ຮັກສາຄວາມດຸ່ນດ່ຽງຂອງທາດການຊຽມດ້ວຍວິຕາມິນເດ


ແຫ່ລງທີ່ມາຂອງທາດການຊຽມແມ່ນຢູ່ໃນນົມ, ຜັກ ແລະ ປາ. ສາເຫດທີ່ຂາດທາດການຊຽມອາດເປັນຍ້ອນເຮົາກິນອາຫານເຫລົ່ານີ້ໜ້ອຍເກີນໄປຈຶ່ງໄດ້ຮັບບໍ່ພຽງພໍ. ນົມຈຳເປັນຢ່າງຍິ່ງຕໍ່ຊີວິດມະນຸດ ເພາະເປັນອາຫານທີ່ມີທາດການຊຽມທີ່ດີທີ່ສຸດ ແລະ ຍັງມີໂປຣຕິນທີ່ມີຄຸນນະພາບນຳອີກ ຖ້າເຮົາບໍ່ດື່ມນົມແລ້ວເຮົາຈະເອົາທາດການຊຽມມາຈາກໃສ ຖ້າຈະໃຫ້ໄດ້ທາດການຊຽມຈາກຜັກ ແລະ ປາ ເຮົາກໍຕ້ອງກິນເທື່ອລະຫລາຍໆຈຶ່ງຈະພຽງພໍຕໍ່ຄວາມຕ້ອງການທາດການຊຽມຂອງຮ່າງກາຍພາຍໃນແຕ່ລະມື້. ນົມ 1 ກ່ອງ ປະລິມານ 225 – 250 ມິນລີລິດ ມີທາດການຊຽມ ປະມານ 250 – 300 ມິນລີລິດ ແລະ ມີທາດການຊຽມເທົ່າກັບ 1 ໃນ 3 ຂອງຄວາມຕ້ອງການໃນແຕ່ລະມື້, ແຕ່ກົນໄກການດູດຊຶມຂອງຮ່າງກາຍ ຖ້າເຮົາກິນທາດການຊຽມເກີນຄວາມຕ້ອງການໃນແຕ່ລະມື້ ຮ່າງກາຍກໍຈະບໍ່ຮັບ ແລະ ໄລ່ອອກມາເອງໂດຍບໍ່ເກີດປະໂຫຍດ ຫລື ໂທດຫຍັງ ເຮົາຄວນກິນທາດການຊຽມເທື່ອລະໜ້ອຍເປັນໄລຍະໆໃນແຕ່ລະມື້ ຈະເຮັດໃຫ້ຮ່າງກາຍດູດຊຶມໄດ້ດີກ່ວາ. ວິຕາມິນຕ່າງໆທີ່ຢູ່ໃນນົມ ເຊັ່ນ : ວິຕາມິນເດ, ໂປຣຕິນ, ຟົສຟໍ ຈະຊ່ວຍໃຫ້ຮ່າງກາຍດູດຊຶມທາດການຊຽມໄດ້ດີຫລາຍ ແລະ ການອອກກຳລັງກາຍຈະຊ່ວຍໃຫ້ທາດການຊຽມດູດຊຶມເຂົ້າຊີ້ນກະດູກໄດ້ດີຂຶ້ນ.


ທາດການຊຽມມີຄວາມສຳຄັນຕໍ່ໂຄງສ້າງຮ່າງກາຍ ແລະ ທາດການຊຽມບໍ່ໄດ້ມີບົດບາດໃຫ້ພຽງແຕ່ກະດູກ ແລະ ແຂ້ວເທົ່ານັ້ນ, ທາດການຊຽມຍັງມີບົດບາດສຳຄັນເຮັດໃຫ້ກ້າມຊີ້ນແຂງແຮງ ແລະ ເຮັດໃຫ້ກົນໄກເລືອດທີ່ໄຫລອອກມາກ້າມໄດ້ດີຂຶ້ນນຳອີກ. ສະນັ້ນ, ທາດການຊຽມຈຶ່ງມີປະໂຫຍດມະຫາສານ ແລະ ມີຄວາມຈຳເປັນຕໍ່ຮ່າງກາຍຂອງມະນຸດຫລາຍ ໂດຍສະເພາະແມ່ຍິງໃນໄວໝົດປະຈຳເດືອນ ຫລື ໄວທອງ ທີ່ມີອາຍຸຕັ້ງແຕ່ 45 ປີຂຶ້ນໄປ ຈະມີຄວາມຕ້ອງການທາດການຊຽມຫລາຍຂຶ້ນ ເພາະການສ້າງທາດການຊຽມເຂົ້າໄປໃນຊີ້ນກະດູກຂອງຄົນໄວນີ້ຈະສ້າງໜ້ອຍລົງ ແລະ ສິ່ງສຳຄັນທີ່ສຸດຍັງມີການທຳລາຍນຳອີກ. ສະນັ້ນ ພະຍາດກະດູກຜ່ອຍຈຶ່ງເກີດຂຶ້ນກັບແມ່ຍິງໄວນີ້ ສາເຫດຍ້ອນບໍ່ໄດ້ສະສົມທາດການຊຽມໄວ້ຕັ້ງແຕ່ອາຍຸຍັງນ້ອຍ ຈະມາສະສົມຕອນອາຍຸຫລາຍຂຶ້ນບໍ່ໄດ້ແລ້ວ, ແຕ່ເຖິງແນວໃດ ຮ່າງກາຍກໍຍັງຕ້ອງການທາດການຊຽມເພື່ອບໍ່ໃຫ້ທາດການຊຽມສະຫລາຍໂຕໄວຂຶ້ນ ແລະ ຍັງຄວນກິນທາດການຊຽມໃນຮູບແບບນົມ ແລະ ອາຫານໃຫ້ພຽງພໍ ບໍ່ຄວນກິນທາດການຊຽມເສີມໃນຮູບແບບເມັດ ຫລື ວິຕາມິນ ຖ້າຈະກິນຕ້ອງກິນຕາມແພດສັ່ງເທົ່ານັ້ນ. ຍັງມີສານທີ່ໄປຊ່ວຍສະກັດການດູດຊຶມທາດການຊຽມອີກ ຄື ການກິນຊີ້ນສັດຫລາຍເກີນໄປ, ກາເຟ ແລະ ເຄື່ອງດື່ມອານກໍຮໍ ຈະເຮັດໃຫ້ການດູດຊຶມທາດການຊຽມເຂົ້າສູ່ຮ່າງກາຍໄດ້ບໍ່ດີ, ກິນຜັກສົດຫລາຍເກີນໄປຈະມີສານຊະນິດໜຶ່ງທີ່ໄປປ້ອງກັນບໍ່ໃຫ້ທາດການຊຽມດູດຊຶມເຂົ້າສູ່ຮ່າງກາຍເຊັ່ນກັນ ເພາະສະນັ້ນແລ້ວ ເຮົາຄວນກິນອາຫານ, ທາດການຊຽມ ແລະ ວິຕາມິນຕ່າງໆແຕ່ພໍດີພໍງາມ ເທົ່າທີ່ຮ່າງກາຍຕ້ອງການໃນແຕ່ລະມື້ເພື່ອສຸຂະພາບທີ່ດີຕະຫລອດໄປ.