ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ

ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ - 171 - ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ
ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ - kitchen vibe - ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ

ພາຍຫລັງທີ່ມີມາດຕະການຜ່ອນຜັນໃນການຄວບຄຸມໂຄວິດ-19 ໃນຂອບເຂດທົ່ວປະເທດແລ້ວ, ແຂວງຫລວງນໍ້າທາຍັງສືບຕໍ່ປະຕິບັດຕາມແຈ້ງການຂອງລັດຖະບານຢ່າງເຂັ້ມງວດ ໂດຍສືບຕໍ່ປິດຮ້ານບັນເທີງ, ຮ້ານຄາລາໂອເກະ ແລະ ການຊຸມນຸມຕ່າງໆ ເພື່ອບໍ່ໃຫ້ພະຍາດນີ້ລະບາດຢູ່ທ້ອງຖິ່ນຂອງຕົນ.

ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຄວບຄຸມໂຄວິດ-19 ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ພາຍຫລັງທີ່ມີການຜ່ອນຜັນມາດຕະການຂອງລັດຖະບານ, ແຂວງຫລວງນໍ້າທາຍັງສືບຕໍ່ປິດດ່ານລະຫວ່າງປະເທດ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ແລະ ອະນຸຍາດໃຫ້ແຕ່ການເຂົ້າ-ອອກຂອງລົດຂົນສົ່ງສິນຄ້າເທົ່ານັ້ນ, ແຕ່ໄດ້ອະນຸຍາດໃຫ້ເປີດຕະຫລາດກາງຄືນ ໂດຍມີການຄຸ້ມຄອງຈາກຂະແໜງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ອະນຸຍາດໃຫ້ບັນດາໂຄງການທີ່ໄດ້ປິດກິດຈະການ ແລະ ບັນດາໂຮງຮຽນເປີດການຮຽນການສອນເປັນປົກກະຕິ, ສ່ວນແຮງງານເຂົ້າມາເຮັດວຽກຢູ່ພາຍໃນແຂວງ ແມ່ນໄດ້ປະຕິບັດຕາມລະບຽບການ ແລະ ຂັ້ນຕອນຂອງຄະນະສະເພາະກິດສູນກາງ ກໍຄືກະຊວງການຕ່າງປະເທດໄດ້ແນະນໍາຢ່າງເຂັ້ມງວດ.

ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ - Visit Laos Visit SALANA BOUTIQUE HOTEL - ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ
ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ - Visit Laos Visit SALANA BOUTIQUE HOTEL - ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ

ຮອງ​ເຈົ້າ​ແຂວງ ໃຫ້ຮູ້ຕື່ມອີກວ່າ: ເບື້ອງຕົ້ນຄະນະສະເພາະກິດຂອງແຂວງໄດ້ກໍານົດເອົາຫລາຍສະຖານທີ່ເປັນບ່ອນກັກກັນແຮງງານລາວທີ່ກັບມາແຕ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີ່ມາເຮັດວຽກຢູ່ລາວເປັນບ່ອນກັກກັນ 14 ວັນ, ກ່ອນຈະອະນຸຍາດໃຫ້ເຄື່ອນໄຫວວຽກງານປົກກະຕິ ແລະ ຢູ່ພາຍໃຕ້ການກວດກາ ແລະ ຄວບຄຸມຂອງຄະນະສະເພາະກິດ.

ປັດຈຸບັນ ພາຍໃນແຂວງຍັງມີສູນກັກກັນ 1 ແຫ່ງ ເພື່ອກັກກັນແຮງງານຄົນລາວທີ່ເດີນທາງກັບມາແຕ່ຕ່າງປະເທດ ແລະ ກໍານົດເອົາໂຮງແຮມໜຶ່ງແຫ່ງເພື່ອກັກກັນແຮງງານຕ່າງປະເທດທີ່ເດີນທາງເຂົ້າມາລາວ ໂດຍມີຄະນະຮັບຜິດຊອບຕິດຕາມກວດກາແຕ່ລະວັນ ແລະ ສະພາບການດໍາລົງຊີວິດປະຈໍາວັນຂອງປະຊາຊົນບັນດາເຜົ່າພາຍໃນແຂວງເລີ່ມເປັນປົກກະຕິເທື່ອລະກ້າວ.

ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ - 4 - ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ
ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ - 3 - ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ
ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ - 5 - ຫລວງນໍ້າທາສືບຕໍ່ປະຕິບັດຄໍາສັ່ງຂອງລັດຖະບານ ໃນການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