ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ

ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ - 57 3 - ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ
ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ - kitchen vibe - ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ

ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈໂຄງການເຊື່ອມສານວຽກງານໂພຊະນາການ, ນ້ຳ ແລະ ສຸຂານາໄມ ໄລຍະ 2 ລະຫ່ວາງປີ 2020-2021 ໄດ້ມີຂຶ້ນໃນວັນທີ 12 ມິຖຸນາຜ່ານມານີ້ທີ່ນະຄອນຫລວງວຽງຈັນ, ໂດຍທ່ານ ເເພັດທຣິກ ບາວເວີ ຮອງຫົວໜ້າອົງການພັດທະນາສາກົນສະຫະລັດອາເມລິກາ ເເລະ ບັນດາຜູ້ຕາງໜ້າກິດຕິມະສັກຈາກພາກສ່ວນຕ່າງໆຂອງລັດຖະບານລາວເຂົ້າຮ່ວມເປັນສັກຂີພິຍານການລົງນາມໃນບົດບັນທຶກດັ່ງກ່າວ.

ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະລັດອາເມລິກາ ຜ່ານອົງການ (USAID) ເພື່ອສືບຕໍ່ໃຫ້ການຊ່ວຍເຫລືອບັນຫາການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ. ໂຄງການເຊື່ອມສານວຽກງານໂພຊະນາການ, ນ້ຳ ແລະ ສຸຂານາໄມ, ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຕາມຈຸດປະສົງ ແລະ ກິດຈະກຳທີ່ໄດ້ດຳເນີນມາຕັ້ງແຕ່ປີ 2017, ເຊິ່ງລວມມີ 2 ອົງປະກອບທີ່ສໍາຄັນຄື:

ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ - Visit Laos Visit SALANA BOUTIQUE HOTEL - ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ
ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ - Visit Laos Visit SALANA BOUTIQUE HOTEL - ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ

(1) ສືບຕໍ່ປັບປຸງດ້ານວິທີການໃຫ້ອາຫານເດັກອ່ອນແລະເດັກນ້ອຍທີ່ຖືກຕ້ອງຕາມຫລັກໂພຊະນາການ, ນໍ້າແລະສຸຂານາໄມໂດຍແນໃສ່ເລີ່ມແຕ່ມື້ຖືພາຈົນເດັກນ້ອຍອາຍຸຄົບ 2 ປີ, ເຊິ່ງຖືວ່າເປັນໄລຍະທີ່ສໍາຄັນທີ່ສຸດເພື່ອຮັບປະກັນດ້ານສຸຂະພາບທີ່ດີຂອງເດັກຢ່າງຕໍ່ເນື່ອງ.

(2) ແນໃສ່ປັບປ່ຽນພຶດຕິກຳທາງໂພຊະນາການ ແລະ ສຸຂານາໄມເຊີ່ງລວມມີ ຂະບວນການວຽກງານຊຸມຊົນເປັນເຈົ້າການດ້ານສຸຂານາໄມເພື່ອໃຫ້ຊຸມຊົນສາມາດດໍາເນີນການປະເມີນແລະວິເຄາະສະພາບແວດລ້ອມດ້ານສຸຂາພິບານຂອງເຂົາເຈົ້າເອງ, ຂະບວນດັ່ງກ່າວນີ້ແມ່ນຍັງກ່ຽວຂ້ອງກັບດ້ານໂພຊະນາການທີ່ເປັນຜົນຈາກການຂາດການປະຕິບັດທີ່ຖືກຕ້ອງຕາມຫລັກສຸຂານາໄມລວມທັງພະຍາດຖອກທ້ອງແລະສາຍເຫດອື່ນໆທີ່ຈຳກັດການດູດຊຶມສານອາຫານທີ່ເຮັດໃຫ້ເດັກຂາດສານອາຫານແບບຊ້ຳເຮື້ອ ແລະ ຍັງມີວຽກງານອີກຫຼາຍຢ່າງທີ່ຈໍາເປັນຕ້ອງໄດ້ປະຕິບັດໃນຕໍ່ໜ້າເພື່ອຫຼຸດຜ່ອນບັນຫາຂາດສານອາຫານແບບຊ້ຳເຮື້ອຂອງເດັກ (ລວງສູງບໍ່ໄດ້ມາດຕະຖານ),ໂດຍສະເພາະເເມ່ນຢູ່ເເຂວງສະຫວັນນະເຂດ ເເລະ ຄໍາມ່ວນເຊິ່ງເປັນເເຂວງທີ່ຍັງມີບັນຫາເດັກນ້ອຍຂາດສານອາຫານສູງ.
ທ່ານ ບາວເວີ ໄດ້ມີຄໍາວ່າ: “ອົງການພັດທະນາສາກົນອາເມລິກາ (USAID) ໄດ້ຮັບຮູ້ເຖິງຄວາມສໍາຄັນກ່ຽວກັບບັນຫາໂພຊະນາການຢູ່ໃນ ສປປລາວ, ດັ່ງນັ້ນ, ຈຶ່ງສຶບຕໍ່ໃຫ້ການສະໜັບສະໜູນລັດຖະບານລາວເພື່ອຫຼຸດຜ່ອນບັນຫາດັ່ງກ່າວ ແລະ ຍັງເປັນນິມິດໝາຍທີ່ດີ ແຫ່ງການ ພົວພັນຮ່ວມມືທີ່ເເໜ້ນເເຟ້ນຂອງ ສະຫະລັດອາເມລິກາ ເເລະ ສປປ ລາວ ເພື່ອປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວດີຂຶ້ນ”.

ນອກຈາກການສົ່ງເສີມສຸຂະພາບ ແລະ ໂພຊະນາການແລ້ວສະຫະລັດອາເມລິກາຍັງໄດ້ເຮັດວຽກຮ່ວມກັບລັດຖະບານ ແລະ ປະຊາຊົນລາວເພື່ອປັບປຸງດ້ານການສຶກສາ, ການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທືນ, ພ້ອມທັງສ້າງຄວາມເຂັ້ມແຂງດ້ານລະບຽບກົດໝາຍອີກດ້ວຍ.

ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ - 5 - ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ
ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ - 4 - ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ
ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ - 3 - ສະຫະລັດອາເມລິກາສືບຕໍ່ສະໜັບສະໜູນແກ້ໄຂການຂາດສານອາຫານແບບຊຳເຮື້ອຂອງເດັກໃນລາວ
  • 1097 Posts
  • 0 Comments
iLike/LPN/20