ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ

ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ - 48 8 - ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ
ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ - kitchen vibe - ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ

ອຳນາດການປົກຄອງນະຄອນວິງ ສສ ຫວຽດນາມ ຮຽກຮ້ອງໃຫ້ຜູ້ສອບເສັງເຂົ້າລັດຖະກອນຄູໃນປີ 2020 ນີ້ ອາຍຸບໍ່ໃຫ້ເກີນ 30 ປີ.

ຂໍ້ກຳນົດກ່ຽວກັບການສອບເສັງເອົາລັດຖະກອນຄູໃນປີ 2020 ຂອງນະຄອນວິງ ສສ ຫວຽດນາມ ຖືກຮັບຮອງໂດຍ ອຳນາດການປົກຄອງນະຄອນໃນວັນທີ 5 ມີຖຸນານີ້. ນອກຈາກກຳນົດອາຍຸບໍ່ໃຫ້ເກີນ 30 ປີແລ້ວ, ຜູ້ຈະຖືກຄັດເລືອກຕ້ອງແມ່ນນັກສຶກສາ ຫຼື ຜູ້ທີ່ມີສັນຍາຈ້າງທີ່ຈົບມະຫາວິທະຍາໄລ ແລະ ຊັ້ນສູງ.

ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ - Visit Laos Visit SALANA BOUTIQUE HOTEL - ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ
ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ - Visit Laos Visit SALANA BOUTIQUE HOTEL - ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ

ອາຈານຄົນໜຶ່ງເວົ້າວ່າ: “ຂ້າພະເຈົ້າເຫັນວ່າຂໍ້ກຳນົດດັ່ງກ່າວບໍ່ເໝາະສົມ ເພາະມັນສ້າງຄວາມໝົດຫວັງໃຫ້ຜູ້ທີ່ກຳລັງເປັນສັນຍາຈ້າງ ທີ່ມີຄວາມຫວັງວ່າຈະໄດ້ໂຄຕາເຂົ້າເປັນລັດຖະກອນໂດຍກົງ ແຕ່ເມື່ອໃຫ້ສອບເສັງອາຍຸກະສຽນຊໍ້າພັດກາຍ 30 ປີແລ້ວ”.

ການນຳພະແນກສຶກສາ ແລະ ກໍ່ສ້າງ ແຂວງເຫງະອານ ໃຫ້ຮູ້ວ່າ  ການກຳນົດເປົ້າໝາຍສະໝັກສອບເສັງເຂົ້າເປັນລັດຖະກອນຄູ ອາຍຸກະສຽນບໍ່ໃຫ້ເກີນ 30 ປີຂອງນະຄອນວິງນັ້ນ ແມ່ນບໍ່ຖືກຕ້ອງ. ຄຳສັ່ງເລກທີ 161/2018 ວ່າດ້ວຍການປັບປຸງ ເພີ່ມເຕີມບາງມາດຕາກ່ຽວກັບການສອບເສັງພະນັກງານ, ລັດຖະກອນ… ບໍ່ໄດ້ລະບຸເຖິງອາຍຸກະສຽນແຕ່ຢ່າງໃດ.

ວັນທີ 15 ມີຖຸນານີ້, ທ່ານ ເດົາວິງທິງ ຮອງເຈົ້າແຂວງເຫງະອານ ອະທິບາຍວ່າ ການທີ່ ນະຄອນວິງວາງຂໍ້ກຳນົດດັ່ງກ່າວ ກໍເພື່ອຫັນເປັນໜຸ່ມຖັນແຖວພະນັກງານຄູ, ເງື່ອນໄຂໃນເວລາເຂົ້າສອບເສັງແມ່ນບໍ່ໃຫ້ເກີນອາຍຸ 35 ປີ. ທ່ານກ່າວວ່າ: “ພວກເຮົາຄິດວ່າ ນັກສຶກສາຈົບອອກມາໃໝ່ຈະມີອະນາຄົດດີກວ່າ ຖ້າທຽບໃສ່ ຜູ້ອາຍຸສູງ”.

ການນຳຂອງແຂວງດັ່ງກ່າວຊີ້ແຈງອີກຕື່ມວ່າ ໃນເວລາຈັດຕັ້ງປະຕິບັດ ຖ້າຫາກເຫັນວ່າບໍ່ເໝາະສົມ ກໍຈະປັບປຸງຄືນໃໝ່.

ຄາດວ່າ ໃນປີນີ້ ນະຄອນວິງຈະສອບເສັງເອົາພະນັກງານຄູທັງໝົດ 54 ຄົນ, ໃນນັ້ນຄູລ້ຽງເດັກ 17 ຄົນ, ຄູປະຖົມ 12 ຄົນ, ສ່ວນທີ່ຍັງເຫຼືອແມ່ນຄູຊັ້ນມັດທະຍົມຕົ້ນ.

ຂ່າວ: ລູກເມືອງພວນ ( ແຫຼ່ງຂ່າວ vnexpress)

ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ - 4 - ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ
ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ - 5 - ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ
ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ - 3 - ສອບເສັງເຂົ້າລັດຖະກອນຄູ ອາຍຸບໍ່ເກີນ 30 ປີ
  • 1097 Posts
  • 0 Comments
iLike/LPN/20