໍພາກັນໄປຈັບກົບ, ຈັບອຶ່ງມາຕົ້ມໃຫຍ່ຍອດຜັກຕິ້ວ, ຜັກກະໂດນ ຫລືບໍ່ ກໍໄປເກັບຜັກຫັກໜໍ່ທີ່ພວມປົ່ງຍອດຂຽວງາມມາແກງໃສ່ປາກົດໂທນຖືວ່າເປັນອາຫານສຸດຍອດ ແລະ ຄົງຄວາມສຸກຂອງຄົນລາວເຮົາທີ່ເປັນຊາວໄຮ່ຊາວນາມາແຕ່ຕົ້ນກຳເນີດ.
ພໍຕົກມາສະໄໝນີ້, ສັງຄົມ ແລະ ທຳມະຊາດທຸກຢ່າງມັນກໍຄ່ອຍໆປ່ຽນໄປຕາມວັດຕະຈັກຂອງໂລກ. ເວົ້າເຖິງການເຮັດນາກໍບໍ່ໄດ້ຍ່າງຕາມກົ້ນຄວາຍອີກແລ້ວ ເພາະມີລົດໄຖນາ, ຄາດນາ, ການຜະລິດໂດຍລວມສ່ວນໃຫຍ່ກໍນຳໃຊ້ອຸປະກອນທີ່ທັນສະໄໝ ທັງແລ້ວໄວທັນໃຈ. ການປູກການລ້ຽງ ຖ້າຢາກໃຫ້ມັນງອກງາມ, ໃຫຍ່ໄວກໍຕ້ອງໃຊ້ສານກະຕຸ້ນ, ໃຊ້ຝຸ່ນວິທະຍາສາດ, ສານເຄມີເຂົ້າໃນການຜະລິດ. ຍິ່ງໄປກວ່ານັ້ນ ນັບແຕ່ການປູກການລ້ຽງບາງຢ່າງກໍໄດ້ນຳໃຊ້ສານກະຕຸ້ນ ແລະ ສານເຄມີເພື່ອບັງຄັບໃຫ້ສັດ ຫລື ພືດໃຫຍ່ໄວ.
ແນວໃດກໍຕາມ, ມັນກໍມີຂໍ້ດີຂໍ້ເສຍຕາມມາເຊັ່ນວ່າ: ຂໍ້ດີນັ້ນເປັນການກະຕຸ້ນໃຫ້ຜົນລະປູກເຮົາເຕີບໃຫຍ່ຂຽວງາມ ແລະ ເຕີບໃຫຍ່ໄວ. ສ່ວນວ່າປະເພດການລ້ຽງສັດປະເພດຕ່າງໆນັ້ນກໍຕ້ອງໃຊ້ຫົວອາຫານ, ໃຊ້ສານກະຕຸ້ນບາງຢ່າງເພື່ອໃຫ້ສັດທີ່ເຮົາລ້ຽງໃຫຍ່ໄວ, ໄດ້ຈຳໜ່າຍໄວທັນຕາມກຳນົດ. ແຕ່ວ່າຂໍ້ເສຍນັ້ນ ມັນກໍມີຫລາຍຢ່າງເຊັ່ນວ່າ: ຢູ່ໃນພືດຜັກມັນພັດມີສານເຄມີເຈືອປົນເປັນອັນຕະລາຍຕໍ່ສຸຂະພາບ. ແນ່ນອນຖ້າຄົນເຮົານຳເອົາໄປກິນມັນຈະມີຜົນຂ້າງຄຽງ ມີພະຍາດສາລະພັດຢ່າງຕາມມາ. ສະເພາະການລ້ຽງສັດນັ້ນກໍຍິ່ງອັນຕະລາຍເໝືອນກັນ. ສະໄໝນີ້ສັດເກືອບທຸກປະເພດທີ່ວາງຂາຍຢູ່ຕະຫລາດຍິ່ງມີຄວາມສ່ຽງສູງໃນການບໍລິໂພກ ເພາະມີການລັກລອບນຳໃຊ້ສານເຄມີສີດໃສ່ຕົວສັດເພື່ອປ້ອງກັນການບູດເນົ່າ ແລະ ໃຫ້ມັນຕຸ້ຍພີເຫັນແລ້ວມັນເປັນຕາກຢາ. ໃນສະພາບປັດຈຸບັນ ການຊອກຢູ່ຫາກິນຕາມທຳມະຊາດ, ຫ້ວຍນ້ຳລຳເຊມີຫລາຍທ້ອງຖິ່ນເອົາລະເບີດໄປຈູດ, ເອົາໝໍ້ໄຟໄປຊອດເອົາປາ ສຸດທ້າຍປາມັນກໍດັບ. ນີ້ລະຄືຄວາມອັນຕະລາຍຮ້າຍກາດກັບເຄື່ອງມືທັນສະໄໝທີ່ເຮົາຍັງຝືນໃຊ້ກັບການຜະລິດ ແລະ ການທຳມາຫາກິນແບບຈິບຫາຍວາຍວອດ.
