ຟີຟາ (FIFA) ອະນຸມັດໃຫ້ນັກເຕະຄົນໜື່ງ ສາມາດຫຼິ້ນໄດ້ 3 ສະໂມສອນ..!
June 15, 2020 - 11:40 AM


ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ພາຍຫຼັງທີ່ບານເຕະອາຊີບທົ່ວໂລກ ຕ້ອງເລື່ອນການແຂ່ງຂັນ ເນື່ອງຈາກການລະບາດຂອງ ໂຄວິດ-19 ເຮັດໃຫ້ເກີດຜົນກະທົບຕໍ່ກັບສະໂມສອນ ແລະ ນັກເຕະ.ຫຼ້າສຸດ ສະຫະພັນບານເຕະນາໆຊາດ (FIFA) ປະກາດລະບຽບຊົ່ວຄາວ ແກ້ໄຂບັນຫາຂອງ ໂຄວິດ-19 ລະບາດ, ໂດຍອະນຸມັດໃຫ້ນັກກິລາທຸກລີກທົ່ວໂລກ ສາມາດລົງສະໜາມໃຫ້ກັບສະໂມສອນໄດ້ 3 ທີມ ໃນໄລຍະ 1 ລະດູການ ໂດຍມີຜົນບັງຄົບໃຊ້ສະເພາະການແຂ່ງຂັນບານເຕະລີກທີ່ເລີ່ມແຂ່ງຂັນ ແລະ ຈົບການແຂ່ງຂັນພາຍໃນປີ 2020.


ການອະນຸມັດໃນຄັ້ງນີ້ເປັນການແກ້ໄຂລະບຽບຊົ່ວຄາວ ເພື່ອອໍານວຍຄວາມສະດວກໃຫ້ກັບສະໂມສອນ ແລະ ນັກກີລາ ໃນການຂຶ້ນທະບຽນໃໝ່ ເຊິ່ງຕາມກົດລະບຽບແລ້ວນັກເຕະ 1 ຄົນສາມາດໂອນຍ້າຍຂຶ້ນທະບຽນກັບ 3 ສະໂມສອນ ສາມາດລົງຫຼິ້ນໄດ້ພຽງ 2 ສະໂມສອນຕໍ່ 1 ລະດູການ ແຕ່ຈາກການປະກາດດັ່ງກ່າວຈະເຮັດໃຫ້ສາມາດລົງຫຼິ້ນໄດ້ກັບທັງ 3 ສະໂມສອນໃນ 1 ລະດູການ.