ຜູ້ເສຍຊີວິດຍ້ອນໂຄວິດ-19 ຢູ່ສະຫະລັດລື່ນກາຍຈຳນວນທະຫານສະຫະລັດທີ່ເສຍຊີວິດໃນສົງຄາມໂລກຄັ້ງທີ I
ສະຫະລັດອາເມລິກາຍັງນຳໜ້າໂລກຂອງຜູ້ຕິດເຊື້ອ ແລະ ເສຍຊີວິດຈາກພະຍາດໂຄວິດ-19. ຂໍ້ມູນຈາກມະຫາວິທະຍາໄລ Johns Hopskin ໃຫ້ຮູ້ວ່າ: ຈຳນວນຄົນທີ່ເສຍຊີວິດຈາກໂຄວິດ-19 ຂອງສະຫະລັດອາເມລິກາຫຼາຍກວ່າ 116.700 ຄົນ ຊຶ່ງລື່ນກາຍຈຳນວນທະຫານຂອງສະຫະລັດອາເມລິກາທີ່ເສຍຊີວິດໃນສົງຄາມໂລກຄັ້ງທີ I. ປັດຈຸບັນສະຫະລັດມີຜູ້ຕິດເຊື້ອສະສົມຫຼາຍກວ່າ 2 ລ້ານຄົນ, ເປັນຕົວເລກສູງກ່ວາໝູ່ໃນໂລກ.
ເຖິງແມ່ນວ່າ ລັດຖະບານໄດ້ປະກາດປົດລ໊ອກມາດຕະການຫ້າມແລ້ວກໍຕາມ ເພື່ອຟື້ນຟູເສດຖະກິດຂອງປະເທດ ແຕ່ຍັງມີ 18 ລັດໃນສະຫະລັດມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ, ສ່ວນໜຶ່ງແມ່ນຍ້ອນປະຊາຊົນຕໍ່ສົນໃຈຕໍ່ກັບມາດຕະການຮັກສາໄລຍະຫ່າງ.
ເຈົ້າໜ້າທີ່ການແພດ ໄດ້ຮຽກຮ້ອງໃຫ້ປະຊາຊົນສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນການແຜ່ເຊື້ອ ນັບທັງການໃສ່ຜ້າອັດປາກ-ດັງ ແລະ ຮັກສາໄລຍະຫ່າງ ເພື່ອແນໃສ່ສະກັດກັ້ນການແຜ່ເຊື້ອໄວຣັດ. ໃນສະພາບການທີ່ທຸກໆ ລັດໃນສະຫະລັດກຳລັງເປີດປະຕູເປັນໄລຍະໆໃນປັດຈຸບັນ, ຄະນະສະເພາະກິດເຝົ້າລະວັງພະຍາດໂຄວິດ-19 ຂອງທຳນຽບຂາວ ພະຍາກອນວ່າ: ຕົວເລກຜູ້ເສຍຊີວິດຢູ່ໃນສະຫະລັດອາເມລິກາອາດຈະຂຶ້ນເຖິງ 200.000 ຄົນໃນເດືອນຕຸລາທີ່ຈະມາເຖິງ.ຂ່າວ: ລູກເມືອງພວນ (ແຫຼ່ງຂ່າວvov.vn)