ໄຟຟ້າລາວ ປະຕິຮູບແບບແຜນການດຳເນີນທຸລະກິດໃຫ້ເຫມາະສົມກັບສະພາບແວດລ້ອມໃນການດຳເນີນທຸລະກິດ

ໃນວັັນທີ 16 ມິຖຸນາ ນີ້, ຢູ່ ສຳນັກງານລັດວິສາຫະກິດໄຟຟ້າລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວຄົນໃໝ່ ໄດ້ກ່າວໃນໂອກາດພິທີມອບ-ຮັບ ໜ້າທີ່ວ່າ: ການມາຮັບໜ້າທີ່ໃໝ່ຂອງຂ້າພະເຈົ້າ ມີເປົ້າໝາຍເພື່ອຈະຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີ ແລະໝາກຜົນຂອງຜົນສຳເລັດທີ່ຜ່ານມາ, ພ້ອມໆກັບການແກ້ໄຂບັນຫາທີ່ເກີດຂຶ້ນແລ້ວ, ຈະໄດ້ປັບປຸງໃຫ້ສອດຄ່ອງ ແລະ ທັນກັບການປ່ຽນແປງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນຍຸກສະໃໝແຫ່ງການເຊື່ອມໂຍງ ແລະ ການຮັບໃຊ້ ຫລື ບໍລິການສັງຄົມຢ່າງພາວະວິໃສເພື່ອເຮັດໃຫ້ ໄຟຟ້າລາວ ມີບາດກ້າວທີ່ດີຂຶ້ນໄປຄື: ພາຍໃນປີ 2020-2023 ການດຳເນີນທຸລະກິດຫລັກ (ການຊື້ຂາຍໄຟຟ້າ) ໃຫ້ມີຜົນກຳໄລ, ດ້ວຍການປະຕິຮູບແບບແຜນການດຳເນີນທຸລະກິດ ໃຫ້ເຫມາະສົມກັບສະພາບແວດລ້ອມໃນການດຳເນີນທຸລະກິດປ່ຽນໄປນຳທຸກມື້, ທົບທວນຄືນລະບຽບການພາຍໃນຂອງ ຟຟລ ເພື່ອສ້າງຕື່ມ ຫລື ປັບປຸງໃຫ້ເຂົ້າກັບສະພາບການ, ປະຕິຮູບການບໍລິຫານໃຫ້ມີລະບົບເປັນລະດັບຂັ້ນ, ໂດຍເນັ້ນໃຫ້ພະນັກງານແຕ່ລະຂັ້ນ ມີຄວາມຮັບຜິດຊອບໃນວຽກທີ່ໄດ້ມອບໝາຍ, ເພີ່ມພູນ ແລະ ປັບປຸງຊ່ອງທາງໃຫ້ບໍລິການ, ໃຫ້ຂໍ້ມູນແກ່ສັງຄົມ ແລະ ການປະຊາສຳພັນໃຫ້ດີຂື້ນ, ແກ້ໄຂສະພາບໜີ້ສິນ(ບໍ່ໝາຍວ່າຈະສາມາດໃຊ້ໜີ້ຈົນໝົດໄດ້ ແຕ່ເປັນການປັບໃຫ້ ຟຟລ ມີຂີດຄວາມສາມາດໃນການໃຊ້ໜີແກ່ທະນາຄານ, ໜີ້ຄ່າກະແສໄຟ ທີ່ຊື້ຈາກ IPP, ໜີ້ຕາມສັນຍາທີ່ ຟຟລ ວ່າຈ້າງ), ຈັດສັນແຫລ່ງຜະລິດໃຫ້ໄດ້ຕາມ PPA