ຈາກສາເຫດທີ່ໄດ້ກ່າວມາຂ້າງເທິງນັ້ນ, ທາງພັກ ແລະ ລັດຖະບານເຮົາຈຶ່ງເຫັນຄວາມເປັນອັນຕະລາຍ ແລະ ຜົນກະທົບທີ່ຈະຕາມມາຢ່າງໃຫຍ່ຫລວງຕໍ່ຊີວິດຂອງຄົນ ນັບທັງສັດສາວາສິ່ງ, ພືດຜັກທັນຍາຫານຕ່າງໆ ຈຶ່ງໃຫ້ພາກັນຫລີກລ່ຽງ ແລະ ຊອກຫາທາງອອກດ້ວຍການຜະລິດທີ່ຕິດພັນກັບທຳມະຊາດ ແລະ ສິ່ງແວດລ້ອມ. ໃນມະຕິຄັ້ງທີ X ຂອງພັກ ບາງຕອນໄດ້ເວົ້າວ່າ: “… ພັດທະນາກະສິກຳສະອາດຕິດພັນກັບການປຸງແຕ່ງ, ສ້າງໃຫ້ເປັນການພັດທະນາແບບຍືນຍົງ, ຮັບປະກັນມາດຕະຖານສະອາດ, ປອດໄພ, ໄຮ້ສານພິດ ແລະ ສ້າງມູນຄ່າເພີ່ມໃຫ້ຜົນຜະລິດ, ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ, ຊຸກຍູ້ສົ່ງເສີມການຜະລິດແບບຄອບຄົວ, ແບບຟາມ, ແບບການຮ່ວມມື, ແບບສະຫະກອນ”. ທັງໝົດທີ່ກ່າວມານີ້ເປົ້າໝາຍແມ່ນສ້າງເສດຖະກິດການຜະລິດແບບຍືນຍົງ.
ເພາະສະນັ້ນ ຈຶ່ງເຫັນໄດ້ວ່າການສົ່ງເສີມ ແລະ ການສູ້ຊົນໃນການປູກການລ້ຽງໃນຊ່ວງລະດູຝົນນີ້ເປັນເງື່ອນໄຂທີ່ດີ ເພື່ອສົ່ງເສີມ ແລະ ຊຸກຍູ້ການຜະລິດ ໂດຍສະເພາະແມ່ນປູກເຂົ້າ, ຖົ່ວດິນ, ສາລີ, ມັນດ້າງ, ພືດຜັກຊະນິດຕ່າງໆ, ປູກໄມ້ໃຫ້ໝາກ, ໄມ້ອຸດສາຫະກຳທີ່ເປັນທ່າແຮງໃຫ້ເສດຖະກິດຂອງຊາດ. ສ່ວນການລ້ຽງນັ້ນກໍຍິ່ງເໝາະສົມ ເພາະລະດູຝົນຈະມີຕົ້ນໄມ້ໃບຫຍ້າງອກງາມ ອັນເປັນອາຫານສັດນ້ອຍໃຫຍ່ທີ່ອຸດົມສົມບູນ. ສະໄໝນີ້ ເວົ້າເຖິງການປູກການລ້ຽງ ບໍ່ວ່າຂະໜາດນ້ອຍ, ຂະໜາດກາງ ຖ້າເຮົາດຸໝັ່ນຂະຫຍັນພຽນກໍທັງໄດ້ກິນ ແລະ ໄດ້ຂາຍ ເພາະຄົນກໍເພີ່ມຂຶ້ນ, ການບໍລິໂພກເພີ່ມຂຶ້ນ ແລະ ຄວາມຕ້ອງການກໍເພີ່ມຂຶ້ນ. ອີກບໍ່ດົນ ໂຄງການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ຈະສຳເລັດຕາມຄວາມຕ້ອງການ. ເມື່ອເປັນເຊັ່ນນີ້ ຄວາມຕ້ອງການປາກທ້ອງກໍຍິ່ງເພີ່ມຂຶ້ນ, ຄົນກໍເພີ່ມຂຶ້ນ ຖ້າເຮົາມີແຜນການປູກການລ້ຽງແຕ່ດຽວນີ້ເປັນຕົ້ນໄປ ອະນາຄົດຕໍ່ໜ້າອັນໃກ້ໆນີ້ອາດເປັນນາທີທອງສຳລັບພວກເຮົາກໍເປັນໄດ້.