2 ແອບທີ່ມີ ຍອດດາວໂຫລດສູງສຸດໃນປີ 2020
ຖ້າປ່ຽບທຽບແອັບພລິເຄຊັນຢູ່ໃນໂທລະສັບຖືເປັນການແຂ່ງລົດ ປີກ່ອນເຮົາຈະເຫັນ WhatsApp ຂຶ້ນນຳຕະຫລອດ ມີ TikTok ໄດ້ອັນດັບຕາມມາເລື້ອຍໆ ຈົນໄດ້ແຊງເປັນອັນດັບ 1 ໄດ້ອີກ.
ປັດຈຸບັນ TikTok ກ້າວຂຶ້ນມາເປັນອັນດັບ 1 ຂອງແທ້ ໂດຍ Zoom ບໍ່ຮູ້ວ່າໂດດເດັ່ນມາແຕ່ໃສ? TikTok ຖືກຈັດໃຫ້ເປັນແອັບພລິເຄຊັນ ຢູ່ໝວດຂອງໂຊຊຽວມີເດຍ ທີ່ໃຊ້ວິທີການສື່ສານກັນໂດຍການເຮັດວີດີໂອສັ້ນອອກມາໃຫ້ຜູ້ຄົນຮັບຊົມເນັ້ນຄວາມສັ້ນ ແລະ ສັດເຈນ ພ້ອມກັບມີເມນູຫລິ້ນທີ່ຫລາກຫລາຍ.
ສຳລັບຄົນສ່ວນຫລາຍແມ່ນປະເທດລາວເຮົາອາດຈະຄິດວ່າ: TikTok ເປັນແອບທີ່ທີ່ມີແຮງໄລຍະນີ້, ເນື່ອງຈາກສະຖານະການແຜ່ລະບາດຂອງເຊື້ອໂຄວິດ-19 ແຕ່ຖ້າເບິ່ງຈາກສະຖິຕິທົ່ວໂລກແລ້ວ ຈະເຫັນໄດ້ຊັດເຈນວ່າ ແອັບວິດີໂອສັ້ນໂຕນີ້ຄ່ອຍໆ ໃຫຍ່ຂຶ້ນເລື້ອຍໆ ຈົນມາຮອດປີ 2020 ພໍດີການທີ່ມາຮອດຈຸດສູງສຸດໃນຕອນທີ່ທຸກຄົນຕ້ອງຢູ່ແຕ່ເຮືອນກາຍເປັນເລື່ອງ “ບາງເອີນ” ຫລາຍຂຶ້ນ.
ແຕ່ສຳລັບ Zoom ແລ້ວ ຖືວ່າໄດ້ຜົນປະໂຫຍກຈາກການລ໊ອກດາວ, ຈາກແອັບ ທີ່ບໍ່ຮູ້ຈັກຂຶ້ນມາຕິດອັນດັບເລີຍ ພໍຮອດເດືອນມີນາພັດຮຸ້ງຂຶ້ນມາເປັນທີ 3 ກ່ອນຈະໄປຮອດອັນທີ 1 ໃນເດືອນເມສາ ໂດຍເມື່ອນັບເດືອນພະຈິກ ເຮັດໃຫ້ຍອດການເຕີບໃຫຍ່ຕອນນີ້ສູງຂຶ້ນຈາກປີກ່ອນເຖິງ 43 ເທົ່າ.
ຜົນຈາກນະໂຍບາຍເຮັດວຽກຢູ່ເຮືອນ (Work from Home) ຂອງຫລາຍບໍລິສັດ ເຮັດໃຫ້ພະນັກງານຕ້ອງປ່ຽນການປະຊຸມຈາກຢູ່ຫ້ອງການມາເປັນການປະຊຸມອອນໄລແທນ ເຊິ່ງແອບໂຕນີ້ແມ່ນຢູ່ໝວດທຸລະກິດ ກໍມີຫລາຍໜ້າທີຕອບໂຈດ, ຍັງເປີດໃຫ້ປະຊຸມໄດ້ຟຣີໃນໄລຍະ 40 ນາທີທຳອິດອີກ.