ວິທີປູກກະລ່ຳແບບງ່າຍໆ
January 30, 2021 - 12:45 PM


ກະລ່ຳປີ ເປັນຜັກສວນຄົວອີກຊະນິດໜຶ່ງ ທີ່ມີຊັບພະຄຸນຊ່ວຍເສີມສ້າງ ພູມຄຸ້ມກັນຂອງຮ່າງກາຍ, ບຳລຸງຜິວ ແລະ ຊ່ວຍຫລຸດຜ່ອນຄວາມຄາຍຄຽດດັ່ງນັ້ນຈິ່ງເປັນຜົນດີໃຫ້ແກ່ກການປູກກະລ່ຳປີເພື່ອການບໍລິໂພກດ້ວຍວິທີແບບງ່າຍໆຄື:


* ການກຽມດິນ:
- ຕ້ອງນຳເອົາດິນໄປຕາກແດດກ່ອນປະມານ 5-7 ມື້ ຫລັງຈາກນັ້ນກໍເອົາໄປປະສົມກັບປຸ໋ຍຄອກຫລືປຸ໋ຍໝັກ.
- ຂຸດຂຸມເພື່ອກຽມການປູກ ແລ້ວນຳເມັດທີ່ເຮົາກຽມໄວ້ໃສ່ລົງໄປ.
- ພໍຮອດ 4-6 ອາທິດ ເມື່ອຕົ້ນກະລໍ່າປີທີ່ເລີ່ມເປັນເບ້ຍນ້ອຍແລ້ວເຮົາຈະນຳຕົ້ນກະລ່ຳ ນັ້ນຍ້າຍໄປໃສ່ຖົງ.
- ຫລັງຈາກນັ້ນກໍຈະເລັ່ງການບົວລະບັດຫຫົດນຳ້ໃຫ້ພຽງພໍ,ຖ້າເວລາເກັບ ກ່ຽວຕົ້ນກະລ່ຳ, ຊຶ່ງຂຶ້ນຢູ່ກັບສາຍພັນຂອງມັນ, ຖ້າສາຍພັນເບົາກໍປະມານ 50-60 ມື້, ແຕ່ເປັນສາຍພັນໜັກກໍຈະແກ່ຍາວເຖິງ 90-120 ມື້.
* ການເບິ່ງແຍດູແລ
ຫົດນ້ຳມື້ລະ 1-2 ຄັ້ງ ຢ່າງສະໝ່ຳສະເໝີ ແຕ່ຕ້ອງລະມັດລະວັງ ຢ່າໃຫ້ດິນປ່ຽກຈົນເກີນໄປ ເພາະອາດຈະເຮັດໃຫ້ຮາກເນົ່າໄດ້ ແລະ ໝັ້ນໃສ່ປຸ໋ຍເປັນໄລຍະໆ ແລະ ຕ້ອງໝັ້ນພູນດິນ ແລະ ກຳຈັດຫຍ້າຕ່າງໆເພື່ອໃຫ້ຕົ້ນກະລໍ່າຈະເລີນເຕີບໂຕໄດ້ດີ.