ທີ່ເຊັນກັບຕ່າງປະ ເທດໄປແລ້ວ ໂດຍສະເພາະກັບ ກຳປູເຈຍ, ການຫລຸດລາຍຈ່າຍຢ່າງຈິງຈັງ, ໃຫ້ມີຄວາມສະສົມດູນກັນລະຫວ່າງລາຍຮັບ ກັບ ຂະໜາດອົງກອນ (ກໍຄືຈຳນວນພົນ) ໝາຍວ່າທຸກຄົນຕ້ອງໄດ້ມີສ່ວນສ້າງລາຍຮັບໃຫ້ອົງກອນຢ່າງເຫມາະສົມເພື່ອຫລີກລ່ຽງການປົດພະນັກງານ, ຫາຊ່ອງທາງໃຫ້ຄວາມສົມດຸນຂອງຕົ້ນທຶນລາຄາໄຟຟ້າທີ່ຊື້ຈາກ IPP/SPP ກັບ ລາຄາຂາຍ, ເຊິ່ງອາດ ຕ້ອງໄດ້ຂໍໃຫ້ທາງມະຫາພາກໃນການຊຸກຍູ້ ແລະ ສະໜັບສະໜູນແນວຄວາມຄິດ ໃນການແກ້ໄຂ, ສຶກສາຄືນຂີດຄວາມສາມາດໃນການຜະລິດ ແລະ ການສົ່ງຂອງທັງໝົດລະບົບໄຟຟ້າ ແລະ ແກ້ໄຂ ຫລື ເພີ່ມເຕີມຈຸດທີ່ຂາດ-ເຫລືອ ເພື່ອໃຫ້ລະບົບໄຟຟ້າມີຄວາມສະຖຽນລະພາບ ແລະ ໄຟມີຄຸນນະພາບຢ່າງ ຮອບດ້ານ. ທັງໝົດແມ່ນນະໂຍບາຍເບື້ອງຕົ້ນ ຫລື ເອີ້ນວ່າ: ແມ່ນຄວາມປາດຖະໜາຂອງຂ້າພະເຈົ້າ ທີ່ຈະປະກອບສ່ວນໃນການປະຕິຮູບໄຟຟ້າລາວ.
ທ່ານ ຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ພະນັກງານກຳມະກອນ ໃນບໍລິສັດ ໄຟຟ້າລາວ ແຫ່ງນີ້, ເຊິ່ງຖ້າເບິ່ງແລ້ວກໍເປັນເຫມືອນບໍລິສັດຂອງຕົນເອງ. ເຊື່ອໝັ້ນວ່າທຸກທ່ານ ໂດຍສະເພາະພະນັກງານກຳມະກອນໄຟຟ້າພວກເຮົາ ມີຄວາມປາດຖະໜາຈະເຫັນບໍລິສັດນີ້ ມີຊື່ສຽງທີ່ໃນທາງທີ່ດີ ເມື່ອໃສ່ເສື້ອສີຟ້າອອກໄປໃສ ກໍໃຫ້ປະຊາຊົນຍີ້ມໃສ່ດ້ວຍຄວາມຊື່ນຊົມ(ແຕ່ບໍ່ໝາຍຄວາມວ່າ ພວກເຮົາຈະເຮັດແຕ່ນະໂຍບາຍປະຊານິຍົມ ຫາກແຕ່ຕ້ອງໄດ້ເຮັດໃຫ້ບັນລຸ 2 ໜ້າທີ່ຫລັກຄື: ລາຄາໄຟສົມເຫດສົມຜົນກັບລາຍຮັບ-ລາຍຈ່າຍຂອງປະຊາຊົນ ແລະ ກອບກູ້ຖານະການເງີນຂອງ ຟຟລ ເຊິ່ງໝາຍວ່າພວກເຮົາທຸກຄົນຕ້ອງໄດ້ເປັນເຈົ້າການຊ່ວຍກັນໃນບັນດາມາດຕະການທີ່ສະເຫນີມາຂ້າງເທີງ ບໍ່ໝາຍວ່າຢາກໄດ້ກຳໄລແລ້ວຈະມາຂື້ນລາຄາ