ຊຽງຂວາງ ຈັດພິທີ ປະດັບຫລຽນນາມມະຍົດ ນັກຮົບແຂ່ງຂັນແຫ່ງຊາດ
ແຫລ່ງຂ່າວຈາກແຂວງຊຽງຂວາງ ແຈ້ງໃຫ້ຮູ້ວ່າ: ວັນທີ 18 ມິຖຸນາ 2020 ແຂວງຊຽງຂວາງ ຈັດພິທີປະດັບ-ມອບຫລຽນນາມມະຍົດນັກຮົບແຂ່ງຂັນແຫ່ງຊາດ 2 ທ່ານຄື: ທ່ານ ນາງ ຫລ້າບຸນມີ ໄຊປະເສີດ ພະນັກງານບຳນານ ອະດີດໜ່ວຍກອງຫລອນ 12,8 ມມ, ທ່ານ ນາງ ຄຳອອນ ພິມມະສອນ ອະດີດໜ່ວຍກອງຫລອນ 12,8 ມມ ທີ່ມີຄຸນງາມຄວາມດີ ແລະ ຜົນງານຢ່າງໃຫຍ່ຫລວງໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ໄດ້ອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເຄື່ອນໄຫວສູ້ຮົບດ້ວຍນ້ຳໃຈພິລະອາດຫານ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍຢ່າງສະຫງ່າງາມ ເຊິ່ງຜົນງານດັງກ່າວເປັນການປະກອບສ່ວນອັນສຳຄັນຍິ່ງເຂົ້າໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ທ່ານ ບຸນຈັນ ສີວົງພັນ ຮອງເຈົ້າແຂວງຊຽງຂວາງ ໄດ້ກ່າວໃນໂອກາດປະດັບ-ມອບຫລຽນນາມມະຍົດນັກຮົບແຂ່ງຂັນແຫ່ງຊາດຄັ້ງນີ້ວ່າ: ທັງສອງທ່ານທີ່ໄດ້ຮັບຫລຽນນາມມະຍົດນັກຮົບແຂ່ງຂັນແຫ່ງຊາດເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຮຸ້ນຫລັງໃນການກຳແໜ້ນແນວທາງກ້າວສູ້ສັງຄົມນິຍົມ, ກ້າເສຍສະຫລະຊີວິດ ແລະ ສິດຜົນປະໂຫຍດຂອງຕົນເພື່ອປະເທດຊາດ ພວກເຮົາຕ້ອງຮ່ຳຮຽນເອົາເປັນແບບຢ່າງ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານຮຸ້ນສືບທອດພວກເຮົາເອົາໃຈໃສ່ວຽກງານການເມືອງແນວຄິດ, ກຳແໜ້ນແນວທາງນະໂຍບາຍ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນທົ່ວປວງຊົນຮອບດ້ານ, ສ້າງໃຫ້ມີຄຸນທາດການເມືອງໜັກແໜ້ນວິຊາສະເພາະເດັ່ນ, ເອົາໃຈໃສ່ວຽກງານເສດຖະກິດກ້າວສູ່ໄລຍະໃໝ່, ຊຸກຍູ້ການຜະລິດຊອງປະຊາຊົນໃຫ້ກາຍເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກ, ກໍ່ສ້າງພັກ-ພະນັກງານຕ້ອງກຳນົດ, ປັບປຸງໂດຍເນັ້ນຄຸນນະພາບ, ສ້າງບ້ານວັດທະນາທຳ, ບ້ານພັດທະນາ ແລະ ຂະບວນການຕ່າງໆໃຫ້ພົ້ນເດັ່ນ ເພື່ອຮັບຕ້ອນກອງປະຊຸມໃຫຍ່ຂອງແຂວງທີ່ຈະຈັດຂຶ້ນໃນຕໍ່ໜ້າ.