ລາວສຳເລັດການສ້າງລະບົບຄຸ້ມຄອງພົນລະເມືອງແບບເອເລັກໂຕຣນິກ
ກະຊວງພາຍໃນ ຮ່ວມກັບບໍລະສັດ ສະຕຣາໂທລະຄົມ (ຢູນິເທວ) ຈັດກອງປະຊຸມ ກວດກາໜ້າວຽກຄັ້ງທີ III ສຳເລັດຮ້ອຍສ່ວນຮ້ອຍ (100%) ກ່ຽວກັບການພັດທະນາລະບົບຖານຂໍ້ມູນຄຸ້ມຄອງພົນລະເມືອງເອເລັກໂຕຣນິກ (CMIS) ໂດຍບໍລິສັດ ສະຕາໂທລະຄົມເປັນຜູ້ຮັບເໝົາ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ກະຊວງພາຍໃນ ນະຄອນຫລວງວຽງຈັນ ເພື່ອດຳເນີນການກວດກາໜ້າວຽກ ຮ້ອຍເປີເຊັນ (100%) ພ້ອມມອບຄືນໃຫ້ກະຊວງພາຍໃນເປັນຜູ້ຮັບຜິດຊອບ.
ພິທີດັ່ງກ່າວ, ຕາງໜ້າມອບ-ຮັບ ລະຫວ່າງທ່ານ ລິວ ແມ່ງຮ່າ ຜູ້ອຳນວຍການບໍລິສັດ ສະຕາໂທລະຄົມ ແລະ ທ່ານ ນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ, ໂດຍເຂົ້າຮ່ວມຂອງທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງພາຍໃນໄດ້ມີຄຳເຫັນວ່າ: ວຽກງານຄຸ້ມຄອງພົນລະເມືອງ ແມ່ນວຽກງານຫນຶ່ງທີ່ພັກ ແລະ ລັດຖະບານໄດ້ເອົາໃຈໃສ່ເປັນບັນຫາສໍາຄັນ. ມະຕິກອງປະຊຸມໃຫຍ່ຄັ້ງທີ X ໄດ້ວາງວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມສໍາລັບປີ 2016-2025 ກ່ຽວກັບພົນລະເມືອງໄວ້ວ່າ: ຮອດປີ 2030 “ສິດທິ ຂອງພົນລະເມືອງມີການຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ”, ເພື່ອບັນລຸວິໄສທັດຕາມທີ່ໄດ້ກໍານົດໄວ້ໃນຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025 ທີ່ວ່າ” ຮອດປີ 2030 ພົນລະເມືອງລາວທຸກຄົນຈະໄດ້ຊົມໃຊ້ການບໍລິການຂອງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງຢ່າງທົ່ວເຖິງ ແລະ ມີປະສິດທິພາບ, ຊຶ່ງເປັນການເອື້ອອໍານວຍຄວາມສະດວກໃຫ້ແກ່ການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະເມືອງ.
ສະນັ້ນ, ກອງປະຊຸມກວດກາໜ້າວຽກຄັ້ງທີ III ຮ້ອຍສ່ວນຮ້ອຍ (100%) ກ່ຽວກັບການພັດທະນາລະບົບຖານຂໍ້ມູນຄຸ້ມຄອງ ພົນລະເມືອງເອເລັກໂຕຣນິກນີ້ ນອກຈາກຈະໄດ້ຮັບຟັງການລາຍງານກ່ຽວກັບການພັດທະນາລະບົບ ຈາກຫົວໜ້າກົມຄຸ້ມຄອງພົນລະເມືອງເຈົ້າຂອງໂຄງການ ແລະ ບໍລິສັດສະຕາໂທລະຄົມຜູ້ຮັບເໝົາໂຄງການ ແລ້ວ ຍັງມີພິທີມອບ-ຮັບໂຄງການດັ່ງກ່າວຄືນໃຫ້ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍໂຄງການໃຫ້ທົ່ວປະເທດ ໂດຍຈະມີການປະມູນເປີດກວ້າງໃຫ້ທຸກພາກສ່ວນ ມາປະມູນໃນໄລຍະຕໍ່ໄປ.
ທ່ານ ລິວ ແມ່ງຮ່າ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດຕາມສັນຍາຮັບ ເໝົາໂຄງການສ້າງລະບົບ ຄຸ້ມຄອງພົນລະເມືອງ ບໍລິສັດ ສະຕາໂທລະຄົມ ໄດ້ສຳເລັດການຈັດຕັ້ງປະຕິບັດແຜນວຽກຕາມເນື້ອໃນສັນຍາ ແລະ ຂອບເຂດໜ້າວຽກ ຄັ້ງທີໜຶ່ງ 30%, ຄັ້ງທີສອງ 70% ແລະ ຄັ້ງທີ III ຮ້ອຍສ່ວນຮ້ອຍ (100%) ໂດຍສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ກຳນົດໄວ້ໃນສັນຍາໃຫ້ສຳເລັດຄົບຖ້ວນສົມບູນ. ມາຮອດປັດຈຸບັນ ສາມາດຢັ້ງຢືນໄດ້ວ່າ ໂຄງການດັ່ງກ່າວ ໄດ້ສຳເລັດ ຮ້ອຍສ່ວນຮ້ອຍ (100%) ແລ້ວ ເຊິ່ງເປັນລະບົບໜຶ່ງທີ່ທັນສະໄໝ.
ເຊິ່ງໂຄງການສ້າງຖານຂໍ້ມູນຄຸ້ມຄອງພົນລະເມືອງ ໄດ້ຕິດຕັ້ງລະບົບຄຸ້ມຄອງພົນລະເມືອງຢູ່ກະ ຊວງພາຍໃນ, ພະແນກພາຍໃນແຂວງ 3 ແຂວງ (ແຂວງຈຳປາສັກ, ຫຼວງພະບາງ ແລະ ນະຄອນຫຼວງ ວຽງຈັນ) ແລະ ຫ້ອງການພາຍໃນເມືອງ 31 ເມືອງ ໂດຍການສະໜອງພື້ນຖານໂຄງລ່າງລະບົບເຄືອຂ່າຍ ເຊື່ອມໂຍງຂໍ້ມູນ, ຕິດຕັ້ງອຸປະກອນຮາດແວ ແລະ ອື່ນໆ.