ມສ ລະຄອນສີ ຍັງຂາດອຸປະກອນ ຈໍາເປັນເພື່ອປ້ອງກັນພະຍາດໂຄວິດ-19

ໂຮງຮຽນ ມສ ລະຄອນສີ ຢູ່ເມືອງລະຄອນເພັງ ແຂວງສາລະວັນ ເປີດຮຽນປົກກະຕິທຸກຊັ້ນຮຽນແລ້ວ ພາຍຫລັງລັດຖະບານໄດ້ອະນຸຍາດໃຫ້ທຸກຊັ້ນຮຽນໃນສາຍສາມັນສຶກສາເປີດການຮຽນ-ການສອນຄືນໃຫມ່ນັບແຕ່ວັນທີ 2 ມິຖຸນາເປັນຕົ້ນມາ, ແຕ່ທາງໂຮງຮຽນຍັງຂາດອຸປະກອນທາງການແພດທີ່ຈໍາເປັນຫລາຍຢ່າງເພື່ອປ້ອງກັນພະຍາດໂຄວິດ-19.
ຜູ້ອໍານວຍການໂຮງຮຽນ ມສ ລະຄອນສີ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢູ່ ມສ ລະຄອນສີ ແມ່ນເຮັດໄດ້ດີໃນໄລຍະທໍາອິດ ຄືໃນໄລຍະທີ່ເປີດການຮຽນ-ການສອນໃນຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7, ແຕ່ຫລັງຈາກລັດຖະບານອະນຸຍາດເປີດການຮຽນ-ການສອນທຸກຊັ້ນຮຽນນັບແຕ່ວັນທີ 2 ມິຖຸນາເປັນຕົ້ນມາ ທາງໂຮງຮຽນບໍ່ສາມາດຈັດຕັ້ງປະຕິບັດໄດ້ບາງມາດຕະການ ໂດຍສະເພາະການຮັກສາໄລຍະຫ່າງໃນຫ້ອງຮຽນ, ການວັດແທກອຸນຫະພູມ ແລະ ການໃສ່ຜ້າອັດປາກ-ດັງ ເນື່ອງຈາກອາຄານຮຽນ ແລະ ງົບປະມານຂອງໂຮງຮຽນ ລວມເຖິງງົບປະມານຂອງຜູ້ປົກຄອງນັກຮຽນມີຈໍາກັດ.
ຜູ້ອໍານວຍການໂຮງຮຽນ ມສ ລະຄອນສີ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ທາງໂຮງຮຽນໃຊ້ວິທີໃຫ້ຄູສອນ ແລະ ນັກຮຽນຫມັ່ນຮັກສາຄວາມສະອາດໃນຫ້ອງຮຽນ ແລະ ຕົນເອງດ້ວຍການລ້າງມືດ້ວຍສະບູ ຫລື ເຈວລ້າງມືເປັນປະຈໍາ ແລະ ຫລີກລ່ຽງການຢູ່ຮ່ວມກັນເປັນກຸ່ມຕາມທີ່ເຄີຍເຮັດໃນໄລຍະຜ່ານມາ. ນອກຈາກນີ້ ຍັງໃຫ້ຄູສອນປະຈໍາຫ້ອງ ແລະ ປະຈໍາວິຊາສືບຕໍ່ໃຫ້ຄວາມຮູ້ແກ່ນັກຮຽນກ່ຽວກັບວິທີປ້ອງກັນພະຍາດໂຄວິດ-19 ທີ່ຖືກຕ້ອງຢ່າງຕໍ່ເນື່ອງ. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງພາກສ່ວນຕ່າງໆໃຫ້ການຊ່ວຍເຫລືອດ້ານອຸປະກອນການແພດທີ່ຈໍາເປັນແກ່ໂຮງຮຽນ ມສ ລະຄອນສີ ເພື່ອເຮັດໃຫ້ຄູສອນ ແລະ ນັກຮຽນພາຍໃນໂຮງຮຽນທຸກຄົນໄດ້ຮັບການປ້ອງກັນພະຍາດໂຄວິດ-19 ດີເທົ່າທີ່ຄວນ.