ເຢຍລະມັນສືບຕໍ່ສະໜັບສະໜູນການຮັກສາສິ່ງແວດລ້ອມ

ພິທີລົງນາມສັນຍາວ່າດ້ວຍການຮ່ວມມືປະຕິບັດໂຄງການປ້ອງກັນການປ່ຽນແປງດິນຟ້າອາກາດ ເພື່ອຫລີກລ່ຽງການທໍາລາຍປ່າໄມ້ (cli PAD) ແລະ ແຜນງານການສ້າງຄວາມເຂັ້ມແຂງໃນວຽກງານຄຸ້ມຄອງປ່າໄມ້ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ໂດຍການປະກອບສ່ວນຊ່ວຍເຫລືອຂອງລັດຖະບານເຢຍລະມັນ ໃນມູນຄ່າ 6,5 ລ້ານເອີໂຣ ແລະ ກອງທຶນດິນຟ້າອາກາດສີຂຽວ (GCF) ມີມູນຄ່າ 16 ລ້ານກວ່າເອີໂຣ ເພື່ອແນໃສ່ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວຢູ່ ສປປ ລາວ ໄດ້ມີຂຶ້ນໃນວັນທີ 17 ມິຖຸນານີ້ ຢູ່ນະຄອນຫລວງວຽງຈັນ, ລະຫວ່າງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ເຢັນ ລູກເກີນແຮມ ເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈໍາລາວ.
ທ່ານຮອງລັດຖະມົນຕີມີ ຄໍາເຫັນໃນພິທີວ່າ: ໂຄງການນີ້ສະແດງເຖິງຄວາມມຸ່ງໝັ້ນຂອງການຮ່ວມມືລະຫວ່າງລາວ ແລະ ເຢຍລະມັນ ທີ່ລິເລີ່ມມາແຕ່ປີ 2009 ເປັນຕົ້ນມາ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍແຫ່ງການພັດທະນາແບບຍືນຍົງ ໂດຍສະເພາະເປົ້າໝາຍທີ່ກ່ຽວຂ້ອງກັບການຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວຈາກການນຳໃຊ້ທີ່ດິນ ແລະ ປ່າໄມ້ ໃນລະດັບ 5,6 ລ້ານໂຕນ ຜ່ານການຈັດຕັ້ງປະຕິບັດໃນ 4 ປີຜ່ານມາ (2020-2024) ເຊິ່ງຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈໍານວນ 355 ພັນກວ່າຄົນໃນ 3 ແຂວງພາກເໜືອຂອງລາວຄື: ໄຊຍະບູລີ, ຫລວງພະບາງ ແລະ ຫົວພັນ ດ້ວຍການສົ່ງເສີມການຄຸ້ມຄອງປ່າໄມ້, ພູມີທັດ ແລະ ຊັບພະຍາກອນກະສິກຳແບບຍືນຍົງ ທີ່ໄດ້ປະຕິບັດຮ່ວມກັບອົງການ ຈີໄອແຊັດ (GTZ) ໃນນາມຕາງໜ້າໃຫ້ລັດຖະບານເຢຍລະມັນ.
ທ່ານເອກອັກຄະລັດຖະທູດ ກ່າວວ່າ: “ພວກເຮົາຂໍສະແດງຄວາມຊົມເຊີຍຕໍ່ລັດຖະບານລາວທີ່ໄດ້ສ້າງຄວາມຄືບໜ້າຫລາຍຢ່າງ ເພື່ອກ້າວໄປຫາເປົ້າໝາຍຍືນຍົງ ດ້ວຍການເອົາໃຈໃສ່ປົກປັກຮັກສາດິນຟ້າອາກາດຜ່ານວຽກງານຄຸ້ມຄອງປ່າໄມ້ ແລະ ກະສິກຳແບບຍືນຍົງທີ່ເຢຍລະມັນໃຫ້ການສະໜັບສະໜູນ ຊຶ່ງໂຄງການຈະສືບຕໍ່ເສີມສ້າງຄວາມອາດສາມາດຂອງລັດຖະບານ ແລະ ຊຸມຊົນທີ່ອາໄສປ່າໄມ້ໃນ 3 ແຂວງ ເພື່ອຄຸ້ມຄອງປ່າໄມ້ໃນປະເທດໃຫ້ປົກຄຸມເພີ່ມຂຶ້ນ ແລະ ມີຄວາມຍືນຍົງຫລາຍຂຶ້ນ.