ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ

ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ - 159 - ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ
ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ - kitchen vibe - ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ

ປັດຈຸບັນ ໂຄງການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງໃນນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ຄືບຫນ້າແລ້ວ 75% ຂອງໜ້າວຽກທັງໝົດ, ຄາດວ່າຈະສໍາເລັດ 100% ໃນຕົ້ນປີ 2021 ພາຍຫລັງເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2019 ລວມມູນຄ່າຂອງໂຄງການທັງຫມົດ 4,5 ລ້ານກວ່າໂດລາສະຫະລັດ ໂດຍແມ່ນທຶນກູ້ຢືມດອກເບ້ຍຕໍ່າຈາກທະນາຄານພັດທະນາອາຊີ ຫລື ADB ແລະ ຮັບເຫມົາກໍ່ສ້າງໂດຍ ບໍລິສັດ ລາວມີໄຊ ກໍ່ສ້າງ.

ໂຄງການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງແມ່ນ 1 ໃນ 7 ກິດຈະກໍາທີ່ນອນຢູ່ໃນໂຄງການພັດທະນາຕົວເມືອງຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນໍ້າຂອງ ຫລື ໂຄງການ GMS ຂອງແຂວງສະຫວັນນະເຂດ. ໂຄງການນີ້ປະກອບມີ 2 ຫນ້າວຽກໃຫຍ່ຄື: ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ມີຄວາມຍາວ 980 ແມັດ ເລີ່ມຈາກທ່າບັກເກົ່າລຽບລົງໄປຕາມລໍາແມ່ນໍ້າຂອງ ໂດຍໄດ້ຖົມດິນຊາຍອອກຈາກຂອບທາງອອກໄປ 50 ແມັດ ແລະ ລຽງຫີນລຽບຕາມແຄມຂອງ, ມີບໍລິມາດຊາຍຖົມ 246.717 ແມັດກ້ອນ ພ້ອມວຽກຕົບແຕ່ງຄວາມງາມໜ້າເດີ່ນດ້ວຍເບຕົງລວດລາຍ, ສວນດອກໄມ້, ບ່ອນຫັດກາຍ, ຈຸດນັ່ງຊົມວິວ-ນັ່ງເບິ່ງເຮືອຊ່ວງ ແລະ ຮ້ານຄ້າຂາຍເຄື່ອງ. ສ່ວນໜ້າວຽກທີ່ພວມສຸມໃສ່ຈັດຕັ້ງປະຕິບັດໃນປັດຈຸບັນແມ່ນວຽກຕົບແຕ່ງເຊັ່ນ: ປູກຫຍ້າ, ຕົ້ນໄມ້, ສ້າງຮາວກັນຕົກ ແລະ ອື່ນໆ.

ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ - Visit Laos Visit SALANA BOUTIQUE HOTEL - ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ

ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ໃຫ້ສໍາພາດວ່າ: ໂຄງການນີ້ຈະປະກອບສ່ວນສໍາຄັນເຮັດໃຫ້ນະຄອນໄກສອນ ພົມວິຫານ ກໍຄືແຂວງສະຫວັນນະເຂດມີໃບໜ້າໃໝ່ ເພາະເມື່ອມີກັນຕະຝັ່ງກັນເຈື່ອນແລ້ວ ນອກຈາກຈະມີຄວາມປອດໄພຈາກນໍ້າຖ້ວມ ສະຖານທີ່ແຫ່ງນີ້ຈະກາຍເປັນບ່ອນທ່ອງທ່ຽວ, ພັກຜ່ອນ ແລະ ອອກກໍາລັງກາຍແຫ່ງໃຫມ່ຂອງແຂວງສະຫວັນນະເຂດຕື່ມອີກ.

ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ - 5 - ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ
ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ - 4 - ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ
ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ - 3 - ການກໍ່ສ້າງກັນຕາຝັ່ງເຈື່ອນແຄມຂອງ ໃນນະຄອນໄກສອນ ພົມວິຫານ ໃກ້ສໍາເລັດແລ້ວ