ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ສະໜັບສະໜູນ ລັດຖະບານລາວ 1 ແສນໂດລາສະຫະລັດ ຕ້ານພະຍາດໂຄວິດ-19
ໃນວັນທີ 12 ມິຖຸນາຜ່ານມານີ້, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ ໄດ້ມອບເງິນ 100.000 ໂດລາສະຫະລັດ ໃຫ້ແກ່ລັດຖະບານ ໃນນັ້ນມີ 50.000 ໂດລາ ແມ່ນມອບໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ 50.000 ໂດລາ ມອບໃຫ້ກະຊວງສາທາລະນະສຸກ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂການລະບາດພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດຈາກຜົນ ກະທົບຂອງການລະບາດພະຍາດດັ່ງກ່າວ.
ທ່ານ ພໍ ແຮຣິສ ກ່າວວ່າ: ໄລຍະຜ່ານມາ ລຊມລ ໄດ້ສະໜັບສະໜູນທັງເງິນ ແລະ ອຸປະກອນຕ້ານພະຍາດໂຄວິດ-19 ໃຫ້ລາວມາແລ້ວເປັນມູນຄ່າ 170.000 ໂດລາສະຫະລັດ ເປັນຕົ້ນແມ່ນໄດ້ສະໜອງເຄື່ອງມື ແລະ ອຸປະກອນການແພດ ລວມມີໜ້າກາກອະນາໄມ, ເຄື່ອງກວດອຸນຫະພູມຮ່າງກາຍ, ນ້ຳຢາລ້າງມື, ເຄື່ອງພົ່ນຢາຂ້າເຊື້ອດ້ວຍໄຟຟ້າ ພ້ອມດ້ວຍນ້ຳຢາຂ້າເຊື້ອ. ອຸປະກອນ ແລະ ເຄື່ອງມືການແພດ ຊຶ່ງໄດ້ແຈກຢາຍໃຫ້ແກ່ພະນັກງານແພດໝໍ ແລະ ປະຊາຊົນເມືອງວິລະບູລີ ເພື່ອມີຄວາມພ້ອມໃນການປ້ອງກັນ ແລະ ຮັບມືກັບຄວາມສ່ຽງຈາກການຕິດເຊື້ອພະຍາດດັ່ງກ່າວ.