ຈະໄຂກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຂຶ້ນຢ່າງເປັນທາງການໃນວັນທີ 24 ມິຖຸນານີ້
ໃນວັນທີ 17 ມິຖຸນານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ອອກມາຖະແຫລ່ງຕໍ່ສື່ມວນຊົນວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 24 ມິຖຸນານີ້ ແລະ ຈະດໍາເນີນໄປເຖິງ ວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ຊຶ່ງຈະໃຊ້ເວລາດໍາເນີນ ກອງປະຊຸມທັງໝົດ 7 ວັນ.
ກອງປະຊຸມດັ່ງກ່າວ, ຈະໄດ້ຮັບຟັງ ການລາຍງານ, ພິຈາລະນາ ແລະຕົກລົງບັນຫາສຳຄັນຕ່າງໆຄື: ພາກລາຍງານຂອງລັດຖະບານ: ແມ່ນຈະໄດ້ຮັບຟັງບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ, ແຜນເງິນຕາ 5 ເດືອນຕົ້ນປີ, ຄາດຄະເນ 6 ເດືອນຕົ້ນປີ 2020 ແລະ ທິດທາງວຽກງານຈຸດ ສຸມ 6 ເດືອນທ້າຍປີ 2020, ການຊີ້ແຈງຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ ຕໍ່ຄໍາຊັກຖາມຂອງກອງປະຊຸມສະພາ ແຫ່ງຊາດຈໍານວນໜຶ່ງ.ພາກລາຍງານຂອງສະພາແຫ່ງຊາດ: ທີ່ປະຊຸມຈະໄດ້ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງ ບຸກຄະລາກອນພາຍໃນສະພາແຫ່ງຊາດ, ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2020 ຂອງຄະນະປະຈໍາສະພາແຫ່ງຊາດ, ບົດລາຍງານ ຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງການສໍາຫຼວດ ແລະການຂຸດຄົ້ນແຮ່ທາດ, ຫີນແຮ່ ແລະ ຫີນຜາ.
ພ້ອມນີ້, ກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍ ຈໍານວນ 5 ສະບັບຄື: ຮ່າງກົດໝາຍວ່າດ້ວຍສະພາແຫ່ງຊາດ, ຮ່າງກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ, ຮ່າງກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນ ແຂວງ, ຮ່າງກົດໝາຍວ່າດ້ວຍ ພາສີ, ຮ່າງກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ການປົກປັກຮັກສາ ສິ່ງແວດລ້ອມ ແລະ ກົດໝາຍວ່າດ້ວຍ ນໍ້າ ແລະ ຊັບພະຍາກອນນໍ້າ. ເຊິ່ງໃນຕົວຈິງຂອງກອງປະຊຸມບັນດາສະມາຊິກສະພາແຫ່ງຊາດທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນຈະສະເໜີບັນຫາໃດໃຫ້ລັດຖະບານຊີ້ແຈງ ແລະ ຍັງມີບັນຫາໃດທີ່ທ່ານຍັງຄ້າງຄາໃຈຢາກຮູ້ຄຳຕອບຈາກລັດຖະບານກໍ່ຢ່າລືມຕິດຕາມການດຳເນີນກອງປະຊຸມຄັ້ງສຳຄັນນີ້ຢ່າງໃກ້ຊິດ.
ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ສະພາແຫ່ງຊາດໃນຄັ້ງນີ້ ໄດ້ຕາມວິທີລຸ່ມນີ້: ໂທລະສັບບໍ່ເສຍຄ່າ ໝາຍເລກ: 156, ໂທລະສານ ໝາຍເລກ: 021 413528, ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662, ສົ່ງອີເມວ: [email protected]