ອິນໂດເນເຊຍທັງຕິດ ແລະ ຕາຍຈາກໂຄວິດ ຫລາຍສຸດໃນອາຊຽນ
ຈຳນວນຜູ້ຕິດເຊື້ອໂຄວິດຢູ່ອິນໂດເນເຊຍ ແຊງໜ້າສິງກະໂປ ຫລາຍສຸດໃນອາຊຽນແລ້ວ.
ສະຖານະການໄວຣັສໂຄຣນາ 2019 ຫລື ໂຄວິດ-19 ໃນອິນໂດເນເຊຍຍັງໜ້າເປັນຫ່ວງ ໂດຍໃນວັນທີ 17 ມິຖຸນາ ໜ່ວຍງານດ້ານສາທາລະນະສຸກອິນໂດເນເຊຍລາຍງານຕົວເລກຕິດເຊື້ອໃໝ່ຮອບ 24 ຊົ່ວໂມງເພີ່ມຂຶ້ນ 1.031 ຄົນ ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອສະສົມທົ່ວປະເທດມີ 41.431 ຄົນ ແຊງໜ້າສິງກະໂປ ເຊິ່ງມີຕົວເລກຕິດເຊື້ອສະສົມ 41.216 ຄົນ ກາຍເປັນປະເທດທີ່ມີຈຳນວນຜູ້ຕິດເຊື້ອຫລາຍສຸດໃນອາຊຽນ, ສ່ວນຈຳນວນຜູ້ເສຍຊີວິດສະສົມຂອງອິນໂດເນເຊຍມີ 2.276 ຄົນ ເຊິ່ງສູງທີ່ສຸດໃນກຸ່ມອາຊີຕາເວັນອອກສຽງໃຕ້ເຊັ່ນກັນ.
ໃນໄລຍະບໍ່ເທົ່າໃດອາທິດຜ່ານມາ, ອິນໂດເນເຊຍພົບລາຍງານການຕິດເຊື້ອເພີ່ມຂຶ້ນຢ່າງວ່ອງໄວ ໂດຍສະເພາະໃນພື້ນທີ່ນະຄອນຫລວງຈາກາຕາ ເຊິ່ງມີອັດຕາປະຊາກອນໜາແໜ້ນ ຈາກທີ່ທາງການເລີ່ມຫລຸດຜ່ອນມາດຕະການຄວບຄຸມພະຍາດຢູ່ນະຄອນຫລວງຈາກາຕາ ແລະ ເມືອງອື່ນໆ ເພື່ອຊ່ວຍຟື້ນຟູເສດຖະກິດ.
ເຖິງຢ່າງໃດກໍດີ, ອິນໂດເນເຊຍຍັງຫ່າງໄກຈາກການຄວບຄຸມພະຍາດໄດ້ ເນື່ອງຈາກຄາດວ່າຍັງພົບຜູ້ຕິດເຊື້ອກະຈາຍຢູ່ຕາມເກາະພື້ນທີ່ຫ່າງໄກທົ່ວປະເທດ, ເຖິງວ່າທາງການຈະຕັ້ງເປົ້າຈະເພີ່ມການທົດສອບເຊື້ອແຕ່ລະວັນເປັນສອງເທົ່າໃຫ້ໄດ້ເຖິງ 20.000 ຄົນຕໍ່ວັນ ຈົນກວ່າຈະມີວັກແຊງພ້ອມໃຊ້ສຳລັບທຸກຄົນ.